ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຊາ ຈະໃຊ້ asteroid ເປັນແປ້ນຢັນ ໄປສູ່ ດາວອັງຄານ (ວີດີໂອ)


ອົງ​ການ NASA ຊອກ​ຫາກ້ອນ​ຫີນທີ່ລ່ອງ​ລອຍ​ຢູ່​ກາງ​ອະວະກາດ​ ທີ່​ສາມາດດຶງ​ເຂົ້າມາສູ່​ວົງ​ໂຄ​ຈອນ ​​ໃກ້ໆ​ກັບ​ເດືອນ ເພື່ອໃຊ້ເປັນແປ້ນຢັນ ໄປສູ່ດາວພະອັງຄານ​
ອົງ​ການ NASA ຊອກ​ຫາກ້ອນ​ຫີນທີ່ລ່ອງ​ລອຍ​ຢູ່​ກາງ​ອະວະກາດ​ ທີ່​ສາມາດດຶງ​ເຂົ້າມາສູ່​ວົງ​ໂຄ​ຈອນ ​​ໃກ້ໆ​ກັບ​ເດືອນ ເພື່ອໃຊ້ເປັນແປ້ນຢັນ ໄປສູ່ດາວພະອັງຄານ​
ອົງການ​ອະວະກາດສະຫະ​ລັດຫຼື NASA ກ່າວ​ວ່າ ລັດຖະບານ
ທ່ານ Obama ຕ້ອງການຢາກ​ໃຫ້ ອົງ​ການ NASA ຊອກ​ຫາ
ກ້ອນ​ຫີນ ທີ່ລ່ອງ​ລອຍ​ຢູ່​ກາງ​ອະວະກາດ​ຫຼື asteroid ຂະໜາດ​
ນ້ອຍ​ກ້ອນ​ນຶ່ງທີ່​ສາມາດດຶງ​ເຂົ້າມາສູ່​ວົງ​ໂຄ​ຈອນໃກ້ໆ​ກັບ​ເດືອນ ​
ແລະ​ໃຊ້​ກ້ອນ​ຫີນດັ່ງ ກ່າວ​ນີ້ ເປັນ “ແປ້ນ​ຢັນ” ສຳລັບ​ພວກ​ນັກ
​ບິນ​ອະວະກາດ ​ເພື່ອ​ການເດີນທາງໄປ​ສູ່ດາວ​ພະ​ອັງ​ຄານ​ໃນ​ທີ່​
ສຸດ​ນັ້ນ.

ອົງການ NASA ກ່າວ​ວ່າ ​ແຜນການ​ໃຊ້​ຈ່າຍ​ສຳລັບ​ປີ 2014 ຂອງ​
ທ່ານ​ໂອບາມາ ​ໄດ້​ສະ​ເໜີ​ໃຫ້​ໃຊ້​ເງິນ 105 ລ້ານ​ໂດ​ລາ​ເພື່ອ​ລິ​ເລີ້ມ
ການ​ປະຕິບັດ​ງານ​ໃໝ່​ໃນ​ທັນທີ ​ເພື່ອ​ຊອກ​ຫາ​ກ້ອນ​ຫີນ​ທີ່​ກວ້າງ
ຂະໜາດ 7 ຫາ 10 ​ແມັດ ​ແລະ​ແກ່​ດຶງ​ເອົາ​ກ້ອນ​ຫີນ​ດັ່ງກ່າວ ​ເຂົ້າມາ​ຫາໂລກ ​ໃຫ້​ຢູ່​ໃນ​ລະດັບ ວົງ​ໂຄຈອນ​ທີ່​ທຸ່ນ​ທ່ຽງ​ໃກ້ໆ​ກັບ​ເດືອນ.

ບັນດາ​ນັກ​ບິນອະວະກາດ ທີ່ຢູ່​ເທິງ​ຍານ​ອະວະກາດ Orion ຫຼັງຈາກ​ນັ້ນ ກໍຈະ​ບິນ​ຂື້ນແລະ​ ລົງ​ຈອດ​ຢູ່​ເທິງກ້ອນ​ຫິນດັ່ງກ່າວ ​ແລະ​ນໍາ​ເອົາ​ໂຕຢ່າງຂີ້​ດິນ ​ແລະ​ໂຕ​ຢ່າງ​ກ້ອນ​ຫີນ ເພື່ອມາ​ ວິໄຈ.

ໂຄງການນີ້ຫລິງ​ເຫັນວ່າ ບັນດາ​ນັກ​ບິນອະວະກາດ ສາມາດ​ເດີ​ນທາງ​ໄປ​ຍັງກ້ອນຫີນ​ດັ່ງ ກ່າວພາຍໃນ​ປີ 2021 ​ແລະ​ຮວມຢູ່​ໃນງົບ​ປະມານ ​ຂອງປະທານາທິບໍດີ ມູນ​ຄ່າ 17 ພັນ​700 ລ້ານ​ໂດ​ລາ ສຳ ລັບອົງການ NASA ​ໃນປີ 2014.

​ລະບົບດັ່ງກ່າວ​ຈະ​ມີ​ການ​ນຳ​ໃຊ້​ເພື່ອຊ່ວຍ​ໃນການ​ເດີນທາງ​ໄປ​ສູ່ເດືອນ ສູ່​ກ້ອນ​ຫີນ ​ແລະ​ໃນ​ທີ່​ສຸດ ສູ່​ດາວພະ​ອັງ​ຄານ ຊຶ່ງເປັນເປົ້າໝາຍ​ໄລຍະ​ຍາວ​ ສຳລັບ​ໂຄງການສົ່ງ​ມະນຸດ​ຂຶ້ນສູ່ອະວະກາດ​ ຂອງ​ສະຫະລັດ.

NASA
please wait
Embed

No media source currently available

0:00 0:00:56 0:00
XS
SM
MD
LG