ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ NASA ກ່າວວ່າ ສະພາ ຄວນແກ້ໄຂ ກົດໝາຍການຮ່ວມມື ດ້ານອະວະກາດກັບຈີນ


ຮູບດວງຈັນ ທີ່ແນມເຫັນໃກໆກັບທຸງຊາດຈີນ​ ທີ່ນະຄອນຫຼວງປັກກິ່ງ. (25 ທັນວາ 2013)
ຮູບດວງຈັນ ທີ່ແນມເຫັນໃກໆກັບທຸງຊາດຈີນ​ ທີ່ນະຄອນຫຼວງປັກກິ່ງ. (25 ທັນວາ 2013)

ອົງການ​ອະວະກາດ​ຂອງ​ສະຫະລັດ​ຫຼື NASA ກ່າວ​ວ່າ ສະຫະລັດ​ໃນ​ມື້​ໃດ​ມື້ນຶ່ງ ອາດ​ຈະ​ຮ່ວມ​ມື​ກັບ​ຈີນ ດັ່ງ​ທີ່​ຕົນ​ໄດ້​ກະທຳ​ກັບ​ສະຫະພາບ​ໂຊ​ຫວຽດໃນ​ໂຄງການຮ່ວມ​ມື Apollo- Soyuz ​ໃນ​ປີ 1975.

​ໃນ​ການຕອບ​ຄຳ​ຖາມ ທີ່​ຈັດ​ຂຶ້ນ​ໂດຍ​ສະ​ຖາ​ບັນ Mitchell ທີ່​ຕຶກ​ລັດຖະສະພາສະຫະລັດ ​ໃນມື້​ວັນ​ຈັນ​ຜ່ານ​ມານີ້ ຜູ້​ບໍລິຫານອົງການ NASA ທ່ານ Charles Bolden ກ່າວ​ວ່າ ສະຫະລັດ​ຄວນມີຈຸດມຸ່ງໝາຍ ​ໃນ​ການ​ມີ​ຄວາມ​ສຳພັນ​ແບບ​ນັ້ນກັບ​ຈີນສຳລັບ​ໂຄງການ​ສຳ​ຫຼວດອະວະກາດ​ທີ່​ມີ​ມະນຸດ.

ທ່ານ​ກ່າວ​ວ່າ ພວກ​ເຮົາ​ແມ່ນ​ຢູ່​ໃນ​ສົງຄາມ​ເຢນຢ່າງ​ບໍ່​ໜ້າ​ເຊື່ອ​ກັບ​ໂຊ​ຫວຽດ ​ໃນ​ເວລາ​ທີ່​ພວກ​ເຮົາມີ​ການ​ຮ່ວມ​ມື​ ໃນ​ໂຄງການ Apollo-Soyuz ມັນ​ເປັນ​ເຊັ່ນ​ນັ້ນກໍຍ້ອນ​ວ່າ​ພວກ​ຜູ້ນຳຢູ່​ໃນ​ທັງ​ສອງ​ປະ​ເທດ ​ຮູ້ສຶກ​ວ່າ​ ມັນ​ເຖິງ​ເວລາ​ແລ້ວ.​ ນັ້ນ​ແມ່ນ​ສະ​ແດງ​ໃຫ້​ເຫັນ ​ເຖິງ​ການ​ນຳ​ໃຊ້​ອິດ​ທິພົນ​ຢ່າງ​ໃຫຍ່​ຫຼວງ ໃນ​ການ​ຊັກ​ຊວນ ​ຕໍ່​ຄວາມ​ສຳພັນລະຫວ່າງ​ປະ​ເທດ ຖ້າ​ທ່ານ​ຢາກ​ເວົ້າຈັ່ງຊັ້ນ. ​ເບິ່ງ​ດູ໊ພວກ​ເຮົາມາ​ຮອດ​ໃສ​ໃນ​ທຸກ​ມື້ນີ້ ຂ້າພະ​ເຈົ້າຄິດ​ວ່າພວກ​ເຮົາ​ຈະເຮັດ​ແບບ​ດຽວ​ກັນ​ກັບ​ຈີນ ​ແລະ​ຂ້າພະ​ເຈົ້າຄິດ​ວ່າ ມັນ​ເປັນ​ສິ່ງ​ຈຳ​ເປັນ.

ກົດໝາຍ​ໃນ​ປັດຈຸບັນ​ນີ້ ​ໄດ້​ຫ້າມ​ບໍ່​ໃຫ້​ອົງການ NASA ມີ​ການ​ພົວພັນ​ໃດໆ​ກັບ​ຝ່າຍຈີນ ກ່ຽວ​ກັບ​ໂຄງການ​ອະວະກາດ. ​ແຕ່​ທ່ານ Bolden ຊຶ່ງ​ຈະ​ເດີນທາງ​ ໄປຢ້ຽມຢາມ​ປັກ​ກິ່ງ ​ໃນທ້າຍ​ປີນີ້ ກ່າວ​ວ່າ ລັດຖະສະພາ​ຄວນ​ພິຈາລະນາ​ແກ້​ໄຂ​ກົດໝາຍ​ດັ່ງກ່າວ.

ທ່ານ Peter Huessy ທີ່​ປຶກສາ​ອະ​ວຸ​ໂສ​ຢູ່ທີ່​ສະ​ຖາບັນ Mitchell ​ພ້ອມ​ທັງ​ເປັນ​ທີ່​ປຶກສາ​ຄົນ​ສຳຄັນ​ ກ່າວ​ຕໍ່​ວີ​ໂອ​ເອວ່າ ທ່ານ​ບໍ່​ໄດ້​ຄັດຄ້ານ ​ໃນ​ການ​ທີ່​ຈະ​ດັດ​ແປງ​ແກ້​ໄຂ​ກົດໝາຍ​ກ່ຽວ​ຂ້ອງ ​ແຕ່​ກໍ​ໄດ້​ເຕືອນ​ກ່ຽວ​ກັບ​ຄວາມ​ກະຕືລືລົ້ນທີ່​ມີຂຶ້ນກ່ອນກຳນົດ​ເວລາ​ອັນສົມຄວນ​ໃດໆ​ກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG