ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກບິນອະວະກາດ ຂອງ ອົງການນາຊາ ກຳລັງ ຝຶກເດີນທາງ ກັບ ຍານອະວະກາດ ເອກະຊົນ


NASA Astronauts Train for Commercial Space Flights
please wait

No media source currently available

0:00 0:01:36 0:00

ນັບແຕ່ຖ້ຽວບິນສຸດທ້າຍ ຂອງຍານອະວະກາດໄປກັບ ໃນປີ​ 2011 ເປັນຕົ້ນມາ ສະຫະລັດ ແມ່ນກາງຕໍ່ຈະຫຼວດຂອງຣັດເຊຍ ​ເພື່ອສົ່ງພວກນັກບິນອະວະກາດ ຂຶ້ນໄປຍັງສະຖານີອະ ວະກາດນາໆຊາດ. ແຕ່ໃນອີກສອງສາມປີຂ້າງໜ້ານີ້​ຈະມີຫຼາຍສິ່ງຫຼາຍຢ່າງປ່ຽນແປງ. ອົງ ການອະວະກາດຂອງສະຫະລັດ ຫຼື NASA ແລະບໍລິສັດອະວະກາດເອກະຊົນ ຫຼາຍໆບໍລິ ສັດກຳລັງພັດທະນາຍານອະວະກາດ ທີ່ກ້າວໜ້າທັນສະໄໝ ທີ່ສາມາດນຳເອົາມະນຸດຂຶ້ນ ໄປສູ່ວົງໂຄຈອນ​ໃນລະດັບຕ່ຳ ແລະໄກໄປກວ່ານັ້ນ. George Putic ຜູ້ສື່ຂ່າວວີໂອເອ ມີ ລາຍງານມາວ່າ ພວກນັກບິນອະວະກາດໄດ້ຮັບການຝຶກແອບແລ້ວກ່ຽວກັບຂັ້ນຕອນ ໃນ ການ​ໃຊ້ຖ້ຽວບິນຈຳລອງຂອງຍານອະວະກາດພານິດດັ່ງໄພສານຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອີງຕາມສັນຍາ ທີ່ມີມູນຄ່າ 4 ພັນ 200 ລ້ານໂດລາແລ້ວ ພາຍໃນທ້າຍປີ 2017​ ນີ້ ຍານ ອະວະກາດ Starliner CST-100 ຂອງບໍລິສັດໂບອິ້ງກໍຈະເລີ້ມນຳເອົາພວກນັກບິນອະ ວະກາດ ໄປສົ່ງທີ່ສະຖານີອະວະກາດນາໆຊາດ.

ໂບອິ້ງແລະບໍລິສັດຜະລິດຍານອະວະກາດອື່ນໆຂອງສະຫະລັດເຊັ່ນວ່າ SpaceX ກ່າວ ວ່າ ຕົນສາມາດຂົນສົ່ງ ນັກບິນອະວະກາດ ໄປຍັງວົງໂຄຈອນ ໃນລະດັບຕ່ຳ ປະມານ 20 ລ້ານໂດລາ ຖືກກວ່າຍານອະວະກາດ Soyuz ຂອງຣັດເຊຍໃນປັດຈຸບັນນີ້.

ໃນເມື່ອວ່າຍານອະວະກາດຂອງທັງສອງບໍລິສັດພວມຢູ່ໃນລະຫວ່າງການພັດທະນາຂັ້ນ ທີ່ກ້າວໜ້າຫລາຍແລ້ວ ພວກນັກບິນອະວະກາດ ຈຶ່ງໄດ້ເລີ້ມພາກັນຝຶກແອບກັບຖ້ຽວບິນ ຈຳລອງ​ ຄືດັ່ງກັບຍານອະວະກາດ ທີ່ສ້າງໂດຍບໍລິສັດໂບອິ້ງ.

ນາງ Sunita Williams ນັກບິນອະວະກາດ ຂອງອົງການ NASA ກ່າວວ່າ ນີ້ແມ່ນນຶ່ງ ໃນຈຳນວນສອງຢ່າງທີ່ແຕກຕ່າງກັນ ຂອງຖ້ຽວບິນທີ່ພວກເຮົາຈະນຳໃຊ້. ນີ້ຕົ້ນຕໍແລ້ວ ແມ່ນເພື່ອໃຫ້ເຂົ້າໃຈລະບົບຕ່າງໆແລະການຈັດແຈງບ່ອນນັກບິນຢູ່ແລະຜູ້ຄົນຫຼືພະນັກ ງານທີ່ຢູ່ຂ້າງໃນຈະໃຊ້ເຄື່ອງເຫຼົ່ານີ້ແບບໃດ.

ການອອກແບບ ບ່ອນຄວບຄຸມຍານອະວະກາດ ໄດ້ມີການປ່ຽນແປງຢ່າງຫຼວງຫຼາຍນັບ ຕັ້ງແຕ່ໃນຍຸກຕົ້ນໆຂອງຖ້ຽວບິນອະວະກາດ. ແທນທີ່ຈະມີສະວິດແລະອັນບິດຫລາຍໆ ຮ້ອຍອັນພວກນັກບິນອະວະກາດຈະບັງຄັບຄວບຄຸມການບິນໂດຍສັນຊາດຕະຍານແລະ ເອົາມືຈີ້ໃສ່ຈໍທີ່ມີຄວາມອ່ອນໄຫວ.

Eric Boe ນັກບິນອະວະກາດ ຂອງອົງການ NASA ກ່າວວ່າ ທ່ານຄົງຮູ້ ມັນກໍຄືກັນກັບ ຮຽນຂັບລົດນີ້ລະ ຕ່າງແຕ່ວ່າເວລານີ້ ເຮົາກຳລັງຮຽນຂັບຍານອະວະກາດ.

ໃນປັດຈຸບັນ ອົງການ NASA ກຳລັງພັດທະນາຍານອະວະກາດ Orion ແລະຈະຫຼວດ ຂະໜາດແຮງກວ່າເກົ່າທີ່ເອີ້ນວ່າ ລະບົບສົ່ງຍານອະວະກາດຫຼື Space Launch Sys-
tem. ອົງການອະວະກາດສະຫະລັດຢາກຈະມອບໝາຍຖ້ຽວບິນໃນວົງໂຄຈອນລະດັບ ຕ່ຳ ໃຫ້ແກ່ບໍລິສັດຕ່າງໆ ເພື່ອວ່າຕົນຈະໄດ້ສຸມຄວາມພະຍາຍາມ ໃສ່ການປະຕິບັດງານ ຢູ່ໃນອະວະກາດທີ່ໄກອອກໄປເຊັ່ນຖ້ຽວບິນສົ່ງມະນຸດຄັ້ງທຳອິດໄປຍັງດາວພະອັງຄານ.

ຟັງຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG