ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພິທີສະເຫຼີມສະຫຼອງ ສົງການປີໃໝ່ ທີ່ຫຼວງພະບາງ


ນາງສັງຂານ ຫຼວງພະບາງ ປີ 2009 ນາງອະລຸນນີ ມະນີວົງ
ນາງສັງຂານ ຫຼວງພະບາງ ປີ 2009 ນາງອະລຸນນີ ມະນີວົງ

ລາຍການຊີວິດຊາວລາວໃນຕ່າງແດນມື້ນີ້ ວັນນະສອນໄດ້ນຳບົດສຳພາດຜູ້ຢູ່ເບື້ອງຫຼັງ ຂອງເຫຼົ່ານາງງາມນາງສັງຂານປີໃໝ່ ຫຼວງພະບາງຂໍເຊີນທ່ານຮັບຟັງລາຍລະອຽດ ໃນບົດສະພາດທີ່ວັນນະສອນໄດ້ກະກຽມໄວ້ໃຫ້ທ່ານຜູ້ຟັງໃນອັນດັບຕໍ່ໄປ.

ກຸດ​ສົງການ​ປີ​ໃໝ່​ທີ່​ຊາວ​ລາວ​ຢູ່​ໃນ​ສາ​ກົນລະ​ໂລກ​ນີ້ ​ໄດ້​ຈັດ​ສະຫຼອງ​ກັນ​ເທົ່າ​ທຸກ​ວັນນີ
ນັ້ນ​ແມ່ນຮັກສາ​ປະຕິບັດ​ສືບ​ທອດ​ມາ​ຈາກດຶກ​ດໍາ​ບັນ ຈາກບັນພະບຸລຸດ​ຫຼາຍ​ຊົ່ວ​ເຊັ່ນ​ຄົນ​
ມາ​ແລ້ວ ມື້​ນີ້ໃນ​ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນຂອງVOA ວັນນະສອນ
ຈະນໍາສະເໜີຮີດຄອງອັນດີງາມທີ່ຊາວຫຼວງພະບາງໄດ້ຍຶດນ່ຽວ ບໍ່ໄດ້ລະຮີດໃຫ້ໝອງ
ບໍ່ໄດ້ລະຄອງໃຫ້ເສົ້າ​ ຈັດສະເຫຼີມສະຫຼອງ

ກຸດສົງການປີໃໝ່ ແບບນຶ່ງດຽວໃນໂລກ ຫຼວງພະບາງ ຊຶ່ງວັນນະສອນໄດ້ສໍາພາດ
ເຈົ້າຂອງຮ້ານເສີມສວຍແລະຈັດເຄື່ອງແຕ່ງກາຍປະດັບປະດາ ໃຫ້ພວກຜູ້ເຂົ້າແຂ່ງຂັນ
ເອົາຕໍາແໜ່ງນາງສັງຂານຫຼວງພະບາງ​ ຈຸມາລີ​ ຈັນພະແກ້ວ​ແລະນາງສັງຂານ ປີ 2009
ອາລຸນນີ ມານີວົງ ຂໍເຊີນທ່ານຮັບຟັງ ບົດສໍາພາດໄດ້ໃນອັນດັບຕໍ່ໄປ:

/ສຽງ ຈຸມາລີ/

ກ່ຽວກັບບຸນປີໃໝ່ ປະເພນີຕ່າງໆຂອງການຈັດການສະຫຼອງປີໃໝ່ຕາມຕໍານານ
ໂບຮານທີ່ໄດ້ກ່າວໄວ້ ກ່ຽວກັບກຸດສົງການປິໃໝ່ ທີ່ເຊື່ອວ່າ ຕ້ອງມີລູກສາວທັງ 7 ນາງ ໄດ້ນໍານໍ້າອົບນໍ້າຫອມໄປຫົດສົງຜູ້ເປັນບິດາ ພະພົມ4 ໜ້າ ເພາະສະນັ້ນ​ການແຫ່ນາງສັງຂານ ຕາມປະເພນີແບບສະບັບຫຼວງພະບາງຂະໜານແທ້ ຈຶ່ງກາຍມາເປັນຈຸດສໍາຄັນທີ່ຂາດບໍ່ໄດ້
ໄປແລ້ວໃນສະໄໝປະຈຸບັນ ທີ່ຈະຕ້ອງມີການປະກວດເລືອກເອົານາງສັງຂານແລະຮອງທັງ
7 ເພື່ອເຂົ້າແຫ່ພິທີ ຊຶ່ງ ຈຸມາລີ ໄດ້ເຫຼົ່າໃຫ້ຟັງ​ ຕໍ່ໄປວ່າ:

/ສຽງ ຈຸມາລີ/

ພ້ອມດຽວກັນນີ້ ວັນນະສອນກໍໄດ້ ໂອ້ລົມກັບນາງ ສັງຂານປີ 2009 ອາລຸນນີ ມະນີວົງ ຜ່ານທາງລະສັບຈາກຫຼວງພະບາງໂດຍກົງ ຊຶ່ງອາລຸນນີ ກໍໄດ້ເວົ້າເຖິງ ຄວາມໄຝ່ຝັນທີ່ຢາກ
ເປັນນາງສັງຂານ ແລະກໍໄດ້ເປັນດັ່ງທີ່ໃຈໝາຍປອງໄວ້ ຊຶ່ງນາງເຫຼົ່າເຖິງການມາປະກອບ
ສ່ວນ ສືບສານວັດທະນະທໍານີ້ ຊຶ່ງ ອາລຸນນີ ກ່າວວ່າ:

/ສຽງ ອາລຸນນີ /

ກ່ອນຈົບການສໍາພາດ ທັງສອງຈຸມາລີ ແລະອາລຸນີ ກໍໄດ້ກ່າວແລະອວຍພອນ ພ້ອມທັງຊັກຊວນໃຫ້
ໄປທ່ອງທ່ຽວຢ້ຽມຢາມຫຼວງພະບາງ ຊຶ່ງທັງສອງໄດ້ກ່າວສະຫຼຸບວ່າ:


/ສຽງ ຈຸມາລີ /

/ສຽງ ອາລຸນນີ /

ຊ່ວງນີ້ກໍຍັງຖືວ່າຢູ່ໃນເກນກຸດສົງການປີໃໝ່ຢູ່ ເພາະສະນັ້ນ ວັນນະສອນ ຈະນໍາບົດສໍາພາດ
ກັບ ເຈົ້າແຂວງຫຼວງພະບາງ ພ້ອມກັບຫົວໜ້າພະແນກສື່ສານ, ວັດທະນະແລະການທ່ອງທ່ຽວ
ມາຝາກທ່ານຜູ້ຟັງອີກ ໃນອາທິດຕໍ່ໄປ​ໂປດຄອຍຕິດຕາມ.

XS
SM
MD
LG