ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂ. ຫຼວງພະບາງຈັດ ງານສະຫຼອງບຸນປີໃໝ່ລາວ ຢ່າງຍິ່ງໃຫຍ່ມະໂຫລານ


ນາງສັງຂານລາວທີ່ມີການປະກວດກັນທຸກປີ ໃນໂອກາດບຸນສົງການ ປີໃໝ່ລາວ ຊຶ່ງເປັນປະເພນີສືບທອດກັນມາປີແຕ່ດົນນານແລ້ວ
ນາງສັງຂານລາວທີ່ມີການປະກວດກັນທຸກປີ ໃນໂອກາດບຸນສົງການ ປີໃໝ່ລາວ ຊຶ່ງເປັນປະເພນີສືບທອດກັນມາປີແຕ່ດົນນານແລ້ວ

ທາງ​ການ​ແຂວງ​ຫລວງ​ພະ​ບາງ​ຈັດ​ງານ​ສະ​ເຫລີ​ມສະຫລອງ​ບຸນສົງການ​ປີ​ໃໝ່ປະ​ຈໍາປີ 2554 ຢ່າງ​ຍິ່ງ​ໃຫຍ່​ລະຫວ່າງ​ວັນ​ທີ 10-18 ​ເມສາ ​ແລະ​ຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​​ເຂົ້າຮ່ວມ ຫລາຍ​ກວ່າ 2 ​ແສນ​ຄົນ.

ທາງ​ການ​ແຂວງ​ຫລວງ​ພະ​ບາງ​ຈັດ​ງານ​ສະ​ເຫລີ​ມສະຫລອງ​
ບຸນສົງການ​ປີ​ໃໝ່ປະ​ຈໍາປີ 2554 ຢ່າງ​ຍິ່ງ​ໃຫຍ່​ລະຫວ່າງ
ວັນ​ທີ 10-18 ​ເມສາ ​ແລະ​ຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວເຂົ້າຮ່ວມຫລາຍ​ກວ່າ 2 ​ແສນ​ຄົນ.

ເທດສະການ​ບູນສົງການ​ປື​ໃໝ່ລາວ​ປະ​ຈໍາປີ ພ.ສ. 2554 ຢູ່​ເມືອມໍ​ລະ​ດົກ​ໂລກ​ຫລວງ​
ພະ​ບາງ​ທີ່​ໄດ້​ເລື່ມຂ້ືນ​ເມື່ອ​ວັນທີ 10 ​ເມສາ​ທີ່​ຜ່ານ​ມາ​ນີ້​ແລ​ະກໍ່ຍັງ​ຈະ​ດໍາ​ເນີນ​ຕໍ່​ໄປ​ຈົນ​ເຖິງ
ວັນ​ທີ 18 ​ເມສາ​ນັ້ນ ທາ​ງການ​ແຂວງ​ຫລວງ​ພະ​ບາງກໍໄດ້​ສະ​ແດງ​ຄວາມເຊື່ອໝັ້ນວ່າ
ຈະ​ມີ​ນັກ​ທ່ອງ​ທ່ຽວທັງ​ຄົນ​ລາວແລະ ຄົນ​ຕ່າງຊາດ​ຈໍານວນ​ຫລາຍ​ກວ່າ 2 ​ແສນ​ຄົນ​ທີ່​ຈະ
ເດີນທາງ​ເຂົ້າ​ໄປ​ທ່ອງ​ທ່ຽວຢູ່​ແຂວງ​ຫລວງ​ພະ​ບາງ​ໃນ​ຕະຫລອດ​ໄລຍະ​ດັ່ງກ່າວ​.

ນອກ​ຈາກ​ນີ້​ເພື່ອ​ເປັນ​ການ​ເຮັດ​ໃຫ້​ສາມາດ​ບັນລຸ​ເປົ້າໝາຍທີ່​ວາງ​ໄວ້ດັ່ງກ່າວ​ໄດ້​ຢ່າ​ງ​ແທ້​ຈິງ​ນັ້ນ
ກໍ່ເຮັດ​ໃຫ້​ແຂວງ​ຫລວງ​ພະ​ບາງ​ໄດ້​ລົນ​ນະລົງ​ເພື່ອ​ດຶງ​ເອົາ​ການ​ມີ​ສ່ວນຮ່ວມຂອງ​ປະຊາຊົນ​ລາວ​
ເຂົ້າ​ໃນ​ກິດຈະ​ການ​ສົ່ງເສີ​ມການທ່ອງທ່ຽວທາງ​ດ້ານ​ສີ​ລະ​ປະວັດ​ທະນະ​ທໍາ ​ແລະທໍາ​ມະ​ຊາດ
ໃຫ້​ຫລາຍ​ຂື້ນ​ອີກ​ດ້ວຍດັ່ງ​ທີ່​ເຈົ້າໜ້າທີ່​ປະ​ຈໍາ​ຫ້​ອງການທ່ອງທ່ຽວ​ ແຂວງ​ຫລວງ​ພະ​ບາງ​ໄດ້​
ໃຫ້​ການຢືນຢັນ​ວ່າ:

ຂ. ຫຼວງພະບາງຈັດ ງານສະຫຼອງບຸນປີໃໝ່ລາວ ຢ່າງຍິ່ງໃຫຍ່ມະໂຫລານ
ຂ. ຫຼວງພະບາງຈັດ ງານສະຫຼອງບຸນປີໃໝ່ລາວ ຢ່າງຍິ່ງໃຫຍ່ມະໂຫລານ

“ກິ​ດຈະ​ກໍານັ້ນ​ພວກເຮົາບໍ່​ສາ
ມາ​ດປະລະ​ປະ​ຊາ​ຊົນ​ໄດ້​ຈັ່ງ​
ຊັ້ນ​ການ​ມີ​ສ່ວນຮ່ວມ
ຂ​ອງ
ປະຊາຊົນ​ກໍຄື​ຂອດ​ຕັດ​ສ

ຂອງ​ການ​ພັດທະນາ​ການ
ທ່ອງທ່ຽວ​ແລ້ວ​ພວກ​ເຮົາ​
ໄດ້​ຢືດ​ຖື​ເອົາ​ການທ່ອງທ່ຽວ
ແບ​ບປະຊາຊົນ​ມີ​ສ່ວນ
ຮ່ວມນີ້​ເປັນ​ຫລັກ​ໃນ​ການ
ຂະຫຍາຍ​ ແລະ​ການ​ພັດ
ທະນາ​ສົ່ງ​ເສີມ​ການທ່ອງທ່ຽວ
ຢູ່​ແຂວງ​ຫລວງ​ພະ​ບາງ​ນີ້”
.

ທັງນີ້ໂດຍ​ທາງ​ການ​ແຂວງ​ຫລວງ​ພະ​ບາງ​ໄດ້​ປະ​ເມີນ​ວ່າ​ໃນ​ແຕ່​ລະ​ວັນ​ຈະ​ມີ​ການ​ໃຊ້​ຈ່າຍ​ຂອງ​ຄົນ​
ລາວ​ຄິ​ດ​ເປັນ​ມູນ​ຄ່າ​ສະ​ເລ່ຍ
ຫລາຍ​ກວ່າ 200 ລ້ານ​ກີບ
ສ່ວນ​ການ​ໃຊ້​ຈ່າຍ​ຂອງ​ບັນດາ
ນັກ​ທ່ອງ​ທ່ຽວຄົນ​ຕ່າງ​ຊາດ​ນັ້ນ
ກໍຄິ​ດວ່າ​ຈະ​ມີ​ມູນ​ຄ່າ​ເກີນ​ກວ່າ
3 ແສນ​ໂດ​ລາໃນ​ຕະຫລອດ
ງານ​ບຸນ.

ສໍາລັບ​ກິດ​ຈະ​ກໍາ​ ແລະກໍານົດການ​ຕ່າງໆ​ໃນ​ຕະຫລອດ​ງານ​ບຸນ​ສົງການ​ປີ​ໃໝ່ລາວ​ ຢູ່ແຂວງ​
ຫລວງ​ພະ​ບາງ​ໃນ​ປີ​ນີ້​ກໍ່​ເລີ່​ມດ້ວຍ​ງານ​ຕະຫລາ​ດນັດ​ຢູ່​ທີ່​ເດີ່ນ​ທາ​ດຫລວງ​ໃນ​ວັນ​ທີ 10 ​ເມສາ
ແລະ​ຍັງ​ຈະ​ດໍາ​ເນີນ​ຕໍ່​ໄປ​ຈົນ​ເຖິງ​ມື້​ວັນ​ທີ 18 ​ເມສາ ອັນເປັນ​ມື້​ສຸດ​ທ້າຍ​ຂອງ​ເທດສະການ​ຕິດ
ຕາມ​ດ້ວຍ​ງານ​ມະຫະກໍາ​ດົນ​ຕີ​ທັງ​ເພງ​ລາວ ​ແລະ​ເພງ​ນານາ​ຊາດ​ໃນ​ວັນ​ທີ 11 ​ເມສາ​ທີ່​ຜ່ານ​ມາ.

ຂະບວນແຫ່ນາງສັງຂານ ໃນໂອກາດສະເຫລີມສະ ຫລອງບຸນປີໃໝ່ລາວ ທີ່ເມືອງຫລວງພະບາງ
ຂະບວນແຫ່ນາງສັງຂານ ໃນໂອກາດສະເຫລີມສະ ຫລອງບຸນປີໃໝ່ລາວ ທີ່ເມືອງຫລວງພະບາງ

ສ່ວນ​ວັນ​ທີ 12-13 ​ເມສາ​ກໍ​ເປັນ​ການ​ຈັດ​ງານ​ປະ​ກວດ​ນາງ​ສັງ​ຂານ​ໃນ​ຕອນ​ກາງ​ຄືນ​ຕໍ່​ເນື່ອງ​ດ້ວຍ​ການ​ລົງ​ຕະຫລາດ​ເຊົ້າ
ໃນ​ວັນ​ທີ 14 ​ເມສາ​ເຊິ່ງ​ເລີ່​ມ​ແຕ່ເວລາ 6​ໂມງ​ເຊົ້າ​ເຖິງທ່ຽງ
ຄືນ ​ແລະ​ຕອນ​ບ່າຍ​ຂອງ​ມື້​ດຽວກັນ​ກໍ່​ໄດ້​ມີ​ກິດ​ຈະ​ກໍາການ
ກໍ່​ເຈດີ​ຊາຍ​ຢູ່​ແຄມ​ນໍ້າຂອງ​ໃນ​ເຂດ​ເມືອງ​ຈອມ​ເພັດ​ຕໍ່​ເນື່ອງ
ດ້ວຍ​ການ​ແຂ່ງ​ຂັນ​ກິລາ​ພື້ນ​ເມືອງ ​ແລະການ​ບາສີສູ່​ຂວັນ.

ສໍາ​ລັບ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 15 ​ເມສາ​ ນັ້ນ​ກໍ່ຈະ​ເປັນ​ການ​ຢ້ຽ​ມຊົມ​ວິຖີ​ຊີວິດ​ການ​ເປັນ​ຢູ່ ​ແລະ ສິນລະ​ປະວັດ​ທະນະ​ທໍາ​ຂອງ​ໄທ​ລື້​ໂດຍ​ຈະ​ມີ​ບຸກຄົນ​ສໍາ​ຄັນ​ຂອງທາງ​ການລາວ​ເຂົ້າ
ຮ່ວມ​ໃນ​ພິທີ​ບາສີ​ຂອງ​ຊາວ​ໄທ​ລື້ ສ່ວນ​ໃນ​ຕອນ​ບ່າຍ​ກໍ່​
ເປັນ​ການ​ແຫ່ວໍ່​ອອກ​ຈາກວັດ​ທາດ​ນ້ອຍ​ໄປ​ວັດຊຽງທອງ​ເພື່ອ​ປະກອບ​ພິທີ​ກໍ​າທາງ​ສາ​ສະໜາ ​ແລະ ຕັກບາດ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 16 ​ເມ​ສາກ່ອນ​ທີ່​ຈະ​ແຫ່​ວໍ​ຈາກ​ວັດຊຽງທອງ​ກັບຄືນ​ໄປ​ວັດ​ທາດ​ນ້ອຍ​ໃນ​ຕອນແລງ​ຂອງ​ມື້​ດຽວກັນ​ນັ້ນ.

ໜຸ່ມສາວລາວພາກັນສົງພະທີ່ວັດ ແຫ່ງນຶ່ງໃນເມືອງຫລວງພະບາງ
ໜຸ່ມສາວລາວພາກັນສົງພະທີ່ວັດ ແຫ່ງນຶ່ງໃນເມືອງຫລວງພະບາງ

ສ່ວນ​ວັນ​ທີ 17 ​ເມສາ​ກໍຈະ​ມີ​ການ​ອັນ​ເຊີນ​ພະ​ບາງ​ຈາກ​ພິພິດ​ຕະພັນ​ພະຣາດຊະ​ວັງ​ໄປ​ຍັງ​ວັດ​ໃໝ່ສຸວັນນະ​ພູມ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຫົດສົງ​ຈົນ​ເຖິງ​ວັນ​ທີ 18 ​ເມສາກ່ອນ​ທີ່​ຈະ​ອັນ​ເຊີນ​ພະ​ບາງ​ກັບ​ໄປ​ທີ່​ຫໍພິພິດ​ຕະພັນ​ພະຣາດຊະ​ວັງ​ໃນ​ຕອນແລງ​ຂ​ອງມື້​ດຽວກັນ​ອັນ​ເປັນ​ມື້​ສຸດ​ທ້າ​ຍ
ຂອງ​ການ​ສະ​ເຫລີມສະຫລອງ.

XS
SM
MD
LG