ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ​ລະນຶກເຖິງ ວັນ​ຖີ້ມລະ​ເບີດ​ນິວ​ເຄລຍ ​ໃສ່​ເມືອງ Nagasaki (ວີດີໂອ)


برقی قمقموں سے سجی سوک سینٹر کراچی کی عمارت
برقی قمقموں سے سجی سوک سینٹر کراچی کی عمارت

ທີ່ປະ​ເທດ​ຍີ່ປຸ່ນ ໃນ​ວັນ​ເສົາ​ມື້​ນີ້ ປະຊາກອນ​ຫລາຍ​ສິບ​ພັນ​ຄົນ
​ໄດ້ພາ​ກັນໄປ​ຮ່ວມ​ໃນ​ພິທີທີ່​ຈັດ​ຂຶ້ນ ​ເພື່ອ​ເປັນ​ຂີດ​ໝາຍ​ຄົບ
ຮອບ 69 ປີ ຂອງ​ການ​ຖີ້ມລະ​ເບີດ​ນິວ​ເຄລຍ ​ໃສ່​ເມືອງ
Nagasaki.

ຜູ້​ລອດ​ຊີວິດມາ​ໄດ້​ທີ່​ເຖົ້າ​ແກ່​ແລ້ວ​ຫລາຍ​ພັນ​ຄົນ ບັນດາ​ເຈົ້າ​
ໜ້າ​ທີ່​ລັດຖະບານ ​ແລະ​ຜູ້ຕາງໜ້າຈາກປະ​ເທ​ດອື່ນໆ ຮວມ​
ທັງ ​ເອກ​ອັກຄະ​ລັດຖະທູດສະຫະລັດ ປະຈຳ​ຍີ່ປຸ່ນ ທ່ານ​ນາງ
Caroline Kennedy ​ແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ
Shinzo Abe ໄດ້​ເຂົ້າ​ຮ່ວມ​ພິທີ ຢູ່​ທີ່ສວນສາທາລະນະ
Peace Park ຂອງ​ເມືອງ.

​ໃນ​ຄຳ​ຖະ​ແຫລ​ງຕໍ່​ຝຸງ​ຊົນ ​ເຈົ້າ​ເມືອງ Nagasaki ທ່ານ Tomihisa Taue ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ ທ່ານ Abe ຈົ່ງ​ຟັງ​ຫາງ​ສຽຂອງປະຊາ​ຊົນ ​ແລະ​ຢ່າ​ປະລະທ່າ​ຢືນທີ່​ນິຍົມ​ສັນຕິພາບ ​ຂອງຍີ່ປຸ່ນ.

ຍີ່ປຸ່ນກຳລັງຖືກ​ແບ່ງ​ແຍກ ຍ້ອນການ​ຕັດສິນ​ໃຈ​ຂອງລັດຖະບານ ທີ່​ອະນຸ​ຍາດ ໃຫ້​ກອງ
ທັບ​ຂອງ​ຕົນ ​ໄປ​ປ້ອງ​ກັນຕ່າງປະ​ເທດ ​ແລະ​ຫລີ້ນ​ບົດບາດ​ໃຫຍ່​ກ່ວາ​ເກົ່າ ​ຢູ່​ນອກ​ປະ​ເທດ​.

JAPAN NAGASAKI VO
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG