ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ມີແຜນທີ່ຈະເຈລະຈາ ສັນຍາ NAFTA ​ກັບ​ກາ​ນາ​ດາ ​ແລະ​​ເມັກ​ຊິໂກ ຄືນອີກ


ລົດບັນທຸກກໍາລັງເຂົ້າແຖວທີ່ຍາວຢຽດ ເພື່ອມຫ້ພາສີກວດ ກ່ອນທີ່ຈະຂ້າມຊາຍແດນ Otay ມາຫາະຫະລັດ ຢູ່ເມືອງ Tijuana ຂອງ Mexico ໃນວັນທີ 2 ກຸມພາ 2017.
ລົດບັນທຸກກໍາລັງເຂົ້າແຖວທີ່ຍາວຢຽດ ເພື່ອມຫ້ພາສີກວດ ກ່ອນທີ່ຈະຂ້າມຊາຍແດນ Otay ມາຫາະຫະລັດ ຢູ່ເມືອງ Tijuana ຂອງ Mexico ໃນວັນທີ 2 ກຸມພາ 2017.

ລັດຖະບານ​ຂອງປະທານາທິບໍດີດໍ​ໂນ​ລ ທຣໍາ ​ເວົ້າວ່າ ພວກ​ເພິ່ນ​ໄດ້​ແຈ້ງໃຫ້ລັດຖະ
​ສະພາ​ ຊາບ​ແລ້ວ ກ່ຽວກັບ​ຈຸດ​ປະສົງ​ຂອງຕົນ​ທີ່​ຢາກ​ເຈລະຈາສັນຍາ​ການ​ຄ້າ​ເສລີ​ໃນ
​ຂົງ​ເຂດ​ທະວີບ​ອາ​ເມຣິກາ​ເໜືອ ຫລື NAFTA ​ຄືນ​ກັບ​ກາ​ນາ​ດາ ​ແລະເມັກ​ຊິໂກ​.

​ໃນ​ຈົດໝາຍທີ່​ສົ່ງ​ເຖິງ​ບັນດາ​ຜູ້​ນໍາ​ໃນລັດຖະສະພາ​ ​ໃນ​ວັນ​ພະຫັດ​ວານ​ນີ້ ນັ້ນ ທ່ານ
Robert Lighthizer ຫົວໜ້າຫ້ອງການຜູ້ຕາງໜ້າການ​ເຈລະຈາທາງ​ການ​ຄ້າ ເວົ້າ
ວ່າ ຄະນະ​ລັດຖະບານ​ມີ​ແຜນ​ທີ່​ຈະ​ທໍາ​ການ​ປຶກສາ ຫາລື​ເປັນ​ເວລາ 90 ວັນ ກັບບັນ
ດາ​ສະມາຊິກສະພາ​ ກ່ຽວກັບວິທີການ​ຂຽນສັນຍາ​ຄືນ ພາຍຫລັງ​ທີ່​ໄດ້​ມີ​ການ​ເຈລະ
ຈາ​ກັບ​ກາ​ນາດາ ​ແລະ ເມັກ​ຊິໂກ​ ທີ່​ອາດ​ຈະ​ເລີ້ມຕົ້ນຂຶ້ນ ຫລັງ​ວັນ​ທີ 16 ສິງຫາ ນັ້ນ
ແລ້ວ.

ການເຈລະຈາສັນຍາ NAFTA ຄືນ ​ເປັນ​ຄໍາໝັ້ນສັນຍາ​ຫລັກ​ອັນ​ນຶ່ງ​ຂອງ​ທ່ານ​ທຣໍາ
​ທີ່​ໄດ້​ເວົ້າຢູູ່ໃນ​ລະຫວ່າງ​ທີ່​ທ່ານ​ໂຄສະນາ​ຫາ​ສຽງ​ເລືອກຕັ້ງ​ເປັນ​ປະທານາທິບໍດີ ​ຊຶ່ງ
​ທ່ານ​ເອີ້ນສົນທິສັນຍາ​ນີ້​ວ່າ "​ເປັນຄວາມ​ຫາຍຍະ​ນະ."

ທ່ານ Lighthizer ກ່າວ​ຕໍ່ນັກ​ຂ່າວ​ວ່າ NAFTA ​ໄດ້ຊ່ວຍ​ເຮັດ​ໃຫ້ຂະ​ແໜງ​ກະສິກໍາ, ການບໍລິການ​ດ້ານ​ການລົງທຶນ ​ແລະ​ຂະ​ແໜງພະລັງງານ​ ຂອງ​ສະຫະລັດ ​ມີ​ຄວາມ
ເຂັ້ມແຂງ​ຂຶ້ນ ​ແຕ່​ວ່າ​ມັນ​ເຮັດ​ໃຫ້​ໂຮງ​ຈັກ ​ໂຮງງານ​ໄດ້​ຮັບ​ຜົນ​ກະທົບ​ຢ່າງໜັກ ​ແລະ
​ພາ​ໃຫ້ວຽກງານ​ໃນ​ຂະ ​ແໜງການ​ຜະລິດ ທີ່​ມີຄ່າ​ແຮງ​ງານ​ສູງ​ນັ້ນ ສົ່ງ​ອອກໄປ​ເຮັດ​ຢູ່
ເມັກຊິໂກ.

ທ່ານ Lighthizer ກ່າວ​ຢູ່​ໃນ​ຈົດໝາຍດັ່ງກ່າວ​ວ່າ NAFTA ຕ້ອງ​ໄດ້​ຮັບ​ການ​ປັບ​ປຸງ
​ຄືນໃໝ່ ​ເພື່ອ​ໃຫ້​ແກ້​ໄຂ​ບັນຫາ​ກ່ຽວກັບການ​ຄ້າທາງ​ດ້ານ​ສິນຄ້າ​ດີ​ຈິ​ຕອລ, ສິດທິ
ກ່ຽວ​ກັບ​ຊັບ​ສິນ​ທາງ​ດ້ານປັນຍາ ຫລື IPR ​ແລະ​ລະດັບ​ມາດຕະຖານ​ທາງ​ດ້ານ​ສະ
ພາບ​ແວດ​ລ້ອມ.

ຢູ່​ໃນ​ກອງ​ປະຊຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນໃນ​ວັນ​ພະຫັດ​ວານ​ນີ້ ຢູ່​ກະຊວງ​ການ​ຕ່າງປະ​ເທດ
ຮ່ວ​ມກັບ​ເຈົ້າໜ້າເມັກ​ຊິກ​ໂກ, ທ່ານ Rex Tillerson ລັດຖະມົນຕີ​ການ​ຕ່າງປະ​ເທດ​
ສະຫະລັດ​ແລະ​ເຈົ້າໜ້າທີ່​ສະຫະລັດຄົນ​ອື່ນໆອີກນັ້ນ ລັດຖະມົນຕີ​ການ​ຕ່າງປະ​ເທດ
ເມັກຊິ​ໂກ ທ່ານ Luis Videgaray ​ເວົ້າວ່າ ເມັກ​ຊິ​ໂກ "ຍິນ​ດີ​ກັບ" ການ​ເຈລະຈາ​ສັນ
ຍາ NAFTA ຄືນ.

ທ່ານ Videgaray ​ເວົ້າອີກວ່າ "ພວກ​ເຮົາ​ເຂົ້າ​ໃຈ​ວ່າ ສັນຍາ​ສະບັບ​ນີ້ ​ໄດ້​ເຈລະຈາ ​
ແລະ​ເຊັນ​ກັນ​ມາ​ໄດ້ 25 ປີ​ແລ້ວ". "​ໂລກ​ໄດ້ມີ​ການ​ປ່ຽນ​ໄປ. ພວກ​ເຮົາກໍ​ໄດ້​ຮຽນຮູ້
​ຫລາຍ​ສິ່ງ​ຫລາຍ​ຢ່າງ ​ແລະ​ພວກ​ເຮົາ​ສາມາດ​ປັບປຸງ​ໃຫ້​ມັນ​ດີ​ຂຶ້ນກວ່າ​ເກົ່າ​ໄດ້."

ທ່ານ Wilbur Ross ລັດຖະມົນຕີ​ກະຊວງ​ການ​ຄ້າ ​ເວົ້າວ່າ "ນັບ​ແຕ່​ມີ​ການ​ເຊັນສັນ
ຍາ NAFTA ​ເປັນຕົ້ນມາ ພວກ​ເຮົາ​ເຫັນວ່າ ອຸດສາຫະກໍາ​ຜະລິດ​ສິນຄ້າ​ຂອງ​ພວກ
​ເຮົາ​ໄດ້​ຫລຸດ​ລົງ, ​ໂຮງງານ​ຕ່າງໆຖືກ​ປິດ​ລົງ​ແລະ​ກໍາມະກອນ​ໃນ​ຈໍານວນ​ນັບ​ບໍ່ຖ້ວນ ​
ແມ່ນ​ບໍ່ມີ​ວຽກ​ເຮັດ ງານ​ທໍາ. ປະທານາທິບໍດີ​ທຣໍາ ຈະ​ປ່ຽນ​ແປງ​ສະພາບ​ການ​ອັນ​ນີ້."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG