ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ້າວ Nadal ​​ຄວ້າ​ເອົາ​ແຊ້ມ French Open ​ມາ​ຄອງ ເປັນ​ຄັ້ງທີ 5 ລຽນຕິດ


ນັກ​ເຕັນ​ນິສ໌ ຊາວ​ສ​ະເປນ ທ້າວ Rafael Nadal ກັບລາງວັນຊະນະເລີດ ຫຼັງຈາກເອົາຊະນະນັກ​ເຕັນ​ນິສ໌ຊາວ​ເຊີເບຍ ທ້າວ Novak Djokovic ຮອບສຸດທ້າຍຂອງ French Open ຢູ່ທີ່ສະໜາມ Roland Garros ໃນນະຄອນຫຼວງ Paris ປະເທດຝຣັ່ງ ເມື່ອວັນທີ 8 ມິຖຸນາ 2014.
ນັກ​ເຕັນ​ນິສ໌ ຊາວ​ສ​ະເປນ ທ້າວ Rafael Nadal ກັບລາງວັນຊະນະເລີດ ຫຼັງຈາກເອົາຊະນະນັກ​ເຕັນ​ນິສ໌ຊາວ​ເຊີເບຍ ທ້າວ Novak Djokovic ຮອບສຸດທ້າຍຂອງ French Open ຢູ່ທີ່ສະໜາມ Roland Garros ໃນນະຄອນຫຼວງ Paris ປະເທດຝຣັ່ງ ເມື່ອວັນທີ 8 ມິຖຸນາ 2014.
ນັກ​ເຕັນ​ນິສ໌ ຊາວ​ສ​ະເປນ ທ້າວ Rafael Nadal ​ໄດ້​ພິສູດໃຫ້​
ເຫັນ​ອີກ​ຄັ້ງ​ນຶ່ງ ວ່າ​ລາວ​ເປັນ​ລາຊາມືເຕັນ​ນິສ໌ດິນ​ແດງຝ່າຍ​ຊາຍ
ຫຼັງຈາກ ​ເອົາຊະນະ ນັກ​ເຕັນ​ນິສ໌ຊາວ​ເຊີເບຍ ທ້າວ Novak
Djokovic ແລະໄດ້​ຄອງ​ແຊມປ້ຽນຂອງ French Open ເປັນ​
ຄັ້ງທີ 5 ລຽນຕິດ.

ທ້າວ Nadal ​ເປັນ​ນັກ​ເຕັນ​ນິສ໌ອັນ​ດັບ​ສູງ​ສຸດ​ຢູ່​ໃນ​ການ​ແຂ່ງຂັນ
​ຄັ້ງ​ນີ້ ​ເຖິງ​ແມ່ນໄດ້​ເສ​ຍໄຊ​ໃນ​ຮອບ​ທຳ​ອິດ​ພາຍ​ໃຕ້​ອາກາດ​ທີ່​
ຮ້ອນ​ເອົ້າ​ໃນ​ນະຄອນຫຼວງ Paris ​ເມື່ອ​ວັນ​ອາທິດ​ວານ​ນີ້ ​ແຕ່​
ໄດ້​ຟື້ນ​ຕົວ​ຄືນ​ມາ ​ເອົາຊະນະ 3 ຕໍ່ 6 7 ຕໍ່ 5 6 ຕໍ່ 2 ແລະ 6 ຕໍ່ 4.

​ໄຊຊະນະ​ໃນ​ຄັ້ງນີ້​ໄດ້​ສ້າງ ສະຖິຕິລວມທັ້ງໝົດ​ໃຫ້​ລາວ ສະ​ເພາະຢູ່​ໃນ​ການ​ແຂ່ງຂັນ French
Open ນີ້ ​ຄື 66 ຕໍ່ 1 ​ ​ແລະ​ໄດ້ຄອງ​ແຊ້ມ 9 ​ເທື່ອ. ລາວ​ໄດ້​ຮັບ​ໄຊຊະນະ​ຈາກ​ການ​ແຂ່ງຂັນ ທີ່​ເອີ້ນວ່າ Grand Slam ນັ້ນ 14 ​ເທື່ອ ຊຶ່ງ​ເສຍ​ໃຫ້ ທ່າວ Roger Federer ນັກ​ເຕັນ​ນິສ໌​ຊາວ​ສະ​ວິດ​ເຊີ​ແລນ​ເທື່ອ​ດຽວ.

ທ້າວ Djokovic ​ແມ່ນ​ນັກ​ເຕັນ​ນິສ໌ ອັນ​ດັບ​ສອງ​ຂອງ​ໂລກ ​ໄດ້​ຮັບ​ໄ​ຊຊະນະ Grand Slam
ມາ​ແລ້ວ 5 ​ເທື່ອ​ ​ແຕ່​ຫາກ​ວ່າລາວ​ບໍ່​ເຄີຍ​ໄດ້​ຮັບ​ໄຊຊະນະ​ໃນການ​ແຂ່ງຂັນ French Open
ນີ້​ເລີຍ. ລາວ​ໄດ້​ເສຍໄຊໃຫ້​ແກ່​ທ້າວ Nadal ​ເຊັ່ນ​ດຽວ​ກັນ​ໃນ​ຮອບ​ສຸດ​ທ້າຍປີ 2012.

ສ່ວນ​ຢູ່​ນັກ​ເຕັນ​ນິສ໌​ຝ່າຍ​ຍິງ ​ຊາວ ຣັດ​ເຊຍ ນາງ Maria Sharapova ​ໄດ້​ຊະນະນັກ​ເຕັນ​ນິສ໌​ຊາວ ​ໂຣມາ​ເນຍ ນາງ Simona Halep ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ໂດຍ​ໄດ້​ໄຊຊະນະ​ເປັນເທື່ອ​ທີ 2 ​ໃນ French Open ​ໃນ​ການ​ແຂ່ງຂັນ​ຊນະ​ເລີດ​ໃນ​ຮອບ 3 ປີຜ່ານມາ.
XS
SM
MD
LG