ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະພາ​ແຫ່ງ​ຊາດ​ລາວ ​​ລົງມະຕິ​ເຫັນດີ ໃຫ້ລາວເຂົ້າ ​​ເປັນ​ສະມາຊິກ​ຂອງ​ WTO


ກອງປະຊຸມຄັ້ງທີ 4 ຂອງສະໄໝ ທີ 7 ຂອງສະພາາແຫ່ງຊາດລາວ ທີ່ຈັດຂຶ້ນໃນຕົ້ນເດືອນທັນວານີ້
ກອງປະຊຸມຄັ້ງທີ 4 ຂອງສະໄໝ ທີ 7 ຂອງສະພາາແຫ່ງຊາດລາວ ທີ່ຈັດຂຶ້ນໃນຕົ້ນເດືອນທັນວານີ້
ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວໃຫ້​ສັດຕະຍາບັນ​ຕໍ່​ມະຕິ​ຕົກລົງ
​ໃນ​ການ​ເຂົ້າ​ເປັນ​ສະມາ ຊິກ​ຂອງ​ອົງການ​ການ​ຄ້າ​ໂລກຂອງ​ລາວ
​ໃນ​ຂະນະ​ທີ່​ລັດຖະມົນຕີ​ທີ່​ກ່ຽວຂ້ອງ ກໍ​ເຊື່ອ​ໝັ້ນ​ວ່າ​ລາວ​ຈະ​ໄດ້ຮັບ​
ຜົນ​ດີ​ຈາກ​ມະຕິ​ດັ່ງກ່າວ​ນີ້.

ສະມາຊິກ​ສະພາ​ແຫ່​ງຊາດ​ລາວ​ໄດ້​ລົງມະຕິ​ຢ່າງ​ເປັນ​ເອກ​ກະສັນ
​ເພື່ອ​ໃຫ້​ສັດຕະຍາ​ບັນ​ຕໍ່​ມະ​ຕິ​ຕົກລົງ​ໃນ​ການ​ເຂົ້າ​ໄປ​ເປັນ​ສະມາ
ຊິກ​ຂອງ​ອົງການ​ການ​ຄ້າ​ໂລກ WTO ຢ່າງ​ເປັນ​ທາງ​ການ​ຂອງ
ສປປ.ລາວ ​ໂດຍ​ມະຕິ​ຕົກລົງ​ດັ່ງກ່າວ​ນີ້​ໄດ້​ມີ​ຂຶ້ນ ໃນ​ໂອກາດ​
ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ​ລາວ​
ຊຸດ​ທີ 7 ທີ່​ໄດ້​ເລີ່​ມການ​ປະຊຸມ​ນັບ​ແຕ່​ວັນ​ທີ່ 5 ທັນວາ​ເປັນ​ຕົ້ນ
​ມາ ​ແລະ​ການ​ປະຊຸມ​ກໍ​ຍັງ​ຈະດໍາ​ເນີນ​ຕໍ່​ໄປ​ຈົນ​ເຖິງ​ວັນ​ທີ 19 ທັນ​ວາ​ສົກ​ນີ້.

​ໂດຍ​ໃນ​ຊ່ວງ​ກ່ອນ​ໜ້າ​ທີ່ຈະ​ມີ​ການ​ລົງມະຕິ​ດັ່ງກ່າວ ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງນາຍົກ ລັດຖະມົນຕີ ​ແລະ​ລັດຖະມົນຕີວ່າການ​ຕ່າງປະ​ເທດ ​ໃນ​ຖານະ​ຫົວໜ້າ​ຄະນະ​ຜູ້​ແທນ​ຂອງ​ລັດຖະບາ​ນລາວ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ປະ​ຈໍາ​ປີ 2012 ຂອງ WTO ຢູ່​ນະຄອນຫຼວງ​ເຈ​ນີວາ ປະ​ເທດ​ສວິດ​ເຊີ​ແລັນ​ດ໌ ທີ່​ໄດ້​ມີ​ການ​ລົງມະຕິ​ຮັບຮອງ​ໃຫ້ ສປປ.ລາວ​ເຂົ້າ​ໄປ​ເປັນ​ສະ ມາຊິກ​ຂອງ WTO ຢ່າງ​ເປັນ​ທາ​ງການ​ເມື່ອ​ວັນ​ທີ 26 ຕຸລາ ທີ່​ຜ່ານ​ມາ​ນັ້ນ ກໍ​ໄດ້​ຖະ​ແຫຼງ ຢືນຢັນ​ຕໍ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ລາວ​ໃນຄັ້ງ​ນີ້ວ່າ ລາວ​ຈະ​ໄດ້ຮັບຜົນ​ປະ​ໂຫຍ​ດ​ເປັນ​ຢ່າງ​ດີ​ຈາກ​ການ​ທີ່​ໄດ້​ເຂົ້າ​ໄປ​ເປັນ​ສະມາ ຊິກ​ຂອງ ​WTO ດັ່ງ​ທີ່​ທ່ານ​ໄດ້​ຖະ​ແຫຼງຊີ້​ແຈງ​ວ່າ:

ທ່ານທອງລຸນ ສີສຸລິດ ກ່າວຄໍາປາໃສ ທີ່ກອງປະຊຸມຄັ້ງທີ 4 ຂອງສະໄໝ ທີ 7 ຂອງສະຳາແຫ່ງຊາດລາວ
ທ່ານທອງລຸນ ສີສຸລິດ ກ່າວຄໍາປາໃສ ທີ່ກອງປະຊຸມຄັ້ງທີ 4 ຂອງສະໄໝ ທີ 7 ຂອງສະຳາແຫ່ງຊາດລາວ

“ມັນ​ຈະ​ເພີ່ມ​ການ​ດຶງດູດ​ການ​ລົງທຶນ​ຈາກ​ພາຍ​ໃນ​ແລະ
​ຕ່າງປະ​ເທດ ຍົກ​ລະດັບ​ຂີດຄວາມ​ສາມາດ​ໃໝ່​ໃນ​ການ​
ຜະລິດ​ແລະ​ການ​ສົ່ງ​ອອກ​ ທັງ​ເປັນ​ປັດ​ໃຈ​ຊຸກຍູ້​ການ​ຫັນ
ປ່ຽນ ​ໂຄງປະກອບ​ເສດຖະກິດ ​ໂຄງ​ປະກອບ​ແຮງ​ງານ
ຊຸກຍູ້​ເສດຖະກິດ​ໃຫ້​ມີ​ການ​ຂະຫຍາຍຕົວ​ສູງ​ຂຶ້ນ ​ໃນ​
ການ​ເຂົ້າ​ເປັນ​ສະມາຊິກ WTO ສິນຄ້າ ​ແລະ​ການ
ບໍລິການ​ຂອງ​ລາວ​ຈະ​ໄດ້​ຮັບ​ການ​ປະຕິບັດ​ແບບ​ສະ​
ເໝີ​ພາບ.”


ພ້ອມ​ກັນ​ນີ້ ທ່ານ​ທອງ​ລຸນ ຍັງ​ເນັ້ນ​ຢໍ້າດ້ວຍ​ວ່າ​ລັດຖະບານ​ລາວ​ຈະ​ສຸມ​ທຸກ​ຄວາມ​ອາດ​ສາ ມາດ​ເຂົ້າ​ໃນ​ການ​ປະຕິບັດ​ຕາມ​ບັນດາ​ກົດ​ລະບຽບ​ແລະ​ຂໍ້​ກໍານົດ​ຕ່າງໆ​ຂອງ WTO ຢ່າງ​ຄົບ​ຖ້ວນ ​ໂດຍ​ສະ​ເພາະ​ແມ່ນ​ການ​ປະຕິບັດ​ຕາມຫຼັກການ​ຄ້າ​ເສລີ ​ແລະການ​ແກ້​ໄຂ​ບັນດາ​ຂໍ້​ຂັດ​ແຍ້​ງຕ່າງໆ​ທາງ​ການ​ຄ້າ​ດ້ວຍ​ການ​ເຈລະຈາ​ກ ​ໂດຍ ຄໍານຶງ​ເຖິງ​ຜົນ​ປະ​ໂຫຍ​ດຢ່າງ​ຍຸຕິ​ທໍາ​ລະຫວ່າງ​ປະ​ເທດ​ສະມາຊິກ​ຂອງ WTO ດ້ວຍ​ກັນ.

​ພາຍ​ໃຕ້ຫຼັກການ​ຄ້າ​ເສລີ​ຂອງ WTO ນັ້ນ ທາງ​ການ​ລາວ​ໄດ້​ຕົກລົງ​ທີ່​ຈະ​ປັບ​ລົດ​ອາກອນ​ການ​ຄ້າ​ໃຫ້​ຢູ່​ໃນ​ອັດ​ຕາສະ​ເລ່ຍບໍ່​ເກີນ 18.8% ສໍາລັບ​ສິນຄ້າ​ປະ​ເພດ​ເຄື່ອງ​ໃຊ້​ສອຍ​ຕ່າງໆ ​ແລະ​ສິນຄ້າ​ປະ​ເພດ​ທີ່​ເປັນ​ຜົນ​ຜະລິດ​ຈາກ​ການ​ກະ​ເສດ ກໍ​ຈະ​ຈັດ​ເກັບ​ອາກອນ​ການ​ຄ້າ​ໃນ​ອັດຕາ​ສະ​ເລ່ຍບໍ່​ເກີນ 19.3% ສ່ວນ​ນອກ​ນັ້ນ​ຈະ ​ຈັດ​ເກັບ​ໃນ​ອັດຕາ​ບໍ່​ເກີນ 18.7% ​ແລະ​ພ້ອມ​ກັນ​ນັ້ນ ທາງ​ການ​ລາວ​ກໍ​ຍັງ​ຈະ​ຕ້ອງ ​ເປີດ​ຕະຫຼາດ​ໃນ​ພາກ​ບໍລິການ​ອີກ​ດ້ວຍ ທັ້ງນີ້​ໂດຍ​ລັດຖະບານ​ລາວ​ກໍ​ໄດ້​ສັນຍາກັບ WTO ​ໄວ້​ວ່າ​ຈະ​ເປີດ​ຕະຫຼາດ​ໃນ​ພາກ​ບໍລິການ​ໃນ​ລາວ​ບໍ່​ໜ້ອຍ​ກວ່າ 10 ພາກ ສ່ວນ ​ແລະ 79 ກິດຈະການ​ທີ່​ກ່ຽວຂ້ອງ​ກັບ​ທຸລະ​ກິດ​ໃນ​ພາກ​ບໍລິການ​ນໍາ​ອີກ.

ຊຶ່ງ​ດ້ວຍ​ການ​ປັບ​ລົດ​ອາກອນ​ການ​ຄ້າ​ແລະ​ການ​ເປີດ​ຕະຫຼາດ​ໃນ​ພາກ​ບໍລິການ​ພາຍ​ໃນ​ປະ​ເທດ​ດັ່ງກ່າວນີ້ ກໍ​ເຮັດ​ໃຫ້ຫຼາຍຝ່າຍຢ້ານ​ກົວ​ວ່າ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່ລາຍ​ຮັບ​ເຂົ້າງົບປະ ມານ​ຂອງ​ລັດຖະບານ​ລາວ​ໂດຍ​ກົງ ຫາກ​ແຕ່​ທາງ​ດ້ານ​ສະພາ​ຫໍການ​ຄ້າ​ແລະ​ອຸດສາຫະກໍາ​ແຫ່ງ​ຊາດ​ລາວ​ນັ້ນ ກໍ​ຍັງ​ເຊື່ອ​ໝັ້ນ​ວ່າ​ລາວ​ຈະ​ໄດ້​ຮັບ​ຜົນ ປະ​ໂຫຍດຫຼາຍກວ່າ​ຜົນ​ກະທົບ​ຈາກ​ການ​ເຂົ້າ​ໄປ​ເປັນ​ສະມາຊິກ​ຂອງ WTO ດັ່ງກ່າວ.

​ກ່ອນ​ໜ້າ​ນີ້ ທ່ານ​ນາງ Karen Stewart ​ເອກ​ອັກຄະ​ລັດຖະທູດ​ສະຫະລັດອະ​ເມ​ຣິກາ​ປະ​ຈໍາ​ລາວ ກໍ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ທາງ​ການ​ລາວ​ຈະ​ສາມາດ​ປະ ຕິ​ບັດ​ຕາມ​ບັນດາ​ຂໍ້​ຕົກລົງ​ແລະ​ລະບຽບຕ່າງໆ​ຂອງ WTO ​ໄດ້​ເປັນ​ຢ່າງ​ດີ.

ສ່ວນອົງການ​ເພື່ອ​ການ​ພັດທະນາ​ສາກົນ​ຂອງ​ສະຫະລັດ ຫຼື USAID ນັ້ນ​ກໍ​ໄດ້​ໃຫ້ ການ​ຊ່ວຍ​ເຫຼືອລາວ​ໃນ​ການ​ສ້າງ​ຄວາມ​ເຂົ້າ​ໃຈ​ໃຫ້​ກັບ​ບັນດາ​ເຈົ້າໜ້າ​ທີ່​ຂອງ​ລັດຖະ ບານ​ແລະ​ປະຊາຊົນ ກ່ຽວ​ກັບ​ຜົນ​ກະທົບ​ທັງ​ດ້ານ​ບວກ​ແລະ​ດ້ານ​ລົບ​ທີ່​ຈະ​ເກີດ​ຂຶ້ນຈາກ​ການ​ທີ່​ລາວ​ໄດ້​ເຂົ້າ​ໄປ​ເປັນ​ສະ​ມາ​ຊິກ​ຂອງ WTO ​ແລະ​ໃນ​ການ​ຕຽມ​ພ້ອມ​ບຸກ ຄະລາ​ກອນ​ດ້ານ​ກົດ ໝາຍ ​ແລະ​ສານ​ຍຸຕິ​ທໍາ ​ເພື່ອ​ຮັບ​ມື​ກັບ​ບັນດາ​ຂໍ້​ຂັດ​ແຍ້​ງຕ່າງໆ ທີ່​ອາດ​ຈະ​ເກີດ​ຂຶ້ນພາຍຫຼັງ ທີ່​ລາວ​ໄດ້​ເຂົ້າ​ໄປ​ເປັນ​ສະມາຊິກຂອງ WTO ​ແລ້ວ​ນັ້ນ.
XS
SM
MD
LG