ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ເກົາຫຼີເໜືອ ຕັດສາຍດ່ວນ ຕິດຕໍ່ ທາງທະຫານ ກັບກຸງໂຊລ (ສະໄລດ໌/ວີດີໂອ)


ເກົາຫລີ​ເໜືອ​ກ່າວ​ວ່າ ຕົນ​ໄດ້​ຕັດ​ໂທລະສັບສາຍດ່ວນຂອງ​ທະຫານ ທີ່ເຊື່ອມຕໍ່ກັບເກົາຫຼີໃຕ້ ແລະສົງຄາມອາດເກີດຂື້ນໄດ້ທຸກເວລາ
ເກົາຫລີ​ເໜືອ​ກ່າວ​ວ່າ ຕົນ​ໄດ້​ຕັດ​ໂທລະສັບສາຍດ່ວນຂອງ​ທະຫານ ທີ່ເຊື່ອມຕໍ່ກັບເກົາຫຼີໃຕ້ ແລະສົງຄາມອາດເກີດຂື້ນໄດ້ທຸກເວລາ
ເກົາຫລີ​ເໜືອ​ກ່າວ​ວ່າ ຕົນ​ໄດ້​ຕັດ​ໂທລະສັບສາຍດ່ວນຂອງ​ທະ
ຫານ ຊຶ່ງ​ເປັນ​ນຶ່ງ​ໃນ​ການ​ຕິດ​ຕໍ່​ສື່ສານ​ອັນ​ສຸດ​ທ້າຍທີ່​ຍັງ​ເຫຼືອຢູ່
ກັບເກົາຫລີ​ໃຕ້ ​ໃນ ​ຂະນະ​ທີ່​ຄວາມ​ເຄັ່ງ​ຕຶງ ສືບ​ຕໍ່​ເພີ້ມທະວີ​ຂຶ້ນ​
ຢູ່​ໃນແຫລມ​ເກົາຫລີ.

ອົງການ​ຂ່າວສູ​ນກາງ​ຂອງທາງ​ການ​ເກົາຫລີ ຫລື KCNA ກ່າວ​
ໃນ​ວັນ​ພຸດ​ມື້​ນີ້ວ່າ ​ເຈົ້າ​ໜ້າ​ທີ່​ໄດ້​ແຈ້ງຂ່າວ​ໄປຍັງກຸງ​ໂຊ​ລ​ແລ້ວ
ໂດຍ​ຢືນ​ຢັດວ່າ ການ​ສື່ສານດັ່ງກ່າວ ​ບໍ່​ມີ​ຄວາມ​ຈໍາ​ເປັນ​ອີກ​ແລ້ວ
​ເພາະວ່າ ສົງຄາມ​ອາດ​ຈະເກີດ​ຂື້ນ​ໄດ້​ທຸກ​ເວລາ.

​ໄດ້​ມີ​ການ​ປະກາດ​ຂ່າວ​ນີ້​ອອກ​ທາງ​ໂທລະພາບຂອງ​ລັດ​ເຊ່ນ​ກັນ.

ລັດຖະມົນ​ຕີທ້ອນໂຮມຊາດ​ຂອງ​ເກົາຫລີ​ໃຕ້ ກ່າວ​ຕໍ່ວີ​ໂອ​ເອວ່າ
ຕົນ​ໄດ້​ຮັບໃຫ້ການ​ຢືນຢັນ​ວ່າ ​ເກົາຫຼີ​ເໜືອ​ໄດ້​ຕັດ​ໂທລະສັບສາຍ
ດ່ວນ​ແທ້ ທີ່ຕັ້ງຢູ່​ໃນ​ເຂດອຸສາ​ຫະກຳ​ຮ່ວມ Kaesong ​ເໜືອ​ເຂດ
​ປອດ​ທະຫານ ຂຶ້ນ​ໄປ​ໜ້ອຍ​ນຶ່ງ.



​ຜ່ານ​ມາ ​ເກົາຫລີ​ເໜືອກໍເຄີຍ​ຕັດ​ສາຍ​ໂທລະ​ສັບດ່ວນມາ​ແລ້ວ ​ຊຶ່ງເຮັດ​ໃຫ້​ພະນັກງານ​ເກົາຫລີໃຕ້ ຕົກ​ຄ້າງ​ຢູ່​ທີ່​ເຂດ​ອຸສາ​ຫະກຳ​ຮ່ວມ​ເປັນການ ຊົ່ວຄາວ. ​ຍັງເປັນ​ທີ່​ຊາບ​ບໍ່​ໄດ້​ວ່າ ການ​ເຄື່ອນ​ໄຫວຄັ້ງ​ຫລ້າ​ສຸດ​ນີ້ ຈະມີຜົນ​ສະທ້ອນ​ແນວໃດ ຕໍ່​ເຂດ​ອຸສາ​ຫະກຳ​ຮ່ວມ​ດັ່ງກ່າວ.
ການ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້ ​ມີ​ຂື້ນ​ໃນ​ຂະນະທີ່ພຽງ​ຢາງ​ໄດ້ສະ​ແດງ​ອອກຊຶ່ງ ​ສັນຍາ​ລັກ​ແລະ​ຂົ່ມຂູ່​ທີ່​ຈະ​ເຮັດ​ສົງຄາມ​ຕໍ່​ເກົາຫຼີ​ໃຕ້​ ເກືອບ​ວ່າ​ໃນ​ທຸກໆ​ມື້.​ເກົາຫລີ​ເໜືອ ບໍ່ພໍ​ໃຈ​ຕໍ່ການ​ຊ້ອມລົບ​ຮ່ວມ​ປະ​ຈໍາປີ ​ລະຫວ່າງສະຫະລັດ ​ແລະ​ເກົາຫລີ​ໃຕ້ ​ພ້ອມ​ທັງ​ການ​ລົງ​ໂທດ​ຂອງ​ອົງການສະຫະ​ປະຊາ​ຊາດ ທີ່​ໄດ້​ມີ​ການ​ຮັບຮອງເອົາ​ເພື່ອ​ຕອບ​ໂຕ້ຕໍ່ການ​ທົດ​ລອງ​ນິວ​ເຄລຍຄັ້ງຫລ້າ​ສຸດຂອງ​ພຽງ​ຢາງ.

Korea Tension
please wait
Embed

No media source currently available

0:00 0:00:35 0:00
XS
SM
MD
LG