ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກສຶກສາມຽນມາ ປະທ້ວງ ເປັນມື້ທີສີ່ ຕ້ານກົດໝາຍ ການສຶກສາໃໝ່


ບັນດານັກສຶກສາມຽນມາ ຍົກບາດຂວ້ຳລົງ ອັນເປັນສັນ
ຍາລັກຂອງການປະທ້ວງ
ບັນດານັກສຶກສາມຽນມາ ຍົກບາດຂວ້ຳລົງ ອັນເປັນສັນ ຍາລັກຂອງການປະທ້ວງ

ພວກ​ນັກ​ສຶກສາ​ມຽນມາ ຫລາຍ​ຮ້ອຍຄົນ ພາກັນ​ເດີນ​ຂະ​ບວນ
ຢູ່ໃນນະຄອນ​ຢາງ​ກຸ້​ງ ​ເປັນ​ມື້​ທີ​ສີ່ລຽນຕິດ ​ເພື່ອ​ປະ​ທ້ວງກົດ
ໝາຍ​ການ​ສຶກສາ​ຂອງປະເທດ ທີ່​ເຂົາ​ເຈົ້າກ່າວ​ວ່າ ຈະ​ຫລຸດ​
ຜ່ອນ​ສິດ​ເສລີພາບກ່ຽວກັບການ​ສຶກສາ​ຊັ້ນ​ສູງນັ້ນ.

ພວກ​ນັກສຶກສາ ​ທີ່ພາກັນ​ປະ​ທ້ວງ​ຢ່າງ​ສະຫງົບ​ໃນ​ວັນ​ຈັນ
​ວານນີ້ ບໍ່ພໍ​ໃຈ​ກັບ​ຮ່າງ​ກົດໝາຍ​ໃໝ່ ທີ່ຈະຄວບຄຸມມະຫາວິ
ທະຍາ​ໄລ​ຕ່າງໆຢູ່ໃນມຽນມາ ໂດຍທາງ​ສູນ​ກາງ​.

ບັນດາເຈົ້າ​ໜ້າ​ທີ່​ຈາກ​ກະຊວງ​ສຶກສາ ​ໄດ້​ພົບ​ກັບ​ບັນດາ​ຜູ້ນຳ
​ນັກ​ສຶກສາ ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ​ແຕ່​ວ່າການ​ເຈລະຈາ​ໄດ້
ສີ້​ນສຸດ​ລົງ ​ໂດຍປາດ​ສະ​ຈາກຄວາມຄື​ບໜ້າ​ໃດໆ.

ທ່ານ Zaw Htay ອະທິບໍດີ​ຂອງກົມການສຶກສາຊັ້ນສູງຂອງມຽນມາ ກ່າວ​ຕໍ່ ວີ​ໂອເອ ພະ
​ແນ​ກພາສາ​ມຽນມາ ວ່າ ບັນດາ​ເຈົ້າ​ໜ້າ​ທີ່ ເຕັມ​ໃຈ​ທີ່​ຈະ​ເຮັດ​ວຽກ​ຮ່ວມກັບພວກ​ນັກ​ສຶກສາ
​ເພື່ອ​ແກ້ໄຂ​ຄວາມ​ເປັນ​ຫ່ວງ​ຂອງ​ເຂົາ​ເຈົ້າ.

ທ່ານ Zaw Htay ເວົ້າວ່າ “ຖ້າຫາກ​ວ່າ​ການຮຽກຮ້ອງ​ນີ້ ເປັນຄວາມ​ປາດ​ຖະໜາ​ທີ່​ແ​ທ້ຈິງ
ຂອງ​ບັນດາ​ນັກ​ສຶກສາແລ້ວ ມັນ​ມີຊ່ອງ​ທາງຢູ່ທີ່ຈະໄດ້ຮັບການແກ້ໄຂ. ພວກ​ເຮົາ​ຕ້ອງໄດ້
ດຳເນີນການຫລື​ເຈລະ​ຈາຫາລືຊຶ່ງ​ກັນ​ແລະ​ກັນ. ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ຄວາມ​ປາດ​ຖ​ະໜາ​
ຢ່າງ​ແທ້​ຈິງແລ້ວ ພວກ​ເຮົາ​ຕ້ອງ​ນັ່ງ​ລົງ ​ແລະ​ຫາທາງວ່າຈະຈັດຕັ້ງປະຕິບັດຄຳຮຽກຮ້ອງຂອງ
ເຂົາ​ເຈົ້າຢ່າງ​ໃດ. ພວກ​ເຮົາ​ບໍ່​ໄດ້​ຄັດ​ຄ້ານ​ຫຍັງ​ໝົດ ​ຕໍ່​ຄວາ​ມ​ປາດ​ຖະໜາ​ຂອງ​ເຂົາ​ເຈົ້າ. ​

​ໃນ​ວັນ​ຈັນ​ວານ​ນີ້ ພວກ​ນັກ​ສຶກສາ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່ປະຕິບັດຕາມຄຳ​ຮຽກ
ຮ້ອງ​ຂອງ​ເຂົາ​ເຈົ້າ​ພາຍ​ໃນ 60 ມື້. ພວກ​ນັກ​ສຶກສາ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ທຳ​ການສະ​ເໜີ
ແນະ ກ່ອນ​ຮ່າງ​ກົດໝາຍການ​ສຶກສາ​ແຫ່ງ​ຊາດ ​ແຕ່​ບໍ່ມີຜູ້ໃດເອົາ​ຫົວຊາ.

ທ່ານ Phyo Phyo Oo ​ເລຂາທິການ​ໃຫຍ່ຂອງສະຫະພັນ​ນັກ​ສຶກສາມ​ຽນມາ ກ່າວ​ວ່າ ພວກ​ນັກ​ສຶກສາ​ໄດ້​ຕຽມ​ພ້ອມແລ້ວ​ທີ່​ຈະ​ສືບຕໍ່ການ​ປະ​ທ້ວງ​ ດົນ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້.

Students Stage Rare, Risky Protest in Myanmar’s Capital
please wait

No media source currently available

0:00 0:02:29 0:00

XS
SM
MD
LG