ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານໃນມຽນມາ ຕັດສິນຈຳຄຸກ ຜູ້ຊາຍສາມຄົນ ສອງປີເຄິ່ງ ໃນຖານໝິ່ນປະໝາດ ພຸດທະສາສະໜາ


ທ່ານ Philipe Blackwood ຈາກ​ປະ​ເທດ New Zealand
​ທ່ານ Tun Thurien ​ແລະ ທ່ານ Htut Ko Ko Lwin ຊຶ່ງເປັນ
ຄົນມຽນມາ ຖືກສານຕັດສິນຕິດຄຸກ.
ທ່ານ Philipe Blackwood ຈາກ​ປະ​ເທດ New Zealand ​ທ່ານ Tun Thurien ​ແລະ ທ່ານ Htut Ko Ko Lwin ຊຶ່ງເປັນ ຄົນມຽນມາ ຖືກສານຕັດສິນຕິດຄຸກ.

​ສານແຫ່ງ​ນຶ່ງໃນ​ມຽນມາ ​ໄດ້​ຕັດສິນລົງ​ໂທດ ໃນວັນອັງຄານມື້ນີ້
​ໃຫ້ຜູ້​ຈັດການ​ບາແລະ​ເພື່ອນຮ່ວມງານ​ສອງ​ຄົນ ຕິດຄຸກ​ເປັນ​ເວລາ
​ສອງ​ປີ​ເຄິ່ງ ໃນ​ຖານ​ໃຊ້ພະພຸດທະ​ຮູບຢູ່ໃນ​ໃບ​ໂຄສະນາ ຊຶ່ງ​ຜູ້​ພິ
ພາກສາ​ກ່າວ​ວ່າ ​ເປັນ​ການໝິ່ນປະໝາດ ພຸດທະ​ສາສະໜາ.

​ໃບ​ໂຄສະນາດັ່ງກ່າວ ທີ່ສະເໜີຫລຸດ​ລາຄາ​ເຄຶ່ອງດື່ມ ​ແລະ​ດົນຕີ​
ອີເລັກ​ໂຕຣນິກຢູ່​ທີ່​ບາ VGastro ​ໄດ້​ປາກົດ​ຢູ່ໃນ​ໜ້າ Facebook
​ເມື່ອ​ເດືອນ​ທັນວາ​ທີ່​ຜ່ານ​ມາ ສະ​ແດງ​ໃຫ້​ເຫັນ ພະພຸດທະ​ຮູບ​ໃສ່
​ຫູ​ຟັງຂະໜາດ​ໃຫຍ່ ​ທີ່​ເປັນ​ສີ​ແຈ້ງສົດ​ໃສ. ຕໍ່​ມາ​ໄດ້​ຖືກ​ທົດ​ແທນ
ດ້ວຍ​ການ​ຂໍ​ຂະມາໂທດ.

ສານ​ໃນ​ນະຄອນ​ຢາງ​ກຸ້ງ ​ໄດ້​ຕັດສິນ​ລົງ​ໂທດ ໃຫ້ທ່ານ Philipe Blackwood ຈາກ​ປະ​ເທດ
New Zealand ​ແລະ ທ່ານ Tun Thurien ​ແລະ ທ່ານ Htut Ko Ko Lwin ຊຶ່ງເປັນຄົນ
ມຽນມາ ​ອອກແຮງງານໜັກ ເປັນ​ເວລາ​ສອງ​ປີ​ ​ໃນ​ຖານ​ໝິ່ນປະ​ໝາດສາສະໜາ ​ແລະ​ອີກ​
ຫົກ​ເດືອນ​ ໃນ​ຖານ​ບໍ່​ເຄົາລົບຕໍ່​ຄຳສັ່ງລັດຖະ​ການ.

ຄະດີ​ດັ່ງກ່າວ ​ມີຂຶ້ນໃນຂະນະທີ່ມີການມອງເຫັນວ່າ ​ມຽນມາ ພວມມີຄວາມເປັນຊາດນິຍົມ
ໃນ​ພຸດທະ​ສາສະໜາເພີ້ມຂຶ້ນ.

ທ່ານ Phil Robertson ຮອງ​ຜູ້ອຳນວຍການຝ່າຍເອ​ເຊຍຂອງ​ກຸ່ມປົກປ້ອງສິດທິມະນຸດ
Human Rights Watch ກ່າວ​ວ່າ ການ​ຕັດສິນ​ລົງ​ໂທດ​ ໃນ​ວັນ​ອັງ ຄານ​ມື້​ນີ້ ສະ​ແດງ​ໃຫ້
​ເຫັນວ່າ “ສິດເສລີພາບ ໃນການສະແດງຄວາມຄິດຄວາມ ເຫັນ ພວມໄດ້ຮັບການ​ຂົ່ມຂູ່
​ເພີ້ມຂຶ້ນ ແບບທີ່ບໍ່ເຄີຍມີມາກ່ອນ​ໃນ​ມຽນມາ ​ໃນ​ຂະ ນະ​ທີ່​ປະ​ເທດດັ່ກ່າວ ພວມກ້າວ​ໄປ​ສູ່
​ການ​ເລືອກ​ຕັ້ງຄັ້ງ​ສຳຄັນ.

ທ່ານ​ກ່າວຢູ່​ໃນ​ຖະ​ແຫລ​ງການສະບັບນຶ່ງ​ວ່າ “ບັນດາ​ເຈົ້າ​ໜ້າ​ທີ່ ຄວນ​ທີ່​ຈະ​ຮັບ​ເອົາ​ການ​ຂໍ
​ຂະ​ມາໂທດ​ດ້ວຍຄວາມຈິງໃຈ ຂອງ​ພວກຜູ້​ຊາຍ​ທັງ​ສາມ ຍົກເລີກ ການລົງໂທດ​ ແລະ​ສັ່ງ
​ໃຫ້​ປ່ອຍ​ໂຕ​ເຂົາ​ເຈົ້າໃນ​ທັນ​ທີ​ແລະຢ່າງ​ບໍ່​ມີ​ເງື່ອນ​ໄຂໃດໆ.”

Myanmar Buddha
please wait
Embed

No media source currently available

0:00 0:00:29 0:00

XS
SM
MD
LG