ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມຽນມາ ຈຳກັດ ສື່ມວນຊົນ ກ່ອນການເລືອກຕັ້ງ ດ້ວຍການຂົ່ມຂູ່


ນັກເຄື່ອນໄຫວຖືກປ້າຍໃນລະຫວ່າງການປະທ້ວງຕໍ່ການສັງຫານນັກຂ່າວອິດສະຫຼະ Aung Kyaw Naing ຢູ່ນອກຫ້ອງການລັດຖະບານໃນນະຄອນ ຢາງກຸ້ງ ປະເທດ ມຽນມາ. 26 ຕຸລາ 2014.
ນັກເຄື່ອນໄຫວຖືກປ້າຍໃນລະຫວ່າງການປະທ້ວງຕໍ່ການສັງຫານນັກຂ່າວອິດສະຫຼະ Aung Kyaw Naing ຢູ່ນອກຫ້ອງການລັດຖະບານໃນນະຄອນ ຢາງກຸ້ງ ປະເທດ ມຽນມາ. 26 ຕຸລາ 2014.

ມີການເບິ່ງກັນວ່າ ມຽນມາ ກຳລັງເພີ່ມທະວີການຂົ່ມຂູ່ຫຼາຍຂຶ້ນຕໍ່ ສື່ມວນຊົນກ່ອນໜ້າການເລືອກຕັ້ງ. ພຸດທະສອນ ມີລາຍງານ
ກ່ຽວກັບເລື່ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອຳນາດ​ການ​ປົກຄອງ​ຂອງ​ ມຽນມາ ​ເພີ່​ມທະວີການຈຳກັດ ​ສື່​ມວນ​ຊົນຫຼາຍຂຶ້ນ​ກວ່າເກົ່າ​ ໃນ​ຂະນະ​ທີ່ປະ​ເທດ​ຂອງ​ຕົນ​ກຳລັງ​ຫຍັບເຂົ້າ ໃກ້ການ​ເລືອກ​ຕັ້ງແຫ່ງ​ຊາດ ທີ່ມີຄວາມສຳຄັນເປັນພິເສດ, ໂດຍໃຊ້​ການ​ຂົ່ມຂູ່, ການ​ຮາວີລົບກວນ ​ແລະ ການຈັບກຸມເພື່ອ ປາບປາມ​ບັນດາ​ນັກ​ຂ່າວ ​ແລະອົງການຂ່າວຕ່າງໆ, ອີງ​ຕາມ​ການ​ລະ​ງານ​ຂອງ​ອົງການນິລະ ໂທດກຳ​ສາກົນ ທີ່ນຳອອກເຜີຍແຜ່ເມື່ອ​ວັນ​ທີ 17 ມິຖຸນາ ​ທີ່​ຜ່ານ​ມານີ້.

ທ່ານ Rupert Abbott ຫົວໜ້າ​ການ​ຄົ້ນ​ຄວ້າ​ສຳລັບເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ຂອງ​ອົງການ​ນິລະ​ໂທດກຳສາກົນ ໄດ້​ກ່າວ​ຕໍ່ VOA ວ່າ “ບັນດາ​ນັກ​ຂ່າວ​ມີບົດບາດ​ທີ່​ສຳ​ຄັນ​ຫຼາຍ​ຕໍ່​ການ​ເລືອກ​ຕັ້ງ. ​ພວກ​ເຂົາ​ສາມາດ​ຊ່ວຍ​ພັດທະນາ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວສານ, ຊ່ວຍ​ໃຫ້​ປະຊາຊົນ​ເ​ຂົ້າ​ໃຈ​ທາງ​ເລືອກ ທີ່​ພວກ​ເຂົາ​ຕ້ອງ​ໄດ້​ຕັດສິນ. ​ ບົດ​ບາດ​ຂອງບັນດາ​ນັກ​ຂ່າວ, ບົດບາດ​ຂອງສິດເສລີພາບ​ໃນ​ການສະແດງ​ອອກ​ຄຳຄິດຄຳ​ເຫັນ ​ອ້ອມຮອບ​ການ​ເລືອກຕັ້ງ ​ແມ່ນ​ມີ​ຄວາມ​ສຳຄັນ​ຫຼາຍ​ແທ້ໆ.”

ລາຍງານແຈ້ງວ່າ ມີ​ນັກ​ຂ່າວ​ສື່​ມວນ​ຊົນ ມຽນມາ ຢ່າງ​ໜ້ອຍ 1​0 ຄົນ​ໄດ້​ຖືກ​ຈັບ​ກຸມ, ທັງ​ໝົດ​ແມ່ນ ​ຖື​ກຈຳ​ຄຸກໃນໄລຍະ 12 ​ເດືອນຜ່ານມານີ້.

ບັນດາ​ນັກ​ຂ່າວ​ໃນ ມຽນມາ, ​ອີງ​ຕາມ​ການ​ລາຍ​ງານແລ້ວ, ​ແມ່ນ​ມີ​ຄວາມ​ລະມັດ​ລະ​ຫວັງ​ເປັນ​ຢ່າງ​ດີ​ຕໍ່ “​ເສັ້ນຂີດ​ສີ​ແດງ” ທີ່​ພວກ​ເຂົາ​ບໍ່​ສາມາດ​ຂ້າມ​ໄດ້​, ລວມທັງ​ເລື່ອງ​ກ່ຽວກັບ​ທະຫານ​ທີ່​ມີ​ອິດທິພົນສູງ, ພວກ​ຫົວ​ຮຸນ​ແຮງ​ສາສະໜາ​ພຸ​ດ ​ແລະ ຊາຕາກຳຂອງພວກ​ຊົນ​ກຸ່ມ​ນ້ອຍ ​ໂຣຮິງ​ຢາ, ​ເຊິ່ງລັດຖະບານພຽງ​ແຕ່​ອ້າງອີງ​ເຖິງພວກ​ເຂົາວ່າ​ເປັນ​ຊາວ ເບັງລີ ທີ່ມາຈາກ ບັງກລາແດັສ. ​ໃນ​ປີ 2014 ນັກ​ລາຍ​ງານຂ່າວ​ອິດສະຫຼະ Aung Kyaw Naing ໄດ້​ຖືກ​ຂ້າ​ຕາຍໃນລະຫວ່າງ ທີ່ຖືກ​ຄວບ​ຄຸມໂຕ​ໂດຍ​ທະຫານ ຫຼັງ​ຈາກ​ທີ່​ລາວ​ໄດ້​ລາຍ​ງານ​ການ​ປະ​ທະ​ກັນ ​ລະຫວ່າງ​ທະຫານ ມຽນມາ ​ແລະ ກຳລັງຊົນເຜົ່າກະຫລ່ຽງ.

ອົງການ​ນິລະ​ໂທດກຳ​ກ່າວ​ວ່າ ​ເຫດການດັ່ງກ່າວໄດ້ສະແດງໃຫ້ເຫັນ ເຖິງແນວໂນ້ມ​ແຫ່ງ​ຄວາມ​ຢ້ານ​ກົວ​ ແມ່ນ​ຍັງມີ​ຢູ່ ​ສຳລັບ​ບັນດາ​ນັກ​ຂ່າວ​ພາຍໃນ​ປະ​ເທດ.

ນັກ​ຂ່າວ​ບາງ​ຄົນ, ​ທີ່​ໄດ້​ຂຽນອ້າງ​ອີງ​ຢູ່​ໃນ​ບົດ​ລາຍ​ງານ ໂດຍ​ບໍ່​ລະບຸ​ຊື່ ຍ້ອນ​ວ່າ​ຢ້ານ​ຖືກ​ໂຕ້ຕອບ ຄືນ, ​ເຊິ່ງໄດ້​ອະທິ​ບາຍ​ວ່າ​ເຈົ້າ​ໜ້າ​ທີ່​ທະຫານ​ໄດ້​ຂົ່ມຂູ່​ວ່າ​ຈະ​ທຳ​ຮ້າຍ​ຮ່າງ​ກາຍ​ຂອງພວກເຂົາ ຫຼື ​ໂຍນ​ເຂົ້າ​ຄຸກ​ໃນ​ຂະນະ​ທີ່​ພວກ​ເຂົາ​ກຳລັງ​ເຮັດ​ຂ່າວ ​ທີ່​ກ່ຽວ​ຂ້ອງ​ກັບ​ທະຫານ ​ເຊັ່ນ​ວ່າ ການ​ປະ​ທະ​ກັນ​ ໃນ​ບັນດາເຂດ​ທີ່​ມີ​ຊົນ​ເຜົ່າ.

ທ່ານ Abbott ​ເວົ້າວ່າ “ພວກ​ເຂົາປິດ​ປົກຕົວ​ຕົນ​ຂອງ​ພວກ​ເຂົາ. ການທີ່ຈະອ້າງຄຳເວົ້າຄົນ ທີ່ພວກເຮົາໄດ້ສຳພາດໂດຍກົງ ພວກເຂົາຈະຕ້ອງ ໄດ້ລະມັດລະວັງໂຕຫຼາຍ. ພວກເຂົາມີ ຄວາມສ່ຽງ ທີ່ຈະຖືກນຳໄປຂື້ນ ສານເວລາໃດກໍໄດ້ ແລະຍິ່ງກວ່ານັ້ນ, ພວກເຂົາເປັນຫ່ວງ ວ່າຂໍ້ມູນດັ່ງ ກ່າວອາດຈະຖືກນຳໃຊ້ມາຕໍ່ຕ້ານພວກເຂົາເອງ ຖ້າສະຖານະການຂອງ
ການເມືອງມີການປ່ຽນແປງອີກຄັ້ງ.”

ສື່ມວນຊົນຂອງ ມຽນມາ ຕັ້ງແຕ່ການລັດຖະປະຫານຂອງທະຫານໃນປີ 1962 ໄດ້ໃຊ້ເວລາ ເປັນຫຼາຍທົດສະວັດໃນການກວດພິຈາລະນາທີ່ເຄັ່ງຄັດຕໍ່ຮູບເງົາ ແລະແມ່ນກະທັ້ງບົດກອນ. ການປະຕິຮູບຕັ້ງແຕ່ປີ 2011 ມາໄດ້ນຳພາໄປສູ່ການຍົກເລີກໃນການຫ້າມເຂົ້າໄປເບິ່ງ ເວັບໄຊທ໌ຂ່າວ ຕ່າງປະເທດ ແລະ ການກວດພິຈາລະນາ ກ່ອນການເຜີຍແຜ່ຂ່າວ. ການເປັນ ເຈົ້າຂອງໜັງສືພິມເອກະຊົນກໍຍັງຕ້ອງໄດ້ຮັບອະນຸຍາດ ແຕ່ວ່າ ລັດຖະບານ ຍັງສືບຕໍ່ເປັນຜູ້ ຄວບຄຸມການອອກອາກາດຂ່າວແລະ ໜັງສືພິມທີ່ສຳຄັນຕ່າງໆ.

ການກະຈາຍຂ່າວທາງໂທລະພາບ ແລະ ວິທະຍຸຂອງ ວີໂອເອ ພາກພາສາ ມຽນມາ ແມ່ນບໍ່ ໄດ້ຖືກກີດກັ້ນ. ແລະ ກໍຍັງມີຫ້ອງການ ຕັ້ງຢູ່ນະຄອນ ຢາງກຸ້ງ ອີກດ້ວຍ.

ລັດຖະມົນຕີຖະແຫຼງຂ່າວ ມຽນມາ ທ່ານ Ye Htut ໃນບໍ່ເທົ່າໃດ ເດືອນຜ່ານມານີ້ໄດ້ກ່າວ ປ້ອງ ກັນການໂຍະຍານຂອງກົດໝາຍການ ກວດກາ ເຊິ່ງຄັ້ງໜຶ່ງເຄີຍຖືກພິຈາລະນາວ່າ ເຄັ່ງຄັດທີ່ ສຸດໃນໂລກ. ທ່ານໄດ້ກ່າວຕໍ່ບັນດາຜູ້ລາຍງານຂ່າວວ່າ ມຽນມາ ເຄີຍມີປະສົບການ ໃນການ ພັດທະນາທັງໃນແງ່ບວກ ແລະ ແງ່ລົບ ໃນບໍ່ເທົ່າໃດປີມານີ້, ເຊິ່ງໄດ້ສະແດງໃຫ້ເຫັນວ່າ ລັດຖະບານ ຕ້ອງການທີ່ຈະເຮັດວຽກກັບ ສື່ມວນຊົນຂອງສາກົນ. ທ່ານຍັງ ໄດ້ກ່າວວ່າ ການ ປະຕິຮູບເພີ່ມເຕີມ ຂອງນະໂຍບາຍ ການຄຸ້ມຄອງສື່ມວນຊົນ ເບິ່ງຄືວ່າ ຈະບໍ່ທັນມີເທື່ອ ຈົນກວ່າ ຫຼັງຈາກການເລືອກຕັ້ງແຫ່ງຊາດ ເຊິ່ງຄາດວ່າ ຈະມີຂຶ້ນປະ ມານເດືອນພະຈິກ.

ການປ່ອນບັດເລືອກຕັ້ງຂອງປະເທດເມື່ອຫ້າປີທີ່ຜ່ານມາ ໄດ້ມອບອຳນາດໃຫ້ລັດຖະບານ ປະຕິຮູບເຄິ່ງພົນລະເຮືອນ.

ພັກຝ່າຍຄ້ານ ສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫຼື NDL ຂອງ ທ່ານນາງ Aung San Suu Kyi ທີ່ໄດ້ຮັບລາງວັນ Nobel ຂະແໜງສັນຕິພາບ ແມ່ນເບິ່ງຄືວ່າ ຈະໄດ້ຮັບບ່ອນນັ່ງ ຫລາຍທີ່ສຸດ ໃນສະພາແຫ່ງຊາດ ອີງຕາມນັກວິເຄາະຫຼາຍຄົນ.

ພັກ NLD ໃນປີ 1990 ໄດ້ກວາດເອົາ 82 ເປີເຊັນຂອງບ່ອນນັ່ງທັງໝົດ ແຕ່ຜົນການເລືອກຕັ້ງ ໄດ້ຖືກປະກາດໃຫ້ເປັນໂມຄະໂດຍທະຫານ.

ຫຼັງຈາກຫຼາຍທົດສະວັດຂອງຄວາມວຸ້ນວາຍກາງເມືອງທີ່ຍືຶດເຍື້ອ ແລະ ການໃຊ້ກຳລັງປາບປາມ ທີ່ໂຫດຮ້າຍ ທາງກອງທັບແຫ່ງຊາດ ໃນບໍ່ເທົ່າ ໃດປີມານີ້ ໄດ້ເອົາບາດກ້າວເພື່ອແກ້ໄຂຄວາມບໍ່ ພໍໃຈຂອງພວກຊົນເຜົ່າ ກຸ່ມນ້ອຍຫຼາຍສິບກຸ່ມ ແລະໄດ້ເຊັນສັນຍາການຢຸດ ຍິງເປັນລຳດັບມາກັບ ທະຫານກະບົດຫຼາຍກຸ່ມ.

ທ່ານ Abbott ຈາກອົງການນິລະໂທດກຳສາກົນ ກ່າວມ້ວນທ້າຍວ່າ “ພວກເຮົາຮຽກຮ້ອງໃຫ້ ປະຊາຄົມນານາຊາດຈົ່ງຍັງຕ້ອງຕື່ນຕົວມີຄວາມລະມັດລະວັງ ເຊິ່ງໃນຕອນນີ້ ມຽນມາ ກຳລັງ ກ້າວໄປສູ່ການເລືອກຕັ້ງ. ມຽນມາ ແມ່ນກຳລັງເປັນຈຸດດຶງດູດຄວາມສົນໃຈຂອງ ນານາຊາດ ນີ້ແມ່ນໂອກາດດຽວ ທີ່ຈະສາມາດຜັກດັນໃຫ້ລັດຖະບານ ຮັບປະກັນວ່າ ຄຳສັນຍາບາງອັນ ຂອງພວກເຂົາ ແມ່ນຈະຕ້ອງໄດ້ຮັບການປະຕິບັດ.”

XS
SM
MD
LG