ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກກະບົດ ມຸສລິມ ໂຣຮິງຢາ ໃນມຽນມາ ປະກາດ ຂໍ້ຮຽກຮ້ອງ ຂອງຕົນ

ຊາວອົບພະຍົບ Rohingya ເກັບກຳເອົາ ເຄື່ອງຂອງສຸກເສີນ ທີ່ລວມມີ ອາຫານ ແລະ ຢາ ໃນຂະນະທີ່ ຈະຖືກສົງອອກຈາກ Malaysia ໄປສູນອົບພະຍົບ Kutupalang ສຳລັບຊາວອົບພະຍົບ ທີ່ຍັງບໍ່ໄດ້ຂຶ້ນທະບຽນ ໃນເມືອງ Cox’s Bazar ຂອງປະເທດ Bangladesh, ວັນທີ 15 ກຸມພາ 2017.

ພວກກະບົດຊາວມຸສລິມ ໂຣຮິງຢາ ຜູ້ທີ່ໄດ້ຫລອນໂຈມຕີ ໃນເດືອນຕຸລາຜ່ານມາ ທີ່
ໄດ້ສັງຫານ ຕຳຫລວດຊາຍແດນ 9 ຄົນ ໃນລັດ Rakhine ຢູ່ທາງພາກເໜືອ ຂອງ
ມຽນມາ ນັ້ນ ໄດ້ປະກາດ ກ່ຽວ​ກັບບັນຊີຂໍ້ຮຽກຮ້ອງຕ່າງໆ ໃນສັບປະດານີ້ ຊຶ່ງຢູ່​ໃນ​
ລັກສະນະ​ທີ່​ເປັນສະພາບ​ໂຕ​ຈິງຫຼາຍຂຶ້ນ ໃນຂະນະທີ່ ກ່າວ​ເຖິງ ການໃຊ້ຄວາມຮຸນ
ແຮງ ຜ່ານມານັ້ນວວາ ເປັນການປ້ອງກັນໂຕ.

ຊາວມຽນມາ ທີ່ນັບຖືສາສະໜາພຸດ ເປັນຫລັກ ພາກັນຂີ່ລົດຈັກ ເປັນຂະບວນປະທ້ວງ ນຳພາໂດຍ ພັກ Arakan ແຫ່ງຊາດ ທີ່ຄອບງຳ ລັດ Rakhine ເພື່ອຕໍ່ຕ້ານແຜນການຂອງລັດຖະບານ ທີ່ຈະໃຫ້ສັນຊາດ ແກ່ສະມາຊິກບາງສ່ວນ ຂອງປະຊາຄົມ ຊາວໂຣຮິງຢາ ມຸສລິມ ກຸ່ມນ້ອຍ ຜູ້ຖືກປາບປາມ ໃນເມືອງ Sittwe ຂອງລັດ Rakhine, ປະເທດມຽນມາ, ວັນທີ 19 ມີນາ 2017.

ທ້າວ Ata Ullah ຜູ້ບັນຊາການ ຂອງຂະບວນການຄວາມ​ເຊື່ອ ຫຼື Faith Movement
ບັດນີ້ ໄດ້ຕັ້ງຊື່ຂຶ້ນມາໃໝ່ ຄື ກອງທັບ ປົດ​ປ່ອຍ​ເຂດ Arakan Rohingya ຫຼື ARSA
ໄດ້ລົງນາມ ໃນບັນຊີດັ່ງກ່າວ ເມື່ອວັນທີ 29 ເດືອນມີນານີ້ ຊຶ່ງໄດ້ຮັບ​ການຢັ້ງຢືນ ແລະ
ປາກົດວ່າ ກົງກັບວັນຄົບຮອບນຶ່ງປີ ທີ່ ທ່ານນາງ Aung San Suu Kyi ໄດ້ຂຶ້ນກຳ
ອຳນາດເປັນຄັ້ງທຳອິດ. Arakan ເປັນອີກຊື່ນຶ່ງ ຂອງລັດ Rakhine.

ໃນບົດຄວາມເບື້ອງຕົ້ນ ຕໍ່ຂໍ້ຮຽກຮ້ອງ 20 ຂໍ້ນັ້ນ ກຸ່ມ ARSA ໄດ້ກ່າວວ່າ ຕົນບໍ່ໄດ້ ກ່ຽວຂ້ອງກັບອົງການກໍ່ການຮ້າຍໃດໆ ລະເວັ້ນການໂຈມຕີ ຕໍ່ພົນລະເຮືອນ ແລະ
ສາສະໜາກຸ່ມ​ນ້ອຍ ແລະ ຢາກກ່າວຢ່າງ “ດັງໆ ແລະ ຈະແຈ້ງ” ວ່າ ຕົນ “ໂຈມຕີ
ເພື່ອປ້ອງກັນໂຕ”
ນັ້ນຄື​ຈຸດປະສົງ​ພຽງ​ຢ່າງ​ດຽວ ທີ່​ແນ​ໃສ່ “ອຳນາດການ​ປົກຄອງ​
ທີ່​ກົດ​ຂີ່​ຊາວ​ມຽນມາ.” ​
ພວກເຂົາ​ຍັງກ່າວ​ວ່າ ພວກ​ເຂົາ​ຈະ​ສະໜັບສະໜຸນ ​ກຳລັງ
​ຮັກສາ​ສັນຕິພາບ ​ຂອງ​ນາໆ​ຊາດ ຢູ່​ໃນ​ລັດ​ດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG