ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມຽນມາ ປ່ອຍນັກໂທດ 102 ຄົນ ຮວມທັງ ນັກໂທດ ຈິດສຳນຶກ ຈຳນວນນຶ່ງ


ບັນດານັກໂທດທີ່ຖືກປ່ອຍໂຕ ອອກຈາກຕຸກ Insein ໃນນະຄອນ ຢ່າງກຸ້ງ ປະເທດມຽນມາ ທີ 22 ມັງກອນ, 2016.
ບັນດານັກໂທດທີ່ຖືກປ່ອຍໂຕ ອອກຈາກຕຸກ Insein ໃນນະຄອນ ຢ່າງກຸ້ງ ປະເທດມຽນມາ ທີ 22 ມັງກອນ, 2016.

​ລັດຖະບານ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ ​ໂດຍ​ພວກທະຫານ​ມຽນມາ
​ໄດ້​ປ່ອຍ​ນັກ​ໂທດ 102 ຄົນ ຮວມທັງຫຼາຍ​ໆຄົນ ​ທີ່ຕິດ​ຄຸກ​ຍ້ອນ
ຂໍ້ຫາ​ດ້ານ​ການ​ເ​ມື​ອງ ​ໃນ​ການ​ເຄື່ອນ​ໄຫວທີ່​ເກີດ​ຂື້ນບໍ່​ດົນກ່ອນ​
ມອບ​ອຳ​ນາດ​ໃຫ້​ແກ່ພັກຝ່າ​ຍຄ້ານ ທີ່ນິຍົມ​ປະຊາທິປະໄຕ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ພວກນັກ​ໂທດ​ໄດ້​ຖືກ​ປ່ອຍ​ໂຕໃນວັນ​
ສຸກ​ມື້​ນີ້ ຈາກ​ຄຸກ Insein ​ໃກ້​ກັບ​ນະຄອນຢ່າງ​ກຸ້​ງ ອີງ​ຕາມ​ໂຄສົກ​ ປະ​ທາ​ນາ​ທິບໍດີ. ຢ່າງ​
ໜ້ອຍ 20 ຄົນທີ່​ຖືກ​ປ່ອຍ ແມ່ນ​ນັກ​ໂທດ​ແຫ່ງ​ຈິດ​ສຳນຶກ ​ໃນ​ຂະນະ​ທີ່​ ນັກ​ໂທດ​ຄົນອື່ນໆ​ເປັນ​ຜູ້ກະທຳ​ຜິດ​ທຳ​ມະ​ດາ.

ຮວມຢູ່​ໃນ​ບັນດານັກ​ໂທດ​ ທີ່​ຖືກປ່ອຍ​ເຫລົ່ານັ້ນ ກໍ​ແມ່ນ ທ້າວ Philip Blackwood ອາຍຸ
32 ປີ ຊຶ່ງ​ເປັນ​ຊາວ New Zealand ທີ່​ຖືກ​ຕັດ ສິນ​ລົງໂທດ​ໃນ​ປີ​ກາຍນີ້ ​ເປັນ​ເວລາ​ສອງ​ປີ
ເຄິ່ງ ​ໃນ​ຖານ​ໃຊ້ຮູບ​ພາບ ພະພຸດທ​ະ​ເຈົ້​າ ຢູ່​ໃນ​ໃບ​ໂຄສະນາ ທີ່​ຜູ້​ພິພາກສາ ກ່າວ​ວ່າ ​ເປັນ​
ການ​ໜິ່ນ​ປະໝາດສາສະໜາ​ພຸດ​ນັ້ນ.

ພາຍ​ໃຕ້​ການ​ນຳພາ​ຂອງປະທານາທິບໍດີຫົວ​ປະຕິ​ຮູບ ​ທ່ານ Thein Sein ນັ້ນ ລັດຖະບານ​
ມຽນມາ ​ໄດ້​ປ່ອຍ​ໂຕ​ບັນດານັກ​ໂທ​ການ​ເມືອງ​ຫລາຍ​ກວ່າ 1,300 ຄົນ ​ໃນ​ໄລຍະ​ສອງສາມ​
ປີຜ່ານມາ​ນີ້ໃນ​ຂະນະ​ທີ່​ຍັງ​ສືບ​ຕໍ່ທຳ​ການ​ຈັບກຸມ​ພວກນັກ​ເຄື່ອນ​ໄຫວແລະ​ບັນດາ​ພວກ​ຄັດ
ຄ້ານລັດ​ຖະບານເຂົ້າຄຸກຢູ່​ນັ້ນ.

ຢ່າງ​ໜ້ອຍ 537 ຄົນ ​ຍັງຕິດ​ຄຸກຢູ່ ​ໃນ​ຂໍ້​ຫາ​ດ້ານ​ການ​ເມືອງ ​ອີງ​ຕາມສະມາຄົມ​ຊ່ວຍ​ເຫລືອ
ນັກ​ໂທດ​ການ​ເມືອງ.

ການໃຫ້ອະ​ໄພ​ໂທດ​ເທື່ອຫລ້າ​ສຸດ ​ມີ​ຂື້ນ​ຫຼັງ​ຈາກຮອງ​ລັດຖະມົນຕີຕ່າງປະ​ເທດສະຫະລັດ
ທ່ານ Anthony Blinken ​ໄດ້​ໄປ​ຢ້​ຽມຢາມ​ປະ​ເທດ​ດັ່ງກ່າວໃນ​ຕົ້ນ​ອາທິດ​ນີ້ ​ແລະ​ໄດ້ຮຽກ
ຮ້ອງ​ໃຫ້​ບັນດາ​ຜູ້ນຳມຽນ ມາ ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ​ທັງ​ໝົດ ທີ່​ຍັງຕິດ​ຄຸກຢູ່​.

ນອກ​ນັ້ນ​ແລ້ວ​ການ​ປ່ອຍ​ໂຕ​ດັ່ງກ່າວຍັງ​ທີຂື້ນຫຼາຍ​ເດືອນກ່ອນທີ່​ລັດຖະບານທ່ານ Thein Sein ຈະມອບ​ອຳນາດ​ ໃຫ້​ແກ່ພັກ​ສັນນິບາດແຫ່ງ​ຊາດ ​ເພື່ອ​ປະຊາທິປະໄຕ ທີ່​ຢູ່​ພາຍ​ໃຕ້​
ການນຳພາ ມາ​ເປັນ​ເວລາ​ດົນນານ ຂອງທ່ານ​ນາງ Aung San Suu Kyi ​ຜູ້ນຳພັກຝ່າຍ​ຄ້ານແລະ​ນັກ​ເຄື່ອນ​ໄຫວເພື່ອປະຊາທິປະ​ໄຕ.

ພັກສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕໄດ້ຮັບ​ໄຊຊະນະຢ່າງ​ຖ້ວມລົ້ນ​ໃນ​ການ​ເລືອກ
​ຕັ້ງ ​ເມື່ອ​ເດືອນ​ພະ​ຈິກປີ​ກາຍ​ນີ້.

Myanmar's military-backed government has released 102 prisoners, including many jailed on political charges, in a move that comes just before it is set to hand power to a pro-democracy opposition party.

The prisoners were freed Friday from Insein prison near Yangon, according to a presidential spokesman. At least 20 of the freed detainees were prisoners of conscience while others were common criminals, officials said.

Among those freed was 32-year-old New Zealand citizen Philip Blackwood, who was sentenced last year to 2½ years in prison for using an image of Buddha in a flyer that a judge said insulted Buddhism.

Under the leadership of reformist President Thein Sein, Myanmar's government has released more than 1,300 political prisoners in recent years, even while continuing to throw activists and dissidents behind bars.

At least 537 people remain jailed on political charges, according to the Assistant Association for Political Prisoners.

The latest amnesty comes after U.S. Deputy Secretary of State Antony Blinken earlier this week visited the country and urged its leaders to free all remaining political prisoners.

It also comes months before Thein Sein's government hands power to the National League for Democracy, which is headed by opposition leader and longtime pro-democracy activist Aung San Suu Kyi.

The NLD won last November's election in a landslide and will sit for the first time

XS
SM
MD
LG