ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ແລະ ພວກກະບົດ ຍິງໂຈມຕີ ແລະກ່າວຫາ ຊຶ່ງກັນແລະກັນ


ບັນດາທະຫານກອງທັບມຽນມາ ກຳລັງຍ່າງຕາມຖະໜົນສາຍນຶ່ງ ໃກ້ກັບເມືອງ Laukkai, ວັນທີ 17 ກຸມພາ 2015.
ບັນດາທະຫານກອງທັບມຽນມາ ກຳລັງຍ່າງຕາມຖະໜົນສາຍນຶ່ງ ໃກ້ກັບເມືອງ Laukkai, ວັນທີ 17 ກຸມພາ 2015.

ລັດຖະບານ​ມຽນມາ ​ແລະ ພວກ​ກະບົດ Kokang ​ໄດ້ກ່າວ​ຫາ
​ຊຶ່ງ​ກັນ​ແລະ​ກັນ​ອີກ​ຄັ້ງນຶ່ງ ວ່າ​ເປັນ​ຝ່າຍ​ໂຈມ​ຕີພວກ​ພະນັກງານ
​ຊ່ວຍ​ເຫຼືອ ​ໃນຂະນະ​ທີ່​ທັງສອງ​ຝ່າຍ​ຍັງ​ສືບ​ຕໍ່ ສູ້​ລົບ​ກັນ​ຢ່າງ​
ດຸ​ເດືອດ ຢູ່​ໃກ້ໆ​ກັບ​ຊາຍ​ແດນ​ຕິດ​ກັບ​ຈີນ.

​ນັກລົບ​ຂອງ​ຝ່າຍກະບົດ​ສອງ​ຄົນ ​ໄດ້​ຮັບ​ບາດ​ເຈັບ​ໃນ​ວັນ​ຈັນ
​ວານ​ນີ້ ​ໃນ​ການ​ປະ​ທະ​ກັນ​ຢູ່​ທາງ​ທິດຕາ​ເວັນ​ອອກຂອງ​ເມືອງ
Laukkai ອີງ​ຕາມໂຄສົກ​ຂອງ​ພວກ Kokang ທ້າວ Htun Myat
Lin ​ທີ່​ກ່າວ​ວ່າ “ພວກ​ເຂົາ​ເຈົ້າ​ໄດ້​ຖິ້ມລະ​ເບີດ​ໂດຍ​ທາງ​
ອາກາດ ​ແລະ ​ໂຈມ​ຕີ​ຈາກ​ພາກ​ພື້ນ​ດິນ ຢູ່ທາງທິດຕາ​ເວັນ​ອອກ​ຂອງ​ເມືອງ Laukkai ຊຶ່ງພວກ​ເຂົາ​ເຈົ້າ​ທຳ​ການໂຈມ​ຕີ ດ້ວຍ​ປືນ​ໃຫຍ່ ​ແ​ລະ ບຸ​ກ​ໂຈມຕີທາງ​ພາກ​ພື້ນ​ດິນ. ​
ພວກ​ເຂົາ​ເຈົ້າໂຈມ​ຕີທາງ​ອາກາດນຳ ​ແລະ ​ໃຊ້​ທະຫານຫຼາຍຄົນ.”

​ແຕ່​ໃນ​ການໃຫ້ສຳພາດແກ່ ພະ​ແນ​ກພາສາ​ມຽນມາ ຂອງວີ​ໂອ​ເອ ທ້າວ Htun Myat Lin
​ໄດ້​ປະຕິ​ເສດອີກ​ຄັ້ງ​ໜຶ່ງ ຕໍ່​ການ​ກ່າວ​ຫາ​ຂອງ​ລັດຖະ ບານ​ ທີ່ວ່າ ກອງກຳລັງ Kokang ໄດ້ ​ໂຈມ​ຕີ​ລົດຂອງສະພາ​ກາ​ແດງ ທີ່​ບັນທຸກພວກ​ອົບ​ພະຍົບ ​ແລະ​ນັກ​ຂ່າວ ​ເມື່ອ​ບໍ່​ນານ​ມາ​ນີ້.

5 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ ຊຶ່ງ​ເປັນເທື່ອທີສອງ ທີ່​ລົດ​ຂອງ​ສະພາ​ກາແດງ​ ຖືກໂຈມ​ຕີ​ ໃນ​ຮອບອາທິດຜ່ານ​ມາ.

ນອກຈາກການ​ໂຈມ​ຕີ​ຕໍ່ສະພາ​ກາ​ແດງ​ແລ້ວ ພົນ​ໂທ Mya Htun Oo ຫົວໜ້າ​ຝ່າຍຄວາມ​ໝັ້ນຄົງຂອງກອງທັບ​ມຽໜມາ ​ໄດ້​ກ່າວ​ຫາ​ພວກ​ກະບົດ ວ່າ​ນຳ​ໃຊ້​ພວກທະຫານຮັບ​ຈ້າງ​ຈາກ​ຈີນອີກ.

ວີດີໂອ ກ່ຽວກັບການປະທະກັນ ເມື່ອອາທິດແລ້ວນີ້:

MYANMAR CLASHES VO
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG