ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກເຄື່ອນໄຫວ ທາງດ້ານການເມືອງ ມຽນມາ ຕັ້ງໃຈລໍຖ້າ ການເລືອກຕັ້ງ ໃນເດືອນພະຈິກນີ້


Myanmar Political Activists Look Toward November Election
please wait

No media source currently available

0:00 0:01:46 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ມຽນມາ ຈະຈັດການເລືອກຕັ້ງແຫ່ງຊາດ ໃນເດືອນພະຈິກ ທີ່ຈະ ມາເຖິງນີ້ ເຊິ່ງຈະເປັນການ ທົດສອບ ທີ່ສຳຄັນ ສຳລັບບົດບາດ ທາງດ້ານການເມືອງ ທີ່ຄອບງຳໂດຍພວກທະຫານ. ກ່ອນການ ເລືອກຕັ້ງທີ່ຄວາມສ່ຽງສູງນີ້, ນັກເຄື່ອນໄຫວບາງຄົນ ແລະ ບັນດານັກສຶກສາ ແມ່ນຍັງອຶດອັດໃຈ ກ່ຽວກັບ ການບໍ່ມີຄວາມ ກ້າວໜ້າ ໃນບັນຫາທີ່ສຳຄັນ ແລະ ມີ​ຄວາມກະຕືລືລົ້ນທີ່ຈະອອກ ສຽງຂອງພວກເຂົາໃນກ່ອງລົງຄະແນນສຽງ. Steve Sandford ມີລາຍງານ ຈາກນະຄອນຢາງກຸ້ງ ເຊິ່ງ ພຸດທະສອນ ຈະນຳລາຍ ລະອຽດມາ ສະເໜີທ່ານ.

ໃນເມືອງທີ່ໃຫຍ່ທີ່ສຸດຂອງ ມຽນມາ, ບັນດາຜູ້ລົງຄະແນນສຽງ ທຸກອາຍຸ ທຸກໄວແມ່ນກຳລັງ ກຽມພ້ອມສຳລັບການເລືອກຕັ້ງ ເຊິ່ງເປັນດັ່ງກັບການປະເຊີນໜ້າກັນ ລະຫວ່າງພັກທີ່ໜູນ ຫຼັງໂດຍ ທະຫານທີ່ກຳລັງປົກຄອງປະເທດຢູ່ ແລະ ພັກຝ່າຍຄ້ານທີ່ນຳພາໂດຍທ່ານນາງ ອອງ ຊານ ຊູ ຈີ.

ຕັ້ງ​ແຕ່ການເລືອກຕັ້ງຄັ້ງທີ່ຜ່ານມາໃນປີ 2010, ສິດທິຕ່າງໆຂອງ ປະຊາຊົນແມ່ນໄດ້ຖືກ ປັບປຸງໃຫ້ດີຂຶ້ນ ແຕ່ວ່າທະຫານແມ່ນຍັງຄົງ ເປັນກຳລັງທີ່ຄອບງຳທາງການເມືອງຢູ່. ລັດຖະບານໄດ້ປາບປາມ ພວກນັກສຶກສາ ທີ່ທຳການປະທ້ວງກົດໝາຍການສຶກສາໃໝ່ ເມື່ອຕົ້ນຂອງປີນີ້, ແລະ ບັນດາຜູ້ມີສິດລົງຄະແນນສຽງເຊັ່ນອະດີດນັກ ໂທດການເມືອງ ທ່ານ ແຊລ ອອງ ອອງ ແມ່ນຍັງບໍ່ທັນລືມເທື່ອ.

ທ່ານ ແຊລ ອອງ ອອງ ກ່າວວ່າ “ແຕ່ກ່ອນມີລັດຖະບາທະຫານ, ລັດຖະບານພົນລະ ເຮືອນ ໃນປະຈຸບັນກໍຍັງແມ່ນ ລັດຖະບານທະ ຫານ ຕໍ່ມາຕໍ (Tawma Taw) ຢູ່. ດັ່ງນັ້ນ, ຂ້າພະເຈົ້າເຊື່ອວ່າ ມີພຽງແຕ່ການລົງຄະແນນສຽງ ຂອງປະຊາຊົນໃນການ ເລືອກຕັ້ງຄັ້ງນີ້ເທົ່ານັ້ນທີ່ສາມາດ ປ່ຽນແປງປະເທດຂອງເຮົາໃຫ້ເປັນປະເທດ ປະຊາທິປະໄຕໃນອະນາຄົດໄດ້.”

ນັກຮຽນອາຍຸ 19 ປີ ທ້າວ Htet Aung Laing ແມ່ນໜຶ່ງໃນ ຜູ້ທີ່ຖືກຈັບໃນການປະທ້ວງ ກົດໝາຍການສຶກສາ ແລະ ຍັງຄົງ ເປັນຫ່ວງກ່ຽວກັບການຈັດການຢູ່ສະຖານທີ່ເລືອກຕັ້ງ.

ທ້າວ Htet Aung Laing ກ່າວວ່າ “ການເລືອກຕັ້ງຕ້ອງເປັນ ປະຊາທິປະໄຕ ແລະ ຍຸດຕິທຳ. ຂ້າພະເຂົ້າດີໃຈຫຼາຍ ເພາະວ່າ ການລົງຄະແນນສຽງຂອງຂ້າພະເຈົ້າ ຈະສາມາດ ນຳໄປສູ່ການມີ ລະບົບການເມືອງທີ່ດີຂຶ້ນກວ່າເກົ່າ ແລະ ການປ່ຽນ ແປງປະເທດຂອງ ຂ້າພະເຈົ້າ. ຕອນນີ້ລັດຖະບານຕ້ອງເຄົາລົບຄວາມປາຖະໜາ ຂອງພວກເຮົາ ແລະ ການ ລົງຄະແນນສຽງຂອງພວກເຮົາ​ເຊັ່ນ​ກັນ.”

ນາງ Tulip Htun ນັກ​ລາຍ​ງານ​ຂ່າວໃຫ້​ກັບ​ສຽງປະຊາ​ທິປະ​ໄຕ​ແຫ່ງມຽນມາ ​ເຊິ່ງ​ເຮັດວຽກ​ໃນ​ ​ໄທ ກ່າວ​ວ່າ​ບັນດາ​ຜູ້ລົງ​ຄະ​ແນນ​ສຽງ​ມີ​ບົດບາດ​ທີ່​ສຳຄັນ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້.

ນາງ Tulip Htun ກ່າວ​ວ່າ “​ມັນ​ເປັນ​ຄັ້ງ​ທຳ​ອິດ​ ສຳລັບ​ບັນດາ​ຜູ້​ລົງ​ຄະ​ແນນ​ສຽງມັນ​ສຳຄັນ​ແທ້ໆ​ທີ່​ຈະ​ຮູ້​ວ່າ​ແມ່ນ​ໃຜ​ຈະ​ເປັນ​ຜູ້ນຳ ​ແລະ ​ແມ່ນໃຜ​ຈະເຮັດໄດ້​ດີ​ທີ່​ສຸດ​ສຳລັບ​ຄົນ​ໄວ​ໜຸ່ມ.”

ມຽນມາ​ ຈະ​ຖືກ​ເຝົ້າ​ຕິດຕາມໂດຍ​ທຸກໆ​ສາຍຕາ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າເລີ່ມບາດກ້າວ​ຕໍ່​ໄປ​ໃນ​ສິ່ງ​ທີ່​ຫຼາຍ​ຄົນ​ຫວັງ​ວ່າ​ຈະ​ເປັນ​ການ ​ປ່ຽນແປງ​ເພື່ອ​ສິ່ງ​ທີ່​ດີກ​ວ່າເກົ່າ.

XS
SM
MD
LG