ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ​ປາບ​ຈາລະ​ຈົນ ​​ປິດລ້ອມ ບັນດານັກສຶກສາ ຢູ່ໂຮງຮຽນສົງ ໃນ​ມຽນມາ


ພວກນັກສຶກສາ ໄດ້ປະເຊີນ ກັບພວກຕຳຫຼວດ ໃນເມືອງ Letpadan, ທາງກ້ຳເໜືອຂອງນະຄອນຢ່າງກຸ້ງ, ວັນທີ 2 ມີນາ 2015.
ພວກນັກສຶກສາ ໄດ້ປະເຊີນ ກັບພວກຕຳຫຼວດ ໃນເມືອງ Letpadan, ທາງກ້ຳເໜືອຂອງນະຄອນຢ່າງກຸ້ງ, ວັນທີ 2 ມີນາ 2015.

ຕຳຫຼວດ​ປາບ​ຈາລະ​ຈົນ​ໃນ​ມຽນມາ ​ໄດ້​ກີດກັນພວກ​ນັກ​ສຶກສາ
ປະ​ທ້ວງ​ຈຳນວນຫຼາຍ​ຮ້ອຍ​ຄົນ ​ໃຫ້ຢູ່​ໃນ​ໂຮງຮຽນສົງ ​ເພື່ອ​ບໍ່​ໃຫ້
​ພວກ​ເຂົາ​ເຈົ້າ​ອອກ​ເດີນ​ຂະ​ບວນ​ປະ​ທ້ວງ​ໃນ​ນະຄອນ​ຢ່າງ​ກຸ້ງ.

ພວກ​ນັກສຶກສາທີ່​ໄດ້​ເລີ້ມ​ຈາກນະຄອນ Mandaly ​ໃນເດືອນ
​ແລ້ວ​ນີ້ ​ເພື່ອ​ປະ​ທ້ວງ​ຕໍ່​ຕ້ານການ​ປະຕິ​ຮູບ​ການ​ສຶກສາ​ໃໝ່ ​ໄດ້​ໃຊ້
​ເວລາ​ຫຼາຍ​ກວ່າ​ອາທິດ​ນຶ່ງ ພັກຢູ່​ໂຮງຮຽນສົງ ​ໃນເມືອງ Letpadan
ຫຼັງຈາກ​ທີ່​ໄດ້​ເຈລະຈາຢ່າງສຳເລັດຜົນ ກັບ​ລັດຖະບານ ​ໃນ​ເດືອນ
​ແລ້ວ​ນີ້.

​ແຕ່ໃນ​ວັນ​ຈັນວານ​ນີ້ ຜູ້ນຳນັກ​ສຶກສາທ່ານ Thiha Win Tin ​
ໄດ້​ບອກ​ກັບ VOA ພະ​ແນ​ກພາສາ​ມຽນ​ມາ ວ່າ ກຸ່ມ​ຂອງ​ລາວ ​ໄດ້​ເຮັດ​ໃຫ້​ພວກ​ຕຳຫຼວດ
ປະກົດ​ຕົວ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າກຳລັງ​ພາກັນເລີ້ມອອກ​ເດີນ​ຂະ​ບວນ ສູ່​ຢ່າງ​ກຸ້ງ ປະມານ 130 ກິ​ໂລແມັດ ​ໄປ​ທາງ​ໃຕ້ ຊຶ່ງ​ທ່ານໄດ້​ກ່າວ​ວ່າ: “ປະຈຸ​ບັນ​ນີ້ ພວກ​ເຂົາ​ເຈົ້າ​ໄດ້​ຫອ້ມລ້ອມ ດ້ວຍ​ລົດ​ຕຳຫຼວດ ລົດ​ດັບ​ເພີງ​ແລະ​ອື່ນໆ. ​ແລະ​ພວກ​ເຂົາ​ເຈົ້າ ບໍ່​ໃຫ້​ພວກ​ເຮົາ​ເຄື່ອນ​ຍ້າຍ ຕໍ່​ໄປ​ອີກ.”

ລັດຖະບານ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ທີ່​ລະບຸ​ວ່າ “ອິງ​ຕາມ​ການ​ປະກາດ​ຂອງ​ກະຊວງ​ພາຍ​ໃນ ​ແມ່ນ​ວ່າ ຖ້າ​ພວກ​ນັກ​ສຶ​ກສາ​ຍັງ​ມຸ່ງໜ້າ​ຕໍ່​ໄປ​ຍັງ​ນະຄອນຢ່າງ​ກຸ້ງ ​ແລະປະ​ທ້ວງ ມັນຈະ​ບໍ່ຄື​ກັບ​ຄວາມ​ພະຍາຍາມ​ທີ່​ຈະ​ປັບ​ປຸງກົດໝາຍ​ການສຶກສາ ​ແຕ່​ມັນ​ກັບ​ເປັນ​ການ​ທຳລາຍ​ຄວາມ​ສະ​ງົບ​ແລະ​ສະຖຽນລະ​ພາບ​ຂອງ​ປະ​ເທດ. ຍິ່ງ​ໄປ​ກວ່າ​ນັ້ນ ​ຈະມີການເອົາບາດກ້າວ​ຕໍ່​ພວກ​ນັກ​ສຶກສາ ທີ່​ເປັນການສອດຄ່ອງກັບ​ລະບຽບ​ກົດໝາ​ຍ.”

XS
SM
MD
LG