ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາ ມຽນມາ ພະຍາຍາມ ຍົກເລີກ ສິດຍັບຍັ້ງ ຂອງທະຫານ ຫຼື ມາດຕາ 436


ທ່ານນາງ Aung San Suu Kyi ຜູ້ນຳພັກສັນນິບາດແຫ່ງຊາດ
ເພື່ອປະຊາທິປະໄຕ ໃນມຽນມາ
ວັນທີ 13 ມິຖຸນາ 2014.
ທ່ານນາງ Aung San Suu Kyi ຜູ້ນຳພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ໃນມຽນມາ ວັນທີ 13 ມິຖຸນາ 2014.

ສະພາ​ນິຕິບັນຍັດ​ຂອງ​ມຽນມາ ແມ່ນເປັນ​ຫຼັກ​ໝັ້ນຂອງ​ລັດຖະ
ບານ​ພົນລະ​ເຮືອນ ​ທີ່​ປົກຄອງ​ປະ​ເທດມາ​ໄດ້ 4 ປີ​ແລ້ວ​ນັ້ນ
​ແຕ່​ສະພາ​ນີ້ສະຫງວນ​ບ່ອນ​ນັ່ງ​ ​ຈຳນວນ 1 ສ່ວນ 4 ​ໄວ້ໃຫ້​
ພວກ​ຜູ້​ແທນ ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງຈາກ​ກອງທັບ​ ​ແລະ​ມອບ
ອຳນາດ​ໃຫ້ພວກ​ເຂົາ​ເຈົ້າ​ມີສິດ ວີ​ໂຕ້ ​ຫຼືຍັບ​ຍັ້ງການດັດ​ແປງ​
ແກ້​ໄຂ​ລັດຖະທຳ​ມະນູນທັງ​ໝົດ​ນັ້ນ. ມາບັດ​ນີ້ທາງສະພາ​ກຳ
ລັງ​ພິຈາລະນາ​ຈະ​ແກ້​ໄຂ​ລັດຖະທຳມະນູນ ​ເພື່ອຍົກ​ເລີກ​ສິດ
ອຳນາດ​ດັ່ງກ່າວ ຊຶ່ງ​ພວກ​ນັກ​ສັງ​ເກດ​ການ​ນາໆ​ຊາດ ກ່າວ​ວ່າ
​ເປັນ​ບາດກ້າວ​ສຳຄັນ​ອັນ​ນຶ່ງ​ໃນ​ການ​ຢືນຢັນ​ການ​ໂອນອຳນາດ
​ ຂອງ​ປະ​ເທດໃຫ້​ຢູ່ພາຍ​ໃຕ້​ການ​ປົກຄອງ​ຂອງ​ພວກ​ພົນລະ​
ເຮືອນ​ນັ້ນ. ສິງ​ຈະ​ນຳ​ເອົາ​ ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຈາກ​ຜູ້​
ສື່​ຂ່າວ ວີ​ໂອ​ເອ ທີ່​ບາງກອກ​ມາສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ທີ່​ສຳຄັນ​ໃນ​ມຽນມາ
​ໄດ້​ຮວບຮວມ​ເອົາລາຍ​ເຊັນປະຊາຊົນ​ ມາ​ໄດ້ ປະມານ 3 ລ້ານ​ຄົນ​ແລ້ວ ​ໃນ​ຄຳ​ຮ້ອງ​ຮຽນ
ສະບັບ​ນຶ່ງ ​ເພື່ອໃຫ້​ທຳ​ການ​ລົບ​ລ້າງ​ສິດ​ອຳນາດ​ຍັບ​ຍັ້ງ​ຂອງ​ພວກ​ທະຫານທີ່​ເອີ້ນ​ກັນ​ວ່າ
ມາດຕາ 436 ​ນັ້ນ.

​ໃນ​ຕົ້ນເດືອນ​ນີ້ ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້ນຳ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະໄຕ
ໃນ​ມຽນມາ ​ໄດ້​ຖະ​ແຫຼງຕໍ່​ຝູງ​ຊົນ ກ່ຽວ​ກັບວ່າມາດ​ຕະການ​ດັ່ງກ່າວ ມີ​ຄວາມສຳຄັນແນວ
ໃດຕໍ່​ປະ​ເທດຊາດ.

ທ່ານ​ນາງ​ອອງຊານ​ຊູ​ຈີ ກ່າວ​ວ່າ “ຖ້າ​ພວກ​ເຮົາ​ບໍ່​ປ່ຽນ​ມາດຕາ 436 ມັນ​ກໍໝາຍ
ຄວາມ​ວ່າ ທະຫານ​ເກືອບ​ວ່າ​ມີ​ອຳນາດ​ຢ່າງ​ສິ້ນ​ແຊີງ ​ໃນ​ການໃຊ້​ສິດ​ຍັບ​ຍັ້ງ
ສິ່ງ​ທີ່ພວກ​ເຮົາ​ຈະ​ສາມາດ​ ຫຼື​ບໍ່​ສາມາດປ່ຽນ​ແປງໄດ້​ໃນ​ກົດ​ລັດຖະທຳ​ມະນູນ
ນັ້ນ ​ແລະ​ຂ້າພະ​ເຈົ້າ​ຄຶດ​ວ່າ ມັນ​ຄວນ​ຈະ​ເປັນ​ໜ້າ​ທີ່​ຂອງ​ພວກ​ຜູ້ແທນ​ທີ່ປະ
ຊາຊົນ​ເລືອກ​ຕັ້ງ​ຂຶ້ນມາ ທີ່​ຈະຕັດສິນ​ໃຈ​ວ່າ ​ຄວນ​ມີ​ການ​ປ່ຽນແປງ ລັດຖະທຳ
ມະນູນ ຫຼື​ບໍ່ນັ້ນ.”


ພາຍ​ໃຕ້​ມາດຕາ​ດັ່ງກ່າວ ຂໍ້​ດັດ​ແປງ​ແກ້​ໄຂ​ລັດຖະທຳ​ມະນູນໃດໆ ​ແມ່ນຈະ​ຕ້ອງ​ໄດ້​ຮັບ​ສຽງສະໜັບ​ສະໜຸນ​ເຫັນ​ດີ​ນຳ​ຈາກ 75 ​ເປີເຊັນຂອງ​ຜູ້​ແທນ ຊຶ່ງ​ກໍ​ເທົ່າ​ກັບ​ອະນຸມັດ​ໃຫ້
ພວກ​ທະຫານ​ມີສິດ​ຍັບ​ຍັ້ງ​ໄດ້. ການ​ຮ້ອງຮຽນ​ດັ່ງກ່າວ ມີກຳນົດໝົດ​ອາຍຸ​ລົງ​ໃນ​ວັນ​ທີ
19 ​ເດືອນກໍລະກົດ​ນີ້.

ທ່ານ Ko Ni ທີ່​ປຶກສາ​ດ້ານ​ກົດໝາຍ​ຂອງ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​
ໃນ​ມຽນມາ ຫຼື NLD ​ແລະຮ່ວມ​ຢູ່​ໃນ​ຄະນະ​ກຳມະການ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ລັດຖະທຳ​ມະນູນຂອງ​ພັກ ກ່າວ​ວ່າ ມັນ​ຈະ​ຫຍຸ້ງຍາກ​ຫຼາຍທີ່ຈະ​ປ່ຽນ​ແປງ​ມາດຕາ 436 ຜ່ານ​ສະພາ​ແຫ່ງ​ຊາດ​ນັ້ນ ​ເພາະວ່າ ພັກ​ NLD ຄວບ​ຄຸມ​ບ່ອນ​ນັ່ງ​ພຽງ​ແຕ່ 7 ​ເປີ​ເຊັນເທົ່າ​ນັ້ນ​ ໃນ​ຈຳ
ນວນ​ບ່ອນ​ນັ່ງ​ທັງ​ໝົດ​ຢູ່​ໃນ​ສະພາ. ທ່ານ Ko Ni ກ່າວ​ຕື່ມ​ວ່າ ທາງ​ພັກ​ຫວັງ​ວ່າ ​ເອກະສານ​ຮ້ອງ​ຮຽນທີ່​ມີ​ລາຍ​ເຊັນ​ນີ້ ຈະ​ຊ່ອຍ​ໃຫ້​ບັນລຸ​ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ ​ແຕ່ກໍ​ເບິ່ງ​ຄື​ວ່າ ມັນຍັງ​ຈະ​ຕ້ອງ​ການ​ການສະໜັບ ສະໜຸນ​ຈາກ​ພວກຜູ້​ແທນ​ທະຫານ​ບາງ​ຄົນຢູ່ ຜູ້ທີ່​ເຕັມ​ໃຈ​ຈະ​ແຍກ​ອອກ​ຈາກ​ແນວທາງ​ຂອງ​ກອງທັບ ​ແລະ​ບໍ່​ລົງມະຕິຮ່ວມ​ກັບຝ່າຍ​ທະຫານ​ນັ້ນ.

ທ່ານ Ko NI ກ່າວ​ວ່າ “ ​ໃນຄວາມ​ເຫັນ​ຂອງ​ຂ້າພະ​ເຈົ້າ​ແລ້ວ ມັນ​ເປັນ​ໄປ​ບໍ່​ໄດ້ ​
ແຕ່​ຍ້ອນ​ຄວາມ​ກົດ​ດັນ​ຂອງ​ພົນລະ​ເມືອງ ຖ້າເຂົາ​ເຈົ້າ​ຫາກຄິດ ເຫັນ​ຄວາມ​ປະສົງ​ ​
ຄວາມ​ປາດ​ຖະໜາ​ຂອງ​ພວກ​ພົນລະ​ເມື​ອງຂອງ​ຕົນ​ແລ້ວ ມັນ​ກໍອາດ​ຈະ​ເປັນ​ໄປ​ໄດ້
ທີ່​ພວກ​ເຂົາ​ເຈົ້າ​ຈະ​ຕົກລົງ​ເຫັນ​ດີ ນຳ​ການ​ດັດ​ແປງ​ແກ້​ໄຂ​ລັດຖະທຳ​ມະນູນ ​ແຕ່​ຖ້າ
ພວກ​ເຂົາ​ເຈົ້າ​ມີ​ຄວາມ​ຢ້ານ​ກົວ ທີ່​ຈະປ່ຽນ​ມາດຕາ 436 ​ແລ້ວ ພວກ​ເຮົາ​ກໍ​ຈະສາ
ມາດ​ປະສົບ ​ກັບ​ຄວາມ​ລົ້ມ​ແຫຼວ​ໄດ້​.

​ເຖິງ​ແມ່ນຂໍ້ດັດແກ້​ລັດຖະທຳ​ມະນູນ ຜ່ານ​ສະພາ​ໂດຍໄດ້​ຮັບສຽງ​ສະໜັບສະໜຸນຮອດ
75 ​ເປີ​ເຊັນກໍ​ຕາມ ​ແຕ່ມັນ​ກໍ​ຍັງ​ຕ້ອງການ​ສຽງ​ສະໜັບສະໜຸນຮອດ 51 ​ເປີ​ເຊັນ​ ຢູ່ໃນ
​ການ​ລົງ​ປະຊາ​ມະຕິທົ່ວ​ປະ​ເທດ ​ກ່ອນ​ຈະ​ຖືກ​ລົບ​ລ້າງ​ໄດ້ ອີງຕາມ​ ​ທ່ານ Ko Ni ນັ້ນ.

ນັບ​ແຕ່​ລັດຖະບານ​ຂອງ​ທ່ານ Thein Sein ​ໄດ້ຂຶ້ນດຳລົງ​ຕຳ​ແໜ່​ງ​ໃນ​ປີ 2010 ​ເປັນ​ຕົ້ນ
ມາ ລັດຖະບານ​ໄດ້​ຮັບ​ການ​ຕຳ​ໜິຕິຕຽນ​ວ່າ ​ເປັນ​ລັດຖະບານ​ພົນລະ​ເຮື້ອນ​ພຽງ​ແຕ່​ໃນ​
ນາມ​ຊື່ໆ ຍ້ອນ​ເຫດຜົນ​ທີ່​ວ່າ​ລັດຖະທຳ​ມະນູນສາມາດ​ດັດ​ແປງ​ແກ້​ໄຂ​ໄດ້ ກໍ​ຕໍ່​ເມື່ອ​ໄດ້​ຮັບ
​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ນຳ ຈາກ​ພວກ​ທະຫານ​ເທົ່າ​ນັ້ນ ໃນ​ບັນດາເຫດຜົນ​ອື່ນໆ​.

ໃນ​ຄຳ​ປາ​ໄສ​ທີ່ໂຮງຮຽນນາຍຮ້ອຍ​ທະຫານ​ ທີ່​ນະຄອນຫຼວງ ​ເນ​ປີ​ອີ​ຕໍ ​ໃນ​ທ້າຍ​ເດືອນ
​ມິຖຸນາ​ຜ່ານ​ມາ ພົນ​ຕີ Anthony Crutchfield ​ແຫ່ງ​ກອງ ທັບ​ສະຫະລັດ ກ່າວ​ຕໍ່​ພວກ
​ນາຍຮ້ອຍ​ທະຫານມຽນມາ​ວ່າ ບາດກ້າວ​ທີ່​ສຳຄັນ​ອັນ​ນຶ່ງ ​ໃນ​ການເປັນ​ກອງທັບ​ມື​ອາຊີບ
ກໍ​ຄືຕ້ອງ​ເປັນ​ກອງທັບທີ່​ຄວບ​ຄຸມ​ໂດຍ​ລັດຖະບານ​ພົນລະ​ເຮືອນ ​ແລະ​ບໍ່​ແມ່ນເປັນກອງ
ທັບ ທີ່​ຄວບ​ຄຸມ​ລັດຖະບານ.

ພວກ​ສະມາຊິກ​ຂອງ​ກອງທັບ ມັກ​ອ້າງ​ເຫດຜົນ​ໃນ​ການ​ມີອຳນາດ​ຂອງ​ຕົນ ​ຢູ່​ເລື້ອຍ​ວ່າ ​
ແມ່ນ​ແນ​ໃສ່ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຄວາມ​ສັບສົນ​ວຸ້ນວາຍ​ໃນ​ປະ​ເທດ. ທ່ານ David
Law ອາຈານ​ສອນ​ວິຊາ​ກົດໝາຍ​ແລະ​ລັດຖະສາດການ​ເມືອງ ທີ່​ມະຫາວິທະຍາ​ໄລ​
ວໍ​ຊິງ​ຕັນ ກ່າວ​ວ່າ ນັ້ນເປັນ​ຂໍ້​ອ້າງທີ່​ຮັບ​ໃຊ້ຜົນ​ປະ​ໂຫຍ​ດຂອງ​ຕົນ​ເອງ​ຢ່າງ​ໜ້າສົງ​ໄສ.

​ອີງ​ຕາມ​ຄ​ເວົ້າ​ຂອງ​ທ່ານ Law ກໍ​ແມ່ນ​ວ່າ ເຖິງ​ແມ່ນ​ວ່າການ​ປ່ຽນ​ແປງ​ລັດຖະທຳ​ມະນູນ
ຜ່ານ​ວິທີ​ທາງ​ດ້ານ​ກົດໝາຍ ຈະຫຍຸ້ງຍາກ​ກໍ​ຕາມ ມັນ​ກໍມີ​ຫຼາຍ​ຊ່ອງ​ທາງ​ເພື່ອ​ຫຼົບ​ຫຼີກ​ບັນ
ຫາ​ນັ້ນ ​ເປັນ​ຕົ້ນ​ວ່າ ຜ່ານ​ທາງ​ສານ​ລັດຖະທຳ​ມະນູນ ຜ່ານການ​ລົງ​ປະຊາ​ມະ​ຕິ​ໃໝ່ ຫຼື​ຄຳ​
ສັ່ງ​ຂອງ​ສານ. ​ແຕ່ທ່ານ Law ກ່າວ​ຊີ້​ອອກວ່າ ການ​ເອົາ​ອຳນາດ​ໜີຈາກພວກ​ທະຫານ
ຢ່າງ​ໄວ​ເກີນ​ໄປ​ນັ້ນ ສາມາດ​ນຳ​ຜົນ​ກະທົບ​ມາ​ຕາມ​ຫຼັງ​ໄດ້.

ທ່ານ Law ກ່າວວ່າ “ ຖ້າພວກທະຫານບໍ່ມີບ່ອນນັ່ງໃນສະພາ ເວລານັ້ນ ທ່ານ​ກໍ
ຈະປະເຊີນກັບການສ່ຽງອີກ​ຢ່າງ​ນຶ່ງ ຊຶ່ງນັ້ນກໍແມ່ນ ວ່າ ສະພາຈະເຮັດຫຍັງ​ກໍ​ໄດ້
ທີ່ຕົນຢາກເຮັດ ​ແລະ​ນັ້ນ​ກໍ ອາດຈະນຳພາ ໄປສູ່ການກໍ່ລັດຖະປະຫານຂຶ້ນໄດ້.
ສະ​ນັ້ນ ບັນຫາກໍແມ່ນວ່າ ທ່ານຈະ ມີລະບອບປະຊາທິປະໄຕ​ໄດ້ແນວໃດ ​ໂດຍ​ທີ່ບໍ່ໃຫ້ພວກທະຫານມີ ຄວາມສາມາດແລະຄວາມປາດຖະໜາທີ່ໂຄ່ນລົ້ມ
ລັດຖະບານແບບໃດກໍ​ຕາມ ທີ່ທ່ານຈັດຕັ້ງຂຶ້ນມານັ້ນ.

ບາດກ້າວຕໍ່ໄປສຳລັບການດັດແປງແກ້ໄຂລັດຖະທຳ​ນູນທີ່ຖືກສະເໜີໄປນັ້ນ ກໍແມ່ນວ່າ ຄະນະກຳມະການຮ່າງຂໍ້ດັດ​ແກ້ ຈະ​ຕ້ອງສົ່ງຮ່າງຂໍ້ດັດ​ແກ້ນັ້ນ ໄປຍັງສະພາໂດຍເຕັມ ຊຶ່ງ
ຄາດວ່າຈະມີຂຶ້ນ ກ່ອນທ້າຍເດືອນກໍລະກົດນີ້.

XS
SM
MD
LG