ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຊຊະນະ ຂອງພັກຝ່າຍຄ້ານ ມຽນມາ ຍັງໄດ້ຄອບງຳ ໄປເຖິງ ການເມືອງທີ່ເປັນເອກະລັກ ຂອງຊົນເຜົ່າ


Myanmar Opposition Win Overcomes Ethnic Identity Politics
please wait

No media source currently available

0:00 0:02:25 0:00

ກະລຸນາຊົມວິດີໂອ ກ່ຽວກັບ ລາຍງານນີ້

ພັກຝ່າຍຄ້ານສັນນິບາດ​ແຫ່ງຊາດເພື່ອປະຊາທິປະໄຕຂອງ ມຽນ ມາ ຫລື NDL ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ ໃນການປ່ອນ​ບັດເມື່ອ ເດືອນ​ແລ້ວນີ້, ເຊິ່ງເປັນການເອົາຊະນະພັກລັດຖະບານ ທີ່​ໄດ້​ຮັບ​ການ​ ໜຸນ​ຫລັງ​ຈາກພວກທະຫານ. ແຕ່ກົງກັນຂ້າມກັບຄວາມຄາດ ໝາຍຂອງປະຊາຊົນຫຼາຍຄົນ ພັກການເມືອງຂອງທ່ານນາງ ອອງ ຊານ ຊູຈີ ຍັງ ໄດ້ຄອບງຳ ຢູ່​ໃນ​ຫລາຍໆ​ເຂດຂອງປະເທດເຊິ່ງເປັນ ບ່ອນທີ່ຫຼາຍພັກການເມືອງໃນທ້ອງຖິ່ນ​ເຄີຍໄດ້ຮັບ​ການ​ສະ​ໜັບ​ສະ​ໜຸນມາ​ເປັນ​ເວລາ​ດົນ​ນານ ຈາກ​ຜູ້​ມີ​ສິດ​ປ່ອນ​ບັດ ອີງ ຕາມພື້ນຖານ ຄວາມ​ເປັນເອກະລັກທາງ​ດ້ານຊົນຊາດຊົນເຜົ່າ. Daniel de Carteret ແລະ Simon Lewis ມີລາຍງານ ສຳລັບ ວີໂອເອ ຈາກ ເມືອງ Hakha ເຊິ່ງ ພຸດທະສອນ ຈະນຳລາຍ ລະອຽດມາສະເໜີ ທ່ານ.

please wait

No media source currently available

0:00 0:04:00 0:00
ລິງໂດຍກົງ

ໃນລັດ Chin ທີ່ເຂດພູເຂົາຫ່າງໄກສອກຫຼີກຂອງ ມຽນມາ, ປະຊາຊົນເຄົາລົບນັບຖືສາສະໜາ, ມີພາສາປາກເວົ້າ ແລະ ວັດທະ ນະທຳຈາກ ແຕກຕ່າງ​ໄປ​ຈາກຊົນເຜົ່າພື້ນເມືອງສ່ວນໃຫຍ່ ໃນເຂດທົ່ງພຽງຂອງ​ມຽນມາ. ໃນການເລືອກຕັ້ງຂອງເດືອນທີ່ຜ່ານມາ, ບັນດາພັກການເມືອງ ຊົນເຜົ່າທ້ອງຖິ່ນແມ່ນຄາດວ່າຈະໄດ້ຮັບໄຊຊະນະ. ແຕ່ວ່າຄຳ​ຮຽກຮ້ອງ​ເພື່ອ​ໃຫ້​ມີການປ່ຽນ ແປງຂອງທ່ານນາງ ອອງ ຊານ ຊູຈີ ໄດ້ສະທ້ອນມາເຖິງ​ແມ່ນ​ແຕ່ໃນເຂດພູເຂົາດັ່ງກ່າວນີ້.

ໃນປີ 2010, ພັກປະຊາທິປະໄຕແຫ່ງຊາດ Chin ຫຼື CNDP ໄດ້ຊະນະ 9 ບ່ອນນັ່ງໃນການ ເລືອກຕັ້ງແຫ່ງຊາດ. ໃນເດືອນແລ້ວນີ້, ພວກເຂົາເຈົ້າໄດ້ເສຍໝົດທຸກບ່ອນນັ່ງ​ໃຫ້​ແກ່ພັກສັນນິ ບາດ​ແຫ່ງຊາດ ​ເພື່ອປະຊາທິປະໄຕ. ຜູ້ລົງແຂ່ງຂັນຂອງພັກ CNDP ທ່ານ Siang Mang ໄດ້ ກ່າວວ່າ ບັນດາຜູ້ລົງຄະແນນສຽງໃນທ້ອງຖິ່ນເຊື່ອວ່າ ມີພຽງ​ແຕ່ພັກ NLD ເທົ່ານັ້ນທີ່ສາມາດ ເຮັດໃຫ້ການປົກຄອງປະເທດໂດຍທະຫານ ຫຼາຍທົດສະວັດສິ້ນສຸດລົງໄດ້ ເຊິ່ງພວກເຂົາເຈົ້າ ບໍ່ໄດ້ເອົາໃຈໃສ່ຕໍ່ຄວາມປາຖະໜາຂອງຊົນເຜົ່າກຸ່ມນ້ອຍເລີຍ.

ທ່ານ Siang Mang ກ່າວວ່າ “ເຖິງແມ່ນວ່າພວກເຮົາຈະດີໃຈທີ່ພັກ NLD ໄດ້ຮັບໄຊຊະນະ, ແຕ່ໃນຄວາມເປັນຈິງພວກເຂົາເຈົ້າອາດຈະບໍລິຫານປະເທດ ໃນວິທີທີ່ລວມສູນ. ຖ້າວ່າມັນ ເກີດຂຶ້ນແນວນັ້ນ, ເຖິງແມ່ນວ່າບັນດາສະມາຊິກ ທີ່​ເປັນ​ຊາວ Chin ໃນພັກ NLD ອາດບໍ່ ສາມາດທີ່ຈະປະຕິບັດໃນສິ່ງທີ່ພວກເຂົາເຈົ້າ ໄດ້ສັນຍາໄວ້ກັບປະຊາ ຊົນ.”

ນັກສິນລະປິນ ແລະ ນັກຖ່າຍທຳຮູບ​ເງົາໃນທ້ອງຖິ່ນ ທ່ານນາງ Anna Biak Tha Mawi ກ່າວ ວ່າ ສຳລັບການເລືອກຕັ້ງຄັ້ງນີ້, ປະຊາຊົນຊາວ Chin ໄດ້ມອງຂ້າມເອກະລັກດ້ານການເມືອງ ເພື່ອເຂົ້າຮ່ວມໃນການປ່ຽນແປງປະເທດ.

ປະຊາກອນຈຳນວນກວ້າງຂວາງຂອງລັດ Chin ແມ່ນນັບຖືບສາສະໜາ ຄຣິສຕຽນ. (ຮູບພາບ: Deniel de Carteret VOA)
ປະຊາກອນຈຳນວນກວ້າງຂວາງຂອງລັດ Chin ແມ່ນນັບຖືບສາສະໜາ ຄຣິສຕຽນ. (ຮູບພາບ: Deniel de Carteret VOA)

ທ່ານນາງ Anna Biak Tha Mawi ກ່າວວ່າ “ເວລານີ້ພວກເຂົາເຈົ້າຈະເລືອກເອົາພັກ NLD ເພື່ອການປ່ຽນແປງ, ແລະ ຫຼັງຈາກນັ້ນ, ອາດຈະເປັນການເລືອກຕັ້ງໃນຄັ້ງຕໍ່ໄປ, ພວກເຂົາ ເຈົ້າກໍຈະເລືອກພັກ CNDP ອີກ, ບາງຢ່າງແນວນັ້ນແຫຼະ. ພວກເຂົາເຈົ້າສ່ວນໃຫຍ່ຄິດນຳ ກັນແນວນັ້ນ.”

ໃນພາກເໜືອສຸດຂອງລັດ, ພັກການເມືອງໜຶ່ງແມ່ນເປັນທີ່ຍົກເວັ້ນສຳ ລັບສິ່ງ​ທີ່​ກ່າວ​ມານີ້. ສະ ພາເພື່ອປະຊາທິປະໄຕ Zomi ໄດ້ຊະນະ 4​ ບ່ອນນັ່ງໃນລະດັບປະເທດ, ຕ້ອງຂອບໃຈໃນພາກ ສ່ວນການເປັນພັນ ທະມິດ ທີ່ບໍ່ເປັນທາງການກັບພັກ NLD.

ທ່ານ ນາງ Sui Sang ໄດ້ລົ້ມແຫຼວໃນການຊະຕຳແໜ່ງໃນສະພາແຫ່ງຊາດ ສຳລັບພັກ ສັນນິບາດເພື່ອປະຊາທິປະໄຕ. (ຮູບພາບ: Deniel de Carteret VOA)
ທ່ານ ນາງ Sui Sang ໄດ້ລົ້ມແຫຼວໃນການຊະຕຳແໜ່ງໃນສະພາແຫ່ງຊາດ ສຳລັບພັກ ສັນນິບາດເພື່ອປະຊາທິປະໄຕ. (ຮູບພາບ: Deniel de Carteret VOA)

ບາງຄົນ, ເຊັ່ນຜູ້ລົງແຂ່ງຂັນ ຂອງພັກສັນນິບາດເພື່ອປະຊາທິປະໄຕ ຊາວ Chin ທ່ານ Sui Sang ເຊິ່ງບໍ່ໄດ້ຮັບໄຊຊະນະໃນການແຂ່ງ ຂັນ ໄດ້ໂຕ້ຖຽງວ່າ ມັນມີພັກການເມືອງ Chin ຢູ່ ໃນບັດຄະແນນສຽງຫຼາຍໂພດ, ເຮັດໃຫ້ຄວາມຫວັງຂອງພັກການເມືອງທ້ອງຖິ່ນ ທີ່ຈະໄດ້ຮັບ ບ່ອນນັ່ງໃນລະບົບການແຂ່ງຂັນເຂົ້າເສັ້ນໄຊ ຜູ້ທຳອິດຂອງ ມຽນມາ ໄດ້ຖືກຕັດໜ້ອຍລົງ.

ທ່ານ Sui Sang ໄດ້ກ່າວວ່າ “ສິ່ງທີ່ຂ້າພະເຈົ້າຢາກໃຫ້ເກີດຂຶ້ນໃນການເລືອກຕັ້ງຄັ້ງຕໍ່ໄປທີ່​ ໃກ້ຈະມາເຖິງນີ້ ແມ່ນວ່າ ຖ້າທຸກໆພັກການເມືອງຂອງ​ຊາວ Chin ມາລວມກັນເປັນພັກການ ເມືອງດຽວ, ມັນກໍຈະເປັນສິ່ງທີ່ດີທີ່ສຸດສຳລັບປະຊາຊົນຊາວ Chin.”

ດັ່ງກັບໃນເຂດຊົນເຜົ່າອື່ນໆໃນ ມຽນມາ, ປະຊາຊົນທ້ອງຖິ່ນ ຈະຕິດ ຕາມຢ່າງໃກ້ຊິດ​ເພື່ອເບິ່ງ ວ່າພັກ NLD ຈະເປັນຕົວແທນໃຫ້ແກ່ພວກເຂົາເຈົ້າຢ່າງແທ້ຈິງຫລືບໍ່.

XS
SM
MD
LG