ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝ່າຍຄ້ານມຽນມາ ຂົນຂວາຍເອົາພັນທະມິດ ກ່ອນເລືອກຕັ້ງ


ນັກສຶກສາຄົນນຶ່ງ ກ່າວປະທ້ວງ ໃຫ້ມີການດັດແປງ ລັດຖະທຳມະນູນ ຢູ່ກາງນະຄອນຢາງກຸ້ງ.
ນັກສຶກສາຄົນນຶ່ງ ກ່າວປະທ້ວງ ໃຫ້ມີການດັດແປງ ລັດຖະທຳມະນູນ ຢູ່ກາງນະຄອນຢາງກຸ້ງ.

ພັກ​ສັນນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຫລື NLD ຊຶ່ງເປັນ
ພັກຝ່າຍ​ຄ້ານ​ທີ່​ໃຫຍ່ສຸດຂອງມຽນມາ ກຳລັງຍື່ນມື​ໄປຫາ ບັນ
ດາ​ນັກ​ເຄື່ອນ​ໄຫວ​ອື່ນໆ ​ເພື່ອ​ສ້າງ ຄວາມເຂັ້ມແຂງໃຫ້ແກ່ທ່າ​
ທີ່ຂອງ​ຕົນ ກ່ອນ​ການ​ເລືອກ​ຕັ້ງ ​ໃນ​ທ້າຍ​ປີ​ນີ້.

ພັກ​ NLD ທີ່ຢູ່ພາຍໃຕ້ການນຳພາ ຂອງທ່ານ​ນາງ Aung San
Suu Kyi ທີ່ ໄດ້​ຮັບລາງວັນໂນ​ແບລຂະ​ແໜງ​ສັນຕິພາບໄດ້​ເຊີ​ນ
ອະດີດ​ບັນດາ​ຜູ້ນຳ​ນັກ​ສຶກສາ ​ແລະບັນດາ​ນັກການ​ເມືອງ​ອະວຸ
ໂສ ເພື່ອ​ເຂົ້າຮ່ວມພັກ NLD ​ໃນ​ນາມ​ບັນດາ​ຜູ້​ສະມັກ​ ໃນການ
ເລືອກຕັ້ງເດືອນ​ພະ​ຈິກ ທ້າຍປີ​ນີ້.

​ຜູ້ນຳ​ນັກ​ສຶກສາ​ປະ​ທ້ວງ​ຄົນສຳຄັນໃນ​ປີ 1988 ທ່ານ Ko Ko Gyi ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ພະ
​ແນ​ກພາສາ​ມຽນມາ ວ່າ ທ່ານ​ໄດ້​ຕັດສິນ​ໃຈ​ເຂົ້າ​ຮ່ວມພັກ NLD ​ແລະ​ບັນດາ​ເພື່ອນ​ນັກ​
ເຄື່ອນ​ໄຫວ ກໍກຳລັງ​ພິຈາລະນາ​ກ່ຽວກັບການ​ເຄື່ອນ​ໄຫວ​ຄ້າຍຄື​ກັນນີ້.

ທ່ານ Ko Ko Gyi ກ່າວ​ວ່າ “ຂ້າພະ​ເຈົ້າ ຈະເຂົ້າ​ຮ່ວມກັບພັກ NLD ຂ້າພະ​ເຈົ້າ ​ໄດ້​ກ່າວ
​ເຖິງຄວາມ​ຕັ້ງ​ໃຈ​ຂອງ​ຂ້າພະ​ເຈົ້າ​ແລ້ວ ທີ່​ຈະ​ເຂົ້າ​ການເມືອງກ່ຽວ ກັບສະພາ​. ບັດນີ້ບັນດາ
​ຜູ້ນຳ​ຂອງກຸ່ມຮຸ້ນ 88 ໄດ້ເລີ້ມ​ການ​ເຄື່ອນ​ໄຫວ​ເພື່ອເຂົ້າ​ຮ່ວມການເມືອງກ່ຽວກັບສະພາ
ພວກ​ເຮົາ​ກຳລັງ​ສົນ​ທະ​ນາ​ລາຍ​ລະ​ອຽດກັບພັກ NLD ກ່ຽວ​ກັບການ​ເລື​ອກຕັ້ງ​ແລະ​ບັນດາ​
ຜູ້​ສະມັກ. ​ແຕ່ວ່າ ພວກ​ເຮົາ​ບໍ່​ມີ​ຄວາມ ​ແຕກ​ຕ່າງຫຍັງເລີຍ​ກ່ຽວ​ກັບ​ຫລັກການພື້ນຖານ​.”

ນັກ​ການ​ເມືອງອະວຸໂສ ທ່ານ Thien Lwin ​ທີ່​ໄດ້​ຖືກ​ໂຈະການເປັນສະມາຊິກ​ໃນຄະນະ
​ກຳມະການກາງພັກ NLD ​ເມື່ອ​ຕົ້ນ​ປີ​ນີ້ ກໍ​ໄດ້​ປະກາດ​ວ່າ ​ທ່ານ​ຈະລົງ ສະມັກໃນການ
​ເລືອກຕັ້ງ. ທ່ານເປັນຜູ້​ຊ່ຽວຊານ​ດ້ານ​ການ​ສຶກສາ ແລະເປັນສະ ມາຊິກກໍ່ຕັ້ງ ຕາໜ່າງປະ
ຕິ​ຮູບ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ ຫລື NNER ທີ່ໄດ້ຕັ້ງ​ຂື້ນ​ມາ​ໃນ​ປີ 2012 ​ໂດຍ​ກຸ່ມ
ສະໜັບສະໜຸນ​ການ​ສຶກສາ ​ແລະພັກການເມືອງ ຈຳ​ນວນ​ນຶ່ງ​ ຮວມທັງພັກ NLD.

ໃນອາທິດ​ແລ້ວ​ນີ້ ນັກ​ເຄຶ່ອນ​ໄຫວດ້ານສິດທິແມ່ຍິງອະວຸໂສທ່ານ​ນາງ Zin Mar Aung
ກໍໄດ້​ຮັບ​ຮູ້​ເອົາ​ການ​ເຊື້ອ​ເຊີ​ນ ​ເພື່ອ​ເຂົ້າ​ແຂ່ງຂັນ​ເອົາບ່ອນນັ່ງໃນ​ສະພາ​ແຫ່ງຊາດ ໃນ
​ນາມ​ສະມາຊິກພັກ NLD.

XS
SM
MD
LG