ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງທັບ ມຽນມາ ປະຕິຍານ ວ່າຈະ ສະໜັບສະໜູນ ການຫັນ ປ່ຽນ ມາເປັນ ປະຊາທິປະໄຕ


ຜູ້ບັນຊາການທະຫານສູງສຸດທ່ານ Min Aung Hlaing ຂີ່ລົດໃນລະຫວ່າງການແຫ່ສວນສະໜາມສະເຫຼີມສະຫຼອງ
ວັນກອງທັບໃນນະຄອນຫຼວງ ເນປີດໍ, ມຽນມາ. 27 ມີນາ, 2016.
ຜູ້ບັນຊາການທະຫານສູງສຸດທ່ານ Min Aung Hlaing ຂີ່ລົດໃນລະຫວ່າງການແຫ່ສວນສະໜາມສະເຫຼີມສະຫຼອງ ວັນກອງທັບໃນນະຄອນຫຼວງ ເນປີດໍ, ມຽນມາ. 27 ມີນາ, 2016.

ຫົວໜ້າທາງການທະຫານທີ່ມີອຳນາດຂອງ ມຽນມາ ໄດ້ປະຕິຍານ ວ່າຈະຮັກສາປະເທດ ແລະ ປະຊາຊົນຂອງຕົນໃຫ້ຢູ່ໃນເສັ້ນທາງ ໄປສູ່ “ຄວາມຈະເລີນຮຸ່ງເຮືອງ” ແລະ ໄດ້ຕັກເຕືອນ ກ່ຽວກັບ ສິ່ງ ທ້າທາຍຕ່າງໆທີ່ປະເທດອາດຈະໄດ້ປະເຊີນ ໃນຂະນະທີ່ພວກ ເຂົາເຈົ້າກຳລັງກາຍມາເປັນປະເທດ ປະຊາທິປະໄຕຢູ່ນີ້.

ການກ່າວໃນວັນອາທິດມື້ນີ້ທີ່ພິທີເດີນສວນສະໜາມວັນກອງທັບ ປະຈຳປີໃນນະຄອນຫຼວງ Naypyidaw ນັ້ນ, ນາຍພົນອະວຸໂສ Min Aung Hlaing ກ່າວວ່າ “ຂ້າພະເຈົ້າຂໍແຈ້ງໃຫ້ຊາບຢ່າງຈິງ ຈັງໃນເລື່ອງທີ່ວ່າ ທະຫານ Tatmadaw ຈະໃຫ້ການຮ່ວມມືເພື່ອ ນຳເອົາຄວາມຈະເລີນຮັ່ງມີມາສູ່ສະຫະພາບ ແລະ ປະຊາຊົນ ຂອງຕົນ.”

ນອກນັ້ນ ທ່ານນາຍພົນຍັງໄດ້ກ່າວຕື່ມວ່າ “ອຸປະສັກ 2 ຢ່າງທີ່ສຳຄັນຕໍ່ການກາຍເປັນ ປະຊາ ທິປະໄຕ ແມ່ນການບໍ່ຍຶດຖືເອົາລະບຽບກົດໝາຍ ແລະ ການມີໜ້າຢູ່ ຂອງພວກກຸ່ມຕໍ່ຕ້ານ ຕິດອາວຸດຕ່າງໆ. ສິ່ງເຫຼົ່ານີ້ອາດນຳໄປສູ່ການຈະລາຈົນປະຊາທິປະໄຕ.”

ການກ່າວຄຳປາໄສຂອງນາຍພົນ Hlaing ໄດ້ເກີດຂຶ້ນບໍ່ເທົ່າໃດມື້ ກ່ອນພັກປະຊາທິປະໄຕ ຂອງທ່ານນາງ Aung San Suu Kyi ຈະເລີ່ມປະຕິບັດໜ້າທີ່ ຫຼັງຈາກການປົກຄອງໂດຍ ທະຫານໃນປະເທດ ມຽນມາ ເຊິ່ງຮູ້ຈັກກັນອີກຊື່ໜຶ່ງວ່າ ພະມ້າ ມາເປັນເວລາຫຼາຍປີນັ້ນ.

Myanmar Politics
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG