ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳທະຫານ ກ່າວວ່າ ການຫ້າມ ເປັນປະທານາທິບໍດີ ບໍ່ໄດ້ແນໃສ່ ທ່ານນາງຊູຈີ


ພາບຂອງ ພົນເອກ Min Aung Hlaing ຜູ້ບັນຊາການກອງທັບມຽນມາ ກ່າວຖະແຫລງຕໍ່ບັນດານັກຂ່າວ ໃນກອງປະຊຸມ ຂອງ ASEAN ໃນ ນະຄອນຫລວງ ເນປີດໍ ປະເທດມຽນມາ, ວັນທີ 5 ເດືອນມີນາ 2014.
ພາບຂອງ ພົນເອກ Min Aung Hlaing ຜູ້ບັນຊາການກອງທັບມຽນມາ ກ່າວຖະແຫລງຕໍ່ບັນດານັກຂ່າວ ໃນກອງປະຊຸມ ຂອງ ASEAN ໃນ ນະຄອນຫລວງ ເນປີດໍ ປະເທດມຽນມາ, ວັນທີ 5 ເດືອນມີນາ 2014.

ຜູ້ນຳທະຫານຂອງມຽນມາ ກ່າວຕໍ່ວີໂອເອວ່າ ຂໍ້ຄວາມວັກນຶ່ງ
ໃນລັດຖະທຳມະ ນູນທີ່ຫ້າມບໍ່ໃຫ້ຜູ້ນຳຝ່າຍຄ້ານ ທ່ານນາງ
ອອງຊານ ຊູຈີ ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີນັ້ນ
ແມ່ນບໍ່ໄດ້ແນໃສ່ ທ່ານນາງຢ່າງເປັນການສະເພາະເຈາະຈົງ.

ໃນການໃຫ້ສຳພາດເປັນການພິເສດ ແກ່ວີໂອເອພະແນກພາສາ
ມຽນມານັ້ນ ນາຍ ພົນ Min Aung Hlaing ກ່າວວ່າ ການຈຳກັດ
ບໍ່ໃຫ້ບຸກຄົນໃດກໍຕາມ ເປັນປະທານາທິບໍດີ ທີ່ມີຄູ່ຄອງ ຫລືລູກໆ
ເປັນສັນຊາດຕ່າງດ້າວນັ້ນ ແມ່ນບັນຫາ ຂອງຊາດ.

ທ່ານກ່າວວ່າ ມັນໄດ້ສະທ້ອນໃຫ້ເຫັນ ບັນຫາທີ່ຍັງແກ່ຍາວມາ
ໃນດ້ານຄົນເຂົ້າເມືອງ ຢູ່ໃນມຽນມາ ຍ້ອນທີ່ຕັ້ງຂອງປະເທດ ຊຶ່ງຢູ່ລະຫວ່າງ ບັນດາປະເທດ ທີ່ມີ ພົນລະເມືອງເປັນຈຳນວນຫຼວງຫຼາຍນັ້ນ.

ທ່ານນາງອອງຊານ ຊູຈີ ຖືກຫ້າມບໍ່ໃຫ້ເປັນປະທານາທິບໍດີ ຍ້ອນລູກຊາຍຂອງ ທ່ານນາງ
ສອງຄົນ ເປັນຊາວອັງກິດ. ມື້ລາງສາມີ ຂອງທ່ານນາງ ກໍເປັນພົນລະເມືອງ ຂອງອັງກິດ
ເຊັ່ນດຽວກັນ.

ເມື່ອມີການຖາມວ່າ ທ່ານຈະພົບປະແບບນຶ່ງຕໍ່ນຶ່ງ ກັບທ່ານນາງອອງຊານ ຊູຈີ ຫຼືບໍ່ນັ້ນ
ນາຍພົນ Hlaing ເອີ້ນການສົນທະນາຫາລື ກັບຜູ້ນຳ ຂອງພັກສັນນິບາດແຫ່ງຊາດ ເພື່ອ
ປະຊາທິປະໄຕ ຫຼື NLD ນັ້ນວ່າ ເປັນໄປໄດ້ຍາກ ໂດຍກ່າວວ່າ ຈຸດມຸ່ງໝາຍທາງດ້ານ
ການເມືອງ ຂອງທ່ານນາງອາດຈະບໍ່ຄືກັນກັບທ່ານ. ແຕ່ໃນ ຂະນະດຽວກັນ ນາຍພົນ
Hlaing ກໍເວົ້າວ່າ ທ່ານຈະບໍ່ປະຕິເສດ ເຖິງຄວາມເປັນໄປໄດ້ ໃນການພົບປະ ດັ່ງກ່າວ
ໂດຍກ່າວວ່າ ພວກທ່ານອາດຈະພົບພໍ້ກັນ ຖ້າຫາກມີຄວາມຈຳເປັນ.

XS
SM
MD
LG