ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມຽນມາ ສະເຫລີມສະຫຼອງ ວັນເອກະລາດ ຄົບຮອບ 67 ປີ


ປ. Thein Sein ແຫ່ງມຽນມາ ຢືນໃນລົດເປີດຫຼັງຄາ ຊົມແຖວ
ທະຫານ ໃນວັນສະຫຼອງວັນເອກະລາດ ຄົບຮອບ 67 ປີ ທີ່ນະຄອນ Naypyitaw, ວັນທີ 4 ມັງກອນ 2015.
ປ. Thein Sein ແຫ່ງມຽນມາ ຢືນໃນລົດເປີດຫຼັງຄາ ຊົມແຖວ ທະຫານ ໃນວັນສະຫຼອງວັນເອກະລາດ ຄົບຮອບ 67 ປີ ທີ່ນະຄອນ Naypyitaw, ວັນທີ 4 ມັງກອນ 2015.

ມຽນມາສະ​ຫຼອງ​ວັນ​ເອກະລາດ​ຄົບຮອບ 67 ປີ​ ​ໃນ​ວັນ​ອາທິດ
ວານ​ນີ້ ​ດ້ວຍ​ການ​ເດີນ​ສວນສະໜາມ​ຂອງ​ກອງທັບ ​ໃນ​ນະຄອນ
ຫຼວງ Naypyitaw.

ກອງທັບ​ຂອງ​ປະ​ເທດ​ໃນຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​
ແຫ່ງ​ນັ້ນ​ໄດ້ນຳ​ສະ​ແດງ​ພວກ​ເຮືອບິນ​ລົບ​ໄອ​ພົ່ນ ລົດ​ຖັງ​ແລະ​
ປືນໃຫຍ່​ທີ່​ຍິງ​ໄດ້​ໃນ​ໄລຍະ​ໄກ. ​ເຂົ້າ​ຮ່ວມ​ຊົມການສະ​ເຫຼີ​ມ
ສະຫຼອງ​ດັ່ງກ່າວ ມີຮວມທັງ ປະທານາທິບໍດີ Thein Sein
​ແລະ​ບັນດາ​ຜູ້ຕາງໜ້າກະຊວງ​ຕ່າງໆ ​ແລະ​ແຂກ​ຕ່າງປະ​ເທດ.

ຢູ່​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດທ່ານ John Kerry ​ໄດ້​ກ່າວ​ຊົມ​ເຊີຍ​ປະຊາຊົນ​ມຽນມາ ​ໃນ​ນາມ​ປະທານາ​ທິບໍດີ ​ບາຣັກ ​ໂອ​ບາ​ມາ ​ແລະ​ປະຊາ
ຊົນ​ຂອງ​ສະຫະລັດ ຊຶ່ງ​ທ່ານ Kerry ກ່າວ​ວ່າ ມັນເປັນ​ມື້​ທີ່​ເໝາະສົມ​ເພື່ອ​ກ່າວ​ເນັ້ນ​ເຖິງ​ຄຳ
ໝັ້ນ​ໝາຍຂອງ​ສະຫະລັດ​ອາ​ເມ​ຣິກາ ຕໍ່​ການ​ສະໜັບສະໜຸນ​ມຽນມາ ​ໃນ​ຂະນະ​ທີ່​ມຽນມາ
ສືບ​ຕໍ່ “ກ້າວ​ເດີນ​ໄປ​ບົນ​ເສ້ັນ​ທາງ​ຂອງການ​ປະຕິ​ຮູບ​ໄປ​ສູ່ການ​ເປັນ​ປະ​ເທດ​ທີ່​ທັນ​ສະ​ໄໝ
ມີປະຊາທິປະ​ໄຕ ສັນຕິພາບ ​ແລະໝັ້ນຄົງ​ແຂງ​ແຮງ​ທາງ​ດ້ານ​ເສດຖະກິດ.”

ມຽນມາ​ໄດ້​ຮັບ​ເອກະລາດ​ ຈາກ​ອັງກິດ ​ໃນ​ວັນ​ທີ 4 ມັງກອນ ປີ 1948.

XS
SM
MD
LG