ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັກ​ຂ່າວ ອິດສະຫຼະ ມຽນມາ ເສຍຊີວິດ ໃນລະຫວ່າງ ​ການ​ຈັບ​ກຸມ​ ໂດຍ​ທະຫານ


ແຜນທີ່ປະເທດມຽນມາ
ແຜນທີ່ປະເທດມຽນມາ

ບັນດາກຸ່ມ​ສັງຄົມພົນລະ​ເຮືອນ ​ແລະກຸ່ມປົກປ້ອງສິດທິ​ມະນຸດ ​
ໃນ​ມຽນມາ ກຳລັງ​ຮຽກຮ້ອງ​ໃຫ້​ລັດຖະບານ ທຳ​ການ​ສືບສວນ
ຢ່າງ​ຄົບ​ຖ້ວນ ກ່ຽວກັບ​ການ​ເສຍ​ຊີວິ​ດ ຂອງ​ນັກ​ຂ່າວ​ຄົນ​ນຶ່ງ ​ທີ່
ຢູ່​ໃນ​ການ​ຈັບ​ກຸມ​ຂອງ​ທະຫານນັ້ນ.

ທ່ານ Aung Kyaw Naing ທີ່​ຮູ້ຈັກ​ກັນ​ໃນອີກ​ຊື່​ນຶ່ງ​ວ່າ Par Gyi
​ເປັນ​ນັກ​ຂ່າວອິດສະຫຼະພາສາ​ມຽນມາ​ ​ໄດ້​ຖືກ​ຈັບ​ກຸມ​ເມື່ອ​ວັນ​ທີ
30 ກັນຍາ​ ຫຼັງຈາກ​ຂ້າມ​ຊາຍ​ແດນ​ເຂົ້າໄປ​ໃນ​ມຽນມາ ຈາກ​ຖານ
ສຳນັກງານຂອງລາວ ຢູ່ເມືອງແມ່ສອດ ປະ​ເທດ​ໄທ ​ເພື່ອ​ລາຍ
ງານຂ່າວ​.

ທ່ານ Ye Aung ຈາກ​ສະມາຄົມ​ອະດີດ​ນັກ​ໂທດ​ທາງ​ການ​ເມືອງ​ຂອງ​ມຽນມາ ບອກ​ກັບ
​ວີ​ໂອ​ເອ ພະ​ແນ​ກພາສາ​ມຽນມາ ວ່າ​ກຸ່ມ​ຂອງ​ທ່ານ ແລະ ອົງການ​ສັງຄົມ​ພົນລະ​ເຮືອນຕ່າງໆ ຮຽກຮ້ອງ​ໃຫ້​ມີ​ການສືບສວນຢ່າງ​ລະອຽດກ່ຽວ​ກັບ​ເລື້ອງ​ນີ້.

ທ່ານ Aung Kyaw Naing ​ໄດ້​ຖືກ​ຈັບ​ກຸມ ຫຼັງຈາກ​ໄດ້​ລາຍ​ງານ​ຂ່າວການ​ປະ​ທະ​ກັນຫຼາຍໆ​ຄັ້ງ ​ລະ​ຫວ່າງ​ທະຫານລັດຖະບານມຽນມາ ​ແລະ ພວກນັກລົບ​ເຜົ່າ​ກະຫລ່ຽງ. ໃນອາທິດແລ້ວ​ນີ້ ກອງທັບ​ມຽນມາ ​ໄດ້​ປະກາດ​ວ່າ​ທ່ານ Aung Kyaw Naing ຖືກ​ຍິງ​ຕາຍ​ໂດຍ​ຍາມ​ຄົນ​ນຶ່ງ ​ໃນ​ຂະນະ​ທີ່​ລາວ​ພະຍາ​ຍາມ​ຫລົບໜີ. ​ເຂົາ​ເຈົ້າ​ເວົ້າຕື່ມ​ວ່າ ທ່ານ Aung Kyaw Naing ​ເຮັດ​ວຽກ​ເປັນ​ເຈົ້າໜ້າ​ທີ່​ສືບລັບ ໃຫ້​ແກ່​ພວກ​ກະບົດເຜົ່າ​ກະຫລ່ຽງ ຜູ້​ທີ່​ໄດ້​ປະຕິ​ເສດຕໍ່​ຂໍ້​ກ່າວຫາ​ດັ່ງກ່າວ.​

ບັນດາ​ເຈົ້າໜ້າ​ທີ່ ​ໃນ​ເມືອງ Kyaikmayaw ​ໄດ້​ໃຫ້​ຄຳ​ໝັ້ນສັນຍາວ່າ ຈະ​ດຳ​ເນີນການ​ສືບສວນ​ສອບ​ສວນ​ຢ່າງ​ຄົບ​ຖ້ວນກ່ຽວກັບເລື້ອງນີ້.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG