ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມຽນມາຕັດສິນຈຳຄຸກ ນັກຂ່າວ 2 ຄົນ ຖານໝິ່ນປະໝາດ


ແຜນທີ່ ມຽນມາ
ແຜນທີ່ ມຽນມາ

ນັກ​ຂ່າວ 2 ຄົນ ຢູ່​ໃນ​ມຽນມາຖືກ​ຕັດສິນ​ວ່າ​ຜິດ​ໃນ​ຖານ​ໝິ່ນ
ປະໝາດ ​ແລະ​ຖືກ​ລົງ​ໂທດ ​ໃຫ້​ຈຳ​ຄຸກ 2 ​ເດືອນ ສຳ​ຫລັບ​ບົດ
​ຂຽນ​ອັນ​ນຶ່ງ ​ທີ່​ລວມມີ​ການ​ອ້າງ​ເຖິງ​ຄຳ​ເວົ້າ​ ໂດຍ​ສະມາຊິກ​ສະພາ
ຄົນ​ນຶ່ງ​ ທີ່​ຄອບ​ງຳ​ດ້ວຍ​ທະຫານ​ນັ້ນ.

ການ​ຖືກ​ຕັດ​ສິນ​ວ່າ​ຜິດ​ ຂອງ​ຫົວໜ້າບັນນາທິການ​ ໜັງສື​ພິມ
Myanmar Post ທ່ານ Than Htaik Thu ​ແລະ ນັກ​ຂ່າວ
ທ່ານ Hsan Moe Tun ​ເປັນ​ເຫດການຫລ້າ​ສຸດ​ ທີ່​ໄດ້​ກໍ່​ໃຫ້
​ເກີດ​ຄວາມ​ກັງວົນ​ຕ່າງໆ ກ່ຽວ​ກັບ​ເສລີພາບ​ທາງ​ດ້ານການ​ຂ່າວ
​ທີ່​ຮ້າຍ​ແຮງ​ຂຶ້ນ​ຢູ່​ໃນ​ມຽນມາ ຊຶ່ງ​ປະ​ເທດດັ່ງກ່າວ​ ໄດ້​ພະຍາ​ຍາມ
ຜ່ານ​ຜົ້ນອອກຈາກ​ລະບອບ​ປົກຄອງ​ດ້ວຍ​ທະຫານແບບ​ພະ​ເດັດ​ການ ທີ່​ຍາກ​ລຳບາກຫຼາຍທົດ​ສະວັດ​ມາແລ້ວນັ້ນ.

ບົດ​ຂຽນ​ທີ່​ມີ​ຂໍ້​ສົງ​ໄສ ຊຶ່ງ​ໄດ້​ຂຽນເມື່ອ​ປີ​ກາຍ​ນີ້ ​ໄດ້​ອ້າງ​ເຖິງ​ຄຳ​ເວົ້າຂອງ​ຜູ້​ແທນ ພັນ​ຕີ Thein Zaw ທີ່ສະ​ເໜີ​ແນະ​ວ່າ ບັນດາ​ສະມາຊິກ​ສະພາ​ທີ່​ເປັນ​ທະຫານ ມີ​ລະດັບ​ການ​ສຶກສາ​ທີ່​ຕ່ຳ.
ຜູ້​ແທນ​ດັ່ງກ່າວ ​ໄດ້ປະຕິ​ເສດວ່າ ຕົນ​ບໍ່​ໄດ້​ກ່າວ​ດັ່ງນັ້ນ.

ນັບຕັ້ງ​ແຕ່​ການ​ປົກຄອງ​ຂອງ​ທະຫານ​ໂດຍ​ກົງ​ໄດ້ສິ້ນສຸດ​ລົງ ​ໃນ​ປີ 2011 ມຽນມາ​ໄດ້​ເອົາ
​ບາດກ້າວ​ຕ່າງໆ ​ເພື່ອ​ປັບປຸງ​ສິດ​ເສລີ​ໃນ​ການ​ປາ​ກເວົ້າ ລວມທັງ​ຍຸດຕິ​ການ​ກວດກາ​ສື່​
ມວນຊົນ​ໂດຍ​ກົງເຊັ່ນໜັງສືພິມຕ່າງໆຂອງ​ປະ​ເທດ ​ແລະ ປ່ອຍ​ບັນດາ​ນັກ​ຂ່າວ​ບາງ​ສ່ວນ​
ທີ່​ຖືກ​ກັກ​ຂັງຢູ່ນັ້ນ.

​ແຕ່ບັນດາ​ນັກ​ຂ່າວ ສືບ​ຕໍ່​ເປັນ​ເນື້ອ​ເລື້ອງ​ຂອງ​ການຈັບກຸມ ການ​ຂົ່ມຂູ່ ​ແລະ ການກວດກາ​ ຕະຫລອດ​ມາ. ຫຼາຍໆຄົນ​ໄດ້​ຖືກ​ຈັບ​ສົ່ງ​ເຂົ້າຄຸກຫຼັງຈາກ​ລາຍງານ ​ກ່ຽວ​ກັບ​ບັນຫາ​ຕ່າງໆ
ຂອງ​ລັດຖະບານ ທີ່​ວ່າລະອຽດ​ອ່ອນຫຼາຍ ທີ່​ຈະ​ຕ້ອງ​ໄດ້​ນຳ​ມາສະ​ເໜີ.

ກຸ່ມນັກຂ່າວບໍ່ມີພົມແດນ ຫຼື Reporters Without Borders ກ່າວ​ວ່າ ມຽນມາ ຖືກ​ຈັດ​ອັນ​ດັບ​ຢູ່​ພຽງ 144 ຈາກ ທັງ​ໝົດ 180 ປະ​ເທດ ຂອງດັດຊະນີອິດສະຫຼະພາບ ດ້ານການຂ່າວ.

XS
SM
MD
LG