ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມຽນມາ ສະແດງ ປະຕິກິລິຍາ ກ່ຽວກັບ ເອກກະສານ ທີ່ຮົ່ວໄຫຼ ຂອງອາຊ່ຽນ


ເຮືອລາດຕະເວນຈີນ ກຳລັງໄລ່ ເຮືອຫວຽດນາມ ທີ່ເຂົ້າໄປໃກ້ ຖານເຈາະນຳ້ມັນຂອງຕົນ ຢູ່ທະເລຈີນໃຕ້
ເຮືອລາດຕະເວນຈີນ ກຳລັງໄລ່ ເຮືອຫວຽດນາມ ທີ່ເຂົ້າໄປໃກ້ ຖານເຈາະນຳ້ມັນຂອງຕົນ ຢູ່ທະເລຈີນໃຕ້

ມຽນມາ ​ໄດ້​ສະແດງປະຕິກິລິຍາແບບສະຫງວນທ່າທີກ່ຽວ​ກັບ​
ຂ່າວການ​ຮົ່ວ​ໄຫລ ​ຂອງເອກ​ກະສາ​ນ ASEAN ທີ່ໃຫ້​ຂໍ້​ສັງ​
ເກດ​ ໃນຄວາມ​ຄືບ​ໜ້າຂອງກົດ​ການ​ປະ​ຕິບັດ ຢູ່​ທະ​ເລ​ຈີນ​ໃຕ້.

ຜູ້ອຳນວຍການກິດຈະການ ASEAN ຂອງມຽນມາ ທ່ານ
Aung Lin ກ່າວ​ຕໍ່ VOA ພະ​ແນ​ກພາສາ​ມຽນມາວ່າ ສະມາ​
ຊິກ​ແຕ່ລະປະເທດ ຂອງອາຊ່ຽນ ມີ​ພັນທະຄວາມ​ຮັບຜິດ
ຊອບ​ໃນ​ການ​ຮັກສາ​ເອກ​ກະສາ​ນເຫຼົ່ານີ້ໄວ້ເປັນຄວາມລັບ.

ທ່ານ Aung Lin ກ່າວ​ວ່າ “ພວກ​ເຮົາ​ໄດ້​ແຈກ​ຢາຍ​ຮ່າງເອກ
ກະສານລ່ວງ​ໜ້າ ​ລະຫວ່າງ​ປະເທດສະມາຊິກ​ ​ເພື່ອ​ຢາກ​ໄດ້​
ຄຳ​ຄິດ​ເຫັນ​ຂອງ​ເຂົາ​ເຈົ້າ. ສະ​ມາ​ຊິກ ​ສະມາຄົ​ມ ແຕ່ລະປະເທດ​ ມີໜ້າ​ທີ່​ຮັບຜິດຊອບ
ຮັກສາ​ຮ່າງເອກກະສານເຫຼົ່ານີ້​ໄວ້ເປັນຄວາມລັບ ຈົນ​ຮອດວັນ​ສຸດ​ທ້າຍ​ຂອງ​ກອງ​ປະຊຸມ
​ສຸດ​ຍອດ.ມັນ​ເປັນ​ລະບຽບການ​ຂອງນາໆ​ຊາດ. ​ເຖິງ​ຢ່າງ​ດ​ກໍ​ດີ ມັນ​ອາດ​ມີ​ການ​ປ່ຽນ​ແປງ
ຫລັງ​ຈາກ​ການ​ສົນທະນາ​ກັນ ​ທີ່ກອງ​ປະຊຸມ​ສຸດ​ຍອດ ຫລືຕາມຄວາມ​ປາດ​ຖະໜາຂອງ
ປະທານ​ກອງ​ປະຊຸມ ​ຊຶ່ງກໍຄືມຽນມາ.”

ເອກ​ກະສາ​ນ ​ຊຶ່ງເປັນ​ຮ່າງ​ຖະ​ແຫລ​ງການ​ຂອງປະທາ​ນ ສຳ​ລັບກອງ​ປະຊຸມ​ສຸດ​ຍອດ ໃນ
ອາທິດ​ໜ້າ​ນີ້ ​ໄດ້​ມີການມອບໃຫ້​ວີ​ໂອ​ເອ ​ໃນ​ວັນ​ພຸດທີ່​ຜ່ານ​ມາ ​ໂດຍ ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງລັດ
ຖະບານ​ຄົນ​ນຶ່ງ ຊຶ່ງ​ເປັນແຫ​ລ່ງຂ່າວ​ຈາກປະ​ເທດສະມາຊິກ ASEAN ​ທີ່​ບໍ່​ປະສົງ​ບອກ​ຊື່.

ເອກກະສານ ທີ່ເປັນ​ຮ່າງຖະແຫຼງການ ຊຶ່ງຕາມ​ປົກກະຕິ​ແລ້ວ ຈະມີການນຳ ອອກເຜີຍ​
ແຜ່ ​ໃນ​ຕອນທ້າຍ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊ່ຽນ ​ຮຽກຮ້ອງ​ໃຫ້ ບັນດາ​ປະເທດສະ
ມາຊິກຂອງກຸ່ມ ​ແກ້​ໄຂ​ບັນຫາຂັດແຍ້​ງ​ທາງທະ​ເລຂອງ​ເຂົາ​ເຈົ້າກັບຈີນ ດ້ວຍສັນຕິວິທີ.

ກອງ​ປະຊຸມ​ສຸດ​ຍອດອາຊ່ຽນ ຈະ​ຈັດ​ຂື້ນ​ໃນອາທິດ​ໜ້າ​ນີ້ ​ທີ່​ນະຄອນຫລວງ Naypitaw
ຂອງ​ມຽນມາ.

ວີດີໂອ: ກອງປະຊຸມອາຊ່ຽນ ທີ່ຈະໄຂຂຶ້ນຢູ່ມຽນມາ ຈະບໍ່ແມ່ນກ່ຽວກັບຄວາມກ້າວໜ້າ:

ASEAN Summit in Myanmar Won’t Be About Breakthroughs
please wait

No media source currently available

0:00 0:02:43 0:00

XS
SM
MD
LG