ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມຽນມາ ກ່າວວ່າ ການຫຼຸດລະດັບ ໃນດັດຊະນີ ການຄ້າມະນຸດ ຂອງວໍຊີງຕັນ ຈະເປັນຄວາມຜິດພາດ


ຊາວໂຣຮິງຢາ ໄວ 17 ພັກຜ່ອນຢູ່ໃນບ້ານ Dapaing, ພາກເໜືອ ຂອງ Sittwe, ທາງພາກຕາເວັນຕົກ ຂອງດ Rakhine, ມຽນມາ ຫຼັງຈາກທີ່ໄດ້ລົບໜີຂະບານຄ້າມະນຸດ
ຊາວໂຣຮິງຢາ ໄວ 17 ພັກຜ່ອນຢູ່ໃນບ້ານ Dapaing, ພາກເໜືອ ຂອງ Sittwe, ທາງພາກຕາເວັນຕົກ ຂອງດ Rakhine, ມຽນມາ ຫຼັງຈາກທີ່ໄດ້ລົບໜີຂະບານຄ້າມະນຸດ

ມຽນມາ ແມ່ນໄດ້ຕອບ​ໂຕ້ຕໍ່ລາຍງານຂອງສະຫະລັດທີ່ໄດ້ຈັດໃຫ້ປະ​ເທດ​ດັ່ງກ່າວ ຢູ່ໃນລະດັບຕ່ຳສຸດ ຢູ່​ໃນ​ດັດຊະນີການຄ້າມະນຸດຂອງວໍຊີງຕັນ.

ການຈັດໃຫ້ມຽນມາ ຢູ່ໃນລະດັບຄຽງຂ້າງກັບອີຣ່ານ ເກົາຫຼີເໜືອ ແລະຊີເຣຍ ຊຶ່ງແມ່ນ ບັນດາປະເທດທີ່ຖືວ່າ ຕ່ຳສຸດຂອງລາຍ​ງານການຄ້າມະນຸດນັ້ນ ແມ່ນຖືວ່າເປັນການ ຜິດພາດ ອິງຕາມເຈົ້າໜ້າທີ່ລັດຖະບານໃນນະຄອນ Naypytaw.

ໃນສັບປະດານີ້ ກະຊວງການຕ່າງປະເທດຂອງສະຫະລັດ ຈະນຳອອກເຜີຍແຜ່ລາຍ
ງານປະຈຳປີລາຍ ກ່ຽວ​ກັບ​ການ​ຄ້າ​ມະນຸດ ຫຼື TIP ຊຶ່ງມຽນມາສາມາດຕົກລະດັບ ສູ່
ກຸ່ມທີ 3.

ແຮງງານພວກເດັກນ້ອຍ ຍັງມີໃຫ້ເຫັນກັນຢ່າງຫຼວງຫຼາຍ ໃນມຽນມາ.
ແຮງງານພວກເດັກນ້ອຍ ຍັງມີໃຫ້ເຫັນກັນຢ່າງຫຼວງຫຼາຍ ໃນມຽນມາ.

ໃນວັນອັງຄານມື້ນີ້ ອົງການຂ່າວ Reuters ໄດ້ອ້າງແຫຼ່ງຂ່າວ ​ຈາກວໍຊີງຕັນແລະບາງ
ກອກ ທີ່ໄດ້ລາຍງານວ່າ ມຽນມາ ສາມາດຫຼຸດຕ່ຳລົງ ສູ່ລະດັບເພື່ອໃຫ້ເອົາບາດກ້າວ ເພີ່ມຕື່ມທີ່ຈະແກ້ໄຂເລື້ອງໃຊ້ກອງກຳລັງເດັກແລະການບັງຄັບໃຊ້ ແຮງງານແລະທ່າມ
ກາງການສືບຕໍ່ປະຫັດປະຫານໃນຂອບເຂດທີ່ກວ້າງຂວາງ ຕໍ່ຊົນກຸ່ມນ້ອຍຊາວໂຣຮິງ
ຢາ ທີ່ນັບຖືສາສະໜາອິສລາມ ໃນປະເທດທີ່ຄົນສ່ວນໃຫຍ່ນັບຖືສາສະໜາພຸດນັ້ນ.

ບັນດາພວກແມ່ຍິງ ທີ່ສົງໃສວ່າພົວພັນກັບຂະບວນການຄ້າມະນຸດ ຊາວໂຣຮິງຢາ ທີ່ໜີເຂົ້າເມືອງ, ບາງກອກ, ໄທ, 10 ພະຈິກ, 2015.
ບັນດາພວກແມ່ຍິງ ທີ່ສົງໃສວ່າພົວພັນກັບຂະບວນການຄ້າມະນຸດ ຊາວໂຣຮິງຢາ ທີ່ໜີເຂົ້າເມືອງ, ບາງກອກ, ໄທ, 10 ພະຈິກ, 2015.

“ແນ່ນອນ ພວກເຮົາຈະຜິດຫວັງ ໃນການຫຼຸດລະດັບຂອງພວກເຮົາ ໃນຂະນະທີ່ ພວກເຮົາ ໄດ້ທຳການປະສານງານກັບທຸກພັກຝ່າຍ” ທີ່ຈະປັບປຸງສະຖານະການ ດັ່ງກ່າວນີ້ ຊຶ່ງທ່ານ Aung Lin ເລຂາທິການຖາວອນ ທີ່ກະຊວງການຕ່າງປະເທດ ໄດ້ບອກກັບ VOA ໄວ້.

ເຈົ້າໜ້າທີ່ຍັງກ່າວເພີ່ມຕື່ມວ່າ ເຖິງແມ່ນວ່າທ່ານໄດ້ເຫັນລາຍງານໃໝ່ທີ່ວ່າມຽນມາ
ປະເຊີນກັບການຫຼຸດລະດັບໃນລາຍງານການຄ້າມະນຸດກໍຈິງ ແຕ່ກໍຍັງບໍ່ທັນມີການ
ແຈ້ງຢ່າງເປັນທາງການເທື່ອຈາກສະຫະລັດ.

“ພວກເຮົາແມ່ນເອົາບາດກ້າວເຮັດຕາມໜ້າທີ່ຂອງພວກເຮົາແລະຈະສືບຕໍ່ດຳເນີນ
ການຕໍ່ໄປ”
ນັ້ນຄືຄຳເວົ້າທີ່ທ່ານ Aung Lin ໄດ້ກ່າວເພີ່ມຕື່ມ.

ພວກນັກການທູດທີ່ສະຖານທູດສະຫະລັດໃນນະຄອນຢ່າງກຸ້ງ ກ່າວໃນວັນອັງຄານມື້
ນີ້ວ່າ ຕົນຈະບໍ່ໃຫ້ຄວາມເຫັນໃດໆກ່ອນໜ້າການເປີດເຜີຍລາຍງານນີ້.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG