ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານມຽນມາ ແລະ ພວກຊົນກຸ່ມນ້ອຍ ເລີ້ມການເຈລະຈາສັນຕິພາບ


Myanmar Peace Talks
please wait
Embed

No media source currently available

0:00 0:01:04 0:00

ການເຈລະຈາ ທີ່ໄດ້ແນໃສ່ເພື່ອຍຸຕິ ການສູ້ລົບກັນ ລະຫວ່າງລັດຖະ ບານມຽນມາ ແລະ ກຸ່ມກະບົດຊົນເຜົ່າຕ່າງໆ ທີ່ແກ່ຍາວມາເກືອບ 7 ທົດສະວັດ ໄດ້ເປີດຂຶ້ນ ຢູ່ນະຄອນຫຼວງ ເນປິຕໍ ໃນວັນພຸດມື້ນີ້.

ຄະນະຜູ້ແທນຈາກ 17 ຊົນກຸ່ມນ້ອຍ ທີ່ໄດ້ແຕ່ງກາຍໃນຊຸດປະຈຳເຜົ່າຂອງພວກເຂົາເຈົ້າ ທີ່ມີຫຼາກຫຼາຍສີສັນ ໄດ້ເຂົ້າຮ່ວມຈົນເຕັມຫໍປະຊຸມ ໂດຍປະປົນໄປກັບບັນດາເຈົ້າໜ້າທີ່ ທະຫານ ແລະ ນັກການທູດ ​ໃນການເລີມຕົ້ນກອງປະຊຸມ ໄລຍະ 5 ມື້ ອັນເປັນການລິເລີ້ມ ທີ່ສຳຄັນ ອັນທຳອິດຖານະເປັນຜູ້ນຳມຽນມາ ຂອງທ່ານນາງ Aung San Suu Kyi ທີ່ ລັດຖະບານມຽນມາໃໝ່ ໄດ້ຖືກເລືອກເອົາ ຢ່າງເປັນປະຊາທິປະໄຕ.

ທ່ານນາງ Aung San Suu Kyi ຜູ້ທີ່ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ ໄດ້ ກ່າວໃນການເປີດກອງປະຊຸມ ວ່າ “ພຽງແຕ່ວ່າ ພວກເຮົາ ສາມັກຄີກັນເທົ່ານັ້ນ ປະເທດ ຂອງພວກເຮົາຈະມີຄວາມສັນຕິ​ໄດ້. ພຽງແຕ່ວ່າ ປະເທດຂອງພວກເຮົາ ມີຄວາມສັນຕິ ເທົ່ານັ້ນ ພວກເຮົາກໍຈະສາມາດຢືນຢູ່ໝັ້ນຄົງ ເທົ່າທຽມກັນກັບປະເທດອື່ນໆ ໃນຂົງ ເຂດຂອງພວກເຮົາ ແລະ ໃນທົ່ວໂລກ.”

ກອງປະຊຸມສຸດຍອດນີ້ ໄດ້ຖືກເອີ້ນວ່າ “21st Century Panglong” ອັນເປັນການສັນ ລະເສີນ ຕໍ່ສັນຍາ ປີ 1947 ທີ່ໄດ້ໄກ່ເກ່ຍໂດຍ ບູຫລຸດເອກະລາດ ນາຍພົນ Aung San ຜູ້ເປັນມື້ລາງບິດາ ຂອງທ່ານນາງ Aung San Suu Kyi ນັ້ນ ທີ່ໄດ້ອະນຸຍາດໃຫ້ພວກຊົນ ກຸ່ມນ້ອຍ ປົກຄອງດ້ວຍຕົນເອງ ໃນປະເທດ ພາຍຫຼັງຈາກທີ່ມຽນມາ ໄດ້ຮັບເອກະລາດ ຈາກອັງກິດ. ແຕ່ຂໍ້ຕົກລົງ ໄດ້ພັງທະລາຍລົງ ຫຼັງຈາກປີໜຶ່ງ ໃນເວລາ ນາຍພົນ Aung San ໄດ້ຖືກລອບສັງຫານ ເຊິ່ງໄດ້ເຮັດໃຫ້ກຸ່ມແບ່ງແຍກດິນແດນຕ່າງໆ ທີ່ຕັ້ງຢູ່ຕາມ ເຂດຊາຍແດນຂອງປະເທດ ທີ່ຕິດກັບຈີນ ແລະ ໄທ ຕໍ່ສູ້ຕ້ານຢັນກັບ ພວກທະຫານ ມຽນມາ ຜູ້ທີ່ໄດ້ປົກຄອງປະເທດຢ່າງເຄັ່ງຂັດ ມາໄດ້ຕະຫຼອດໄລຍະ 5 ທົດສະຫວັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG