ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາຊົນ​ກຸ່ມ​ນ້ອຍ​ຕ່າງໆ​ ໃນມຽນມາ ໄດ້ເຫັນຮ່ອງຮອຍຂອງສັນຕິພາບ ແລະສະຖຽນລະພາບ


Myanmar Ethnics Look for Peace, Stability
please wait

No media source currently available

0:00 0:02:23 0:00

ພັກ​ສັນນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະໄຕຂອງ​ມຽນມາ ກຳລັງ
​ກະກຽມ​ທີ່​ຈະ​ເຂົ້າກຳ​ອຳ​ນາດ ຊຶ່ງ​ເຮັດບັນດາຊົນ​ກຸ່ມ​ນ້ອຍ​ຕ່າງໆ​
ຢູ່​ໃນ​ປະ​ເທດ ມີຄວາມ​ຫວັງຕື່ມຂຶ້ນວ່າ ຈະ​ເປັນ​ຊ່ວງເວລາ​ ທີ່ມີ
​ສັນ​ຕິພາບ​ ຫລາຍ​ຂື້ນ​ ​ໃນ​ຕໍ່​ໜ້ານີ້. Steve Sandford ມີລາຍ
ງານ​ ຈາກລັດ Kachin ​ຂອ​ງປະ​ເທດມຽນມາ ຊຶ່ງ​ ກິ່​ງສະຫວັນ
ຈະ​ນຳ​ລາຍ​ລະອຽດ ມາສະ​ເໜີ​ທ່ານ.

ຢູ່​ໃນລັດຕ່າງໆ​ຂອງ​ບັນດາ​ຊົນ​ກຸ່ມ​ນ້ອຍໃນ​ປະ​ເທດ​ມຽນ​ມາ ຍັງມີ​ຫລາຍ​ກວ່າ 200,000
​ຄົນ ບໍ່​ມີ​ບ່ອນຢູ່​ອາ​ໄສຍ້ອນສົງຄາມໃນ​ໄລຍະ ທີ່​ຜ່ານ​ມາ ​ແລະ​ຄວາມ​ຮຸນ​ແຮງລະຫວ່າງ​
ຊົນ​ຊາດ​ຊົນ​ເຜົ່າ.

ຫລາຍ​ຄົນ​ຢູ່​ໃນ​ບັນດາ​ຊົນ​ເຜົ່າ​ ພາກັນ​ຕັ້ງ​ຄວາມ​ຫວັງຂອງເຂົາ​ເຈົ້າໄວ້ ກັບທ່ານ​ນາງ
Aung San Suu Kyi ຜູ້​ທີ່​ໄດ້​ໃຫ້​ຄໍາໝັ້ນ​ສັນຍາ​ວ່າ​ຈະເອົານຳ​ສັນຕິພາບ ​ມາສູ່ກຳລັງ
​ຂອງບັນດາຊົນຊາດ​ຊົນ​ເຜົ່າຕ່າງໆ ​ແລະ​ກອງທັບ​ແຫ່ງ​ຊາດ​ຂອງ​ມຽນມາ.

ນາງ Dah Poh ທີ່​ເປັນ​ແມ່ຄົນ​ນຶ່ງ ຈາກ​ລັດ Kachin ​ໄດ້​ຫຍຸ້ງຍາກ​ຢູ່ນຳ​ການ​ເບິ່ງ​ລູກ
​ສາມ​ຄົນຂອງ​ນາງ​ ຢູ່ທີ່​ສູນ​ອົບ​ພະ​ຍົບ Myitkyina ​ບ່ອນ​ທີ່​ຜູ້​ປະສົບ​ໄພ​ສົງຄາມ​ພາຍ​ໃນ
​ປະ​ເທດ ພາປ່ອນ​ບັດໃນ​ເດືອນ​ພະ ຈິກ​ທີ່​ຜ່ານ​ມາ.

ບັດ​ນີ້ ​ນາງນັບ​ມື້​ ທີ່ສາມີ​ຂອງ​ນາງ ທີ່​ເປັນທະຫານຕໍ່ສູ້​ເພື່ອ​ຄວາມ​ເປັນ ​ເອກ​ກະລາດ​ຂອງ​
ລັດ Kachin ​ຈະສາມາດ​ກັບ​ມາ​ຫາ​ຄອບຄົວ​ໄດ້.

ນາງ Dah Poh ກ່າວ​ວ່າ “ຂ້ອຍມີ​ຄວາມ​ຫວັງ​ວ່າ ໃນ​ວັນ​ໜຶ່ງ ​ເວລາ​ພວກ​ເຮົາສາມາດ​
ທີ່ຈະກັບ​ຄືນ​ໄປ​ສູ່​ບ້ານເກີດຂອງ​ພວກ​ເຮົາ ຫລັງ​ຈາກ​ບັນຫາ​ການ​ເມືອງໄດ້​ຮັບ​ການ
ແກ້
ໂຂແລ້ວ. ປັດຈຸບັນ​ນີ້ ສາມີ​ຂອງ​ຂ້ອຍ ​ສາມາດ​ກັບ​ມາຫາ​ພວກ​ເຮົາ​ໄດ້​ໜຶ່ງ​ເທຶ່ອຕໍ່​ປີ
ແລະ​ຂ້ອຍບໍ່​ສາມາດ​ອອກ​ໄປ​ຊອກຫາ​ວຽກ​ຢູ່​ນອກ​ສູນ ​ເພາະວ່າ ​ລູກ​ຂອງ​ຂ້ອຍ​ຍັງ​
ນ້ອຍ​ຢູ່ ​ແລະ​ຂ້ອຍຕ້ອງ​ໄດ້​ເບິ່ງແຍງພວກ​ເຂົາ ​ແລະ​ຢູ່​ນຳ​ພວກ​ເຂົາ​ດ້ວຍ.”

​ແຕ່​ວ່າ ບັນດາ​ຜູ້​ຕິຕຽນ​ໄດ້​ຕັ້ງຄຳຖາມ​ ກ່ຽວ​ກັບ​ປະສິດທິຜົນ​ຂອງ​ການ​ເຈລະຈາ​ສັນຕິ​ພາບ
​ແຫ່ງ​ຊາດ ​ໂດຍ​ກ່່າວ​ວ່າ ມີ​ຈຸດປະສົງ​ແນ​ໃສ່​ເພື່ອ​ແບ່ງ​ແຍກ​ຊົນ​ຊາດ​ຊົນ​ເຜົ່າຕ່າງໆ​ນັ້ນ.

ຢູ່​ໃນ​ລັດ Shan ຊຶ່ງ​ໄດ້​ມີການ​ລົງ​ນາມ ​ໃນ​ຂໍ້ຕົກລົງ​ຢຸດ​ຍິງ​ທົ່ວ​ປະ​ເທດ ຫວ່າງ​ມໍ່ໆ​ມາ​ນີ້ ບັດ​
ນີ້ກຳລັງມີ​ການ​ສູ້​ລົບ​ ລະຫວ່າງ​ກຳລັງ​ຊົນ​ເຜົ່າ​ດ້ວຍ​ກັນ.

ນັກວິ​ເຄາະກ່ຽວ​ກັບ​ມຽນມາ ​ແລະ​ນັກປະພັນ Bertil Lintner ກ່າວ​ວ່າ ຍຸດ​ທະ​ສາດນີ້ບໍ່​ມີ
​ຫຍັງໃໝ່​ສຳລັບ​ພວກທະຫານ​ທີ່​ໄດ້​ປົກຄອງປະ ​ເທດມາ​ເປັນ​ເວລາ​ຫລາຍ​ທົດ​ສະ​ວັດ​ ຕໍ່
ກອງກຳລັງ​ຂອງ​ພວກ​ຊົນ​ຊາດ ຊົນ​ເຜົ່າ.

ທ່ານ Lintner ກ່າວ​ວ່າ “​ທະຫານກຳລັງ​ສູ້​ລົບກັບ​ສົງຄາມ​ຕົວ​ແທນຊະ ນິດ​ນຶ່ງ ​ເຂົາ​ເຈົ້າ
​ບໍ່ຢາກ​ໃຫ້​ມີ​ການ​ມອງ​ເບິ່ງ​ວ່າ​ເປັນ​ການໂຈ​ມຕີຂອງ​ເຂົາ​ເຈົ້າຕໍ່​ກຳລັງ​ຊົນ​ຊາດ​ຊົນ​ເຜົ່າ​ ເພາະສະ​ນັ້ນ ​ເ​ຂົາ​ເຈົ້າຈຶ່ງ​ໃຊ້​ກຸ່ມ​ໜຶ່ງຂອງ ກອງທັບ​ລັດ Shan ​ໂຈມ​ຕີກຸ່ມ Palang
​ແລະ​ນີ້ກໍເປັນ​ການ​ຮັບ​ໃຊ້​ຜົນປະ​ໂຫຍ​ດ ທາງ​ດ້ານ​ທະຫານ ​ເພາະ​ທ່ານ​ຕ້ອງ​ຈື່ໄວ້​ວ່າ
ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງການ​ ແມ່ນ​ໄຊຊະນະ​ບັ້ນ​ສຸດ​ທ້າຍ. ພວກ​ເຂົາ​ຕ້ອງການ​ເອົາ​ຊະນະ
​ບັນດາ​ກຸ່ມ​ເຫລົ່າ​ນີ້.”

​ໃນ​ຂະນະ​ທີ່​ການ​ຂັດ​ແຍ້​ງດຳ​ເນີນ​ຢູ່​ນັ້ນ​ ຊົນ​ຊາດຊົນ​ເຜົ່າ​ຫຼາຍ​ກຸ່ມ​ຍັງ​ສືບ​ຕໍ່ພາກັນຕິດ​
ອາວຸດ ​ໂດຍ​ມີ​ຄວາມ​ລະມັດລະວັງ​ຕໍ່ລັດຖະທຳ​ມະນູນ ສະ ບັບປີ ​2008​ ທີ່ເຂົ້າຂ້າງ
​ພວກທະຫານຢ່າງ​ຫຼວງຫຼາຍນັ້ນ.

​ໂຄສົກຂອງ​ກຸ່ມ TNLA ທ່ານ Tar Pa La ກ່າວ​ວ່າ “​ເຂົາ​ເຈົ້າ​ຄື​ກັບ​ອົງການ​ອິດສະຫຼະ
​ເຂົາ​ເຈົ້າບໍ່​ໄດ້​ຖືກຄວບ​ຄຸມ​ໂດຍ​ສະພາ ບໍ່​ໄດ້​ຖືກ​ຄວບ​ຄຸ​ມ​ໂດຍລັດຖະບານ. ​ເຂົາ​ເຈົ້າ
ເປັນ​ກຸ່ມອິດສະຫຼະ. ​ເພາະສະ​ນັ້ນ ນີ້​ເປັນ​ການ​ທ້າ​ທາຍ​ທີ່ໃຫຍ່​ສຸດ​ ສຳລັບພັກ​ສັນນິ
ບາດ
ແຫ່ງ​ຊາດ​ເພື່ອ​ປະ ຊາທິປະໄຕ ຫຼື NLD.”

ສຳລັບປັດ​ຈຸບັນ​ນີ້ ສາຍ​ຕາ​ທັງ​ໝົດແມ່ນ​ຍັງ​ຖືກຈ້ອງໄປ​ທີ່ການ​ເຄື່ອນ​ໃນ ຂັ້ນຕໍ່​ໄປ​ຂອງ
ພັກ NLD ​ໂດຍຫວັງທີ່​ຈະ​ໄດ້​ເຫັນ​ຮ່ອງ​ຮອຍກ່ຽວ​ກັບ​ວ່າ ​ເວລາ​ໃດ​ຫລາຍໆ​ພັນ​ຄົນຈຶ່ງ
ຈະ​ສາມາດ​ກັບ​ສູ່​ບ້ານ​ເຮືອນ​ໄດ້.

XS
SM
MD
LG