ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ​ນາງ Aung San Suu Kyi ຜູ້ນຳມຽນມາ ທຳການຢ້ຽມຢາມຈີນ


China Myanmar
please wait
Embed

No media source currently available

0:00 0:00:57 0:00

ໂຄງການສ້າງ​ເຂື່ອນຈີນ ທີ່​ຖືກ​ໂຈະ​ແລະ​ມີ​ເລື້ອງຜິດ​ຖຽງ​ກັນ ​ໃນ​ມຽນມານັ້ນ ຄາດ​ວ່າ ຈະ​ຄອບ​ງຳ​ ການ​ເຈລະຈາ​ຫາລື​ໃນ​ວັນ​ພະຫັດ​ມື້ນີ້ ລະຫວ່າງ​ຜູ້ນຳ​ທີ່​ແທ້ຈິງ​ຂອງ​ມຽນມາ ທ່ານ​ນາງ Aung San Suu Kyi ແລະ​ນາຍົກ​ລັດຖະມົນຕີ Li Keqiang ທີ່​ນະຄອນຫຼວງປັກ
ກິ່ງ.

​ການເດີນທາງ​ໄປ​ຢ້ຽມຢາມ​ນະຄອນຫຼວງຈີນ ຂອງທ່ານ​ນາງ​ Aung San Suu Kyi ​ແມ່ນ​ການ​ຢ້ຽມຢາມ​ທາງ​ການ​ທູດ​ທີ່​ສຳຄັນ ນັບ​ຕັ້ງ​ແຕ່​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ​ໄດ້​ຮັບ​ໄຊຊະນະ​ຢ່າງ​ຖ້ວມ​ລົ້ນ​ໃນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ເມື່ອ​ປີ​ກາຍ​ນີ້ ທີ່​ເຮັດ ​ໃຫ້ການ​ປົກຄອງ​ຂອງພວກ​ທະຫານ​ເປັນ​ເວລາ 5 ທົດ​ສະ​ວັດ​ສິ້ນສຸດ​ລົງ. ທ່ານນາງ Aung San Suu Kyi ທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເປັນ​ປະທານາ ທິບໍດີ ພາຍ​ໃຕ້​ລັດຖະທຳ​ມະນູນ​ທີ່​ລັດຖະບານ​ທະຫານ​ເປັນ​ຜູ້​ຮ່າງ​ຂຶ້ນມາ ​ແຕ່​ທ່ານ​ນາງ​ກໍໄດ້​ກຳ​ຕຳ​ແໜ່​ງທີ່​ສຳຄັນໆ​ຫລາຍໆ​ຕຳ​ແໜ່​ງ ຮວມທັງ​ທີ່ປຶກສາ​ລັດຖະບານ​ແລະ​ລັດຖະມົນຕີ ການ​ຕ່າງປະ​ເທດ.

ຈີນ​ແມ່ນ​ມີ​ຄວາມ​ກະຕືລືລົ້ນ ທີ່​ຈະ​ເລີ້ມຄືນ ໂຄງການສ້າງ​ເຂື່ອນ Myitsone ​ທີ່​ມີ​ມູນ​ຄ່າ 3 ພັນ 6 ຮ້ອຍ​ລ້ານ ຢູ່​ໃນ​ພາກ​ເໜືອ​ຂອງ​ມຽນມາ ​ໃນ​ແມ່​ນ້ຳ​ອີຣະວະ​ດີ. 90 ​ເປີ​ເຊັນຂອງ​ໄຟ
ຟ້າ​ທີ່​ຜະລິດຈາກ​ເຂື່ອນ​ຈະ​ສົ່ງ​ໄປ​ຈີນ. ​ແຕ່​ໂຄງການ​ດັ່ງກ່າວ​ໄດ້​ຖືກ​ສັ່ງໃຫ້​ໂຈະ​ໃນ​ປີ 2011 ພາຍ​ໃຕ້​ການ​ປົກຄອງ​ຂອງ​ລັດຖະບານ​ເຄິ່ງພົນລະ​ເຮືອນ​ທ່ານ​ເທ​ນ​ເຊ​ນ ຍ້ອນ​ມີ​ການ​ຄັດຄ້ານ ຢ່າງ​ແຂງ​ແຮງ. ພວກ​ຄັດຄ້ານ​ໄດ້​ອ້າງ​ເຖິງຜົນ​ກະທົບຕໍ່ສິ່ງ​ແວດ​ລ້ອມ ​ແລະ​ການ​ຂາດ​ກະ​ແສ ​ໄຟຟ້າ​ຢູ່​ໃນ​ມຽນມາ ​ເປັນ​ເຫດຜົນ​ທີ່​ພາ​ໃຫ້ໂຈະ​ໂຄງການ​ນີ້.

ລັດຖະບານ​ມຽນມາ​ໄດ້​ສ້າງຕັ້ງກຳມາ​ທິການ​ນຶ່ງ​ຂຶ້ນ​ເພື່ອ​ທົບ​ທວນ​ການ​ສ້າງ​ເຂື່ອນ Myitsone ​ແລະ​ໂຄງການ​ສ້າງ​ເຂື່ອນ​ໄຟຟ້າ​ພະລັງ​ນ້ຳ​ອື່ນໆ​ອີກ.

​ຍັງ​ເປັນ​ທີ່​ຄາດ​ກັນ​ວ່າ ທ່ານ​ນາງ Aung San Suu Kyi ຈະ​ຫາລື​ກ່ຽວ​ກັບ​ການ​ເຈລະຈາ ສັນຕິພາບ​ລະຫວ່າງ​ລັດຖະບານ​ຂອງ​ທ່ານ​ນາງ​ແລະ​ກຳລັງ​ກະບົດ​ຂອງ​ພວກ​ຊົນ​ກຸ່ມ​ນ້ອຍ​ຕ່າງໆ ທີ່ຢູ່​ໃນ​ບໍລິ​ເວນ​ຊາຍ​ແດນ​ມຽນມາ​ຕິດ​ກັບຈີນ.​ ການ​ສູ້​ລົບ​ກັນ​ໃນ​ເຂດ​ດັ່ງກ່າວ​ເຮັດ​ໃຫ້​ມີ​ອົບ​ພະຍົບຈຳນວນ​ນຶ່ງ​ເຂົ້າ​ໄປ​ໃນ​ຈີນ.

ທ່ານ​ນາງ​ມີ​ໝາຍ​ກຳນົດ​ຈະ​ພົບ​ປະ​ກັບ​ປະທານ​ປະ​ເທດ​ຈີນ ທ່ານ Xi Jingping ​ໃນ​ວັນ​ສຸກ​ມື້ອື່ນ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG