ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວມຸສລິມ ເລີ້ມຖືສິນອົດ ໃນເດືອນສັກສິດ ຣາມາດານ


ຮ້ານຂາຍເຄື່ອງແຫ່ງນຶ່ງ ທີ່ຂາຍໂຄມສຳລັບໃຊ້ໃນຍາມ ເດືອນອົດອາຫານຣາມາດານ ທີ່ນະຄອນຫຼວງໄຄໂຣ (27 ມິຖຸນາ 2014)
ຮ້ານຂາຍເຄື່ອງແຫ່ງນຶ່ງ ທີ່ຂາຍໂຄມສຳລັບໃຊ້ໃນຍາມ ເດືອນອົດອາຫານຣາມາດານ ທີ່ນະຄອນຫຼວງໄຄໂຣ (27 ມິຖຸນາ 2014)

ຊາວມຸສລິມ ຢູ່ໃນຫຼາຍໆເຂດຂອງໂລກ ເລີ້ມຖືສິນອົດ ໃນເດືອນ
ສັກສິດຣາມາດານໃນວັນເສົາມື້ນີ້. ພວກເຂົາເຈົ້າເຊື່ອວ່າ ນີ້ແມ່ນ
ເວລາທີ່ພະເຈົ້າໄດ້ເປີດເຜີຍພະຄຳພີກູຣ່ານຕໍ່ພະສາສະດາໂມຮຳ
ໝັດ.

ໃນລະຫວ່າງ ເດືອນຣາມາດານນີ້ ຊາວມຸສລິມ ຈະບໍ່ກິນອາຫານ
ແລະດື່ມນ້ຳ ໃນ ຕອນກາງເວັນ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ສົ່ງຄວາມ
ປາດຖະໜາດີ ໄປເຖິງປະຊາຄົມມຸສລິມ ທັງຢູ່ພາຍໃນແລະຕ່າງ
ປະເທດ. ທ່ານເວົ້າວ່າ ທ່ານຫວັງວ່າຈະໄດ້ຕ້ອນຮັບຊາວມຸສລິມອາເມຣິກັນ ເພື່ອໄປຮັບປະ ທານອາຫານແລງ iftar ຫລັງຈາກຕາເວັນຕົກດິນ ຢູ່ທີ່ທຳນຽບຂາວ.

ເດືອນຣາມາດານປີນີ້ ບັງເອີນມີຂຶ້ນພ້ອມໆກັນກັບການແຂ່ງຂັນເຕະບານໂລກ. ມີພວກ ນັກກິລາເຕະບານຫຼາຍສິບຄົນ ທີ່ເປັນຊາວມຸສລິມ ເຂົ້າຮ່ວມໃນການແຂ່ງຂັນ ທີ່ພວມປະ ເຊີນກັບບັນຫາທ້າທາຍ ໃນການໄດ້ກິນນ້ຳແລະອາຫານພຽງພໍກ່ອນຕາເວັນຂຶ້ນ ເພື່ອໃຫ້ ພວກເຂົາເຈົ້າລົງແຂ່ງຂັນໄດ້ໃນການເຕະບານທີ່ໃຊ້ກຳລັງຢ່າງຫຼວງຫຼາຍ ຢູ່ບຣາຊີລນັ້ນ.

ຫົວໜ້າການແພດຂອງອົງການຟີຟ່າກ່າວໃນຕົ້ນອາທິດນີ້ວ່າ ຖ້າພວກນັກກິລາຫາກປະຕິ ບັດຕາມຫຼັກການ ຂອງເດືອນຣາມາດານຢ່າງຖືກຕ້ອງແລ້ວ ກໍບໍ່ຄວນຈະມີການຫຼຸດຜ່ອນ ພະລະກຳລັງໃນການຫຼິ້ນຂອງພວກເຂົາເຈົ້າແຕ່ຢ່າງໃດເລີຍ.

ນອກນັ້ນ ຊາວມຸສລິມຍັງສາມາດຂໍອະນຸຍາດຍົກເວັ້ນ ຈາກການຖືສິນອົດໄປໃສ່ໂອກາດ ເວລາທີ່ເໝາະສົມ.

ພວກນັກກິລາມຸສລິມແມ່ນໄດ້ຮັບການຍົກເວັ້ນຈາກພວກຜູ້ນຳສາສະໜາສຳລັບການແຂ່ງ ຂັນກິລາໂອລິມປິກທີ່ລອນດອນໃນປີ 2012.

ການເລີ້ມຕົ້ນ ຂອງເດືອນສັກສິດຣາມາດານ ແມ່ນກຳນົດໂດຍ ການແນມເຫັນເດືອນຂຶ້ນ ຫຼືເດືອນວີກດ້ວຍຕາເປົ່າ. ຢູ່ໃນສະຫະລັດແລະໃນພາກໃຕ້ການາດາ ເດືອນສັກສິດຣາມາ ດານ ຈະເລີ້ມໃນວັນອາທິດທີ 29 ມິຖຸນາ.

XS
SM
MD
LG