ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວ ມຸສລິມ ສະຫຼອງ ວັນ ທີ່ມີຄວາມສຳຄັນ ທີ່ສຸດຂອງບຸນ Hajj


ພວກນັກສະແຫວງບຸນຊາວ ມຸນລິມ ສວດມົນຢູ່ເທິງພູຫີນ ອັນເປັນທີ່ຮູ້ຈັກກັນວ່າ ພູແຫ່ງຄວາມເມດຕາ ທີ່ທົ່ງພຽງ Arafat, ໃນລະຫວ່າງ ການສະຫຼອງບຸນ hajj ປະຈຳປີ, ກ່ອນຕາເວັນຂຶ້ນ ຢູ່ໃກ້ໆກັບເມືອງສັກສິດ ເມັກກະ, ຊາອູດີ ອາເຣເບຍ. 11 ກັນຍາ, 2016.
ພວກນັກສະແຫວງບຸນຊາວ ມຸນລິມ ສວດມົນຢູ່ເທິງພູຫີນ ອັນເປັນທີ່ຮູ້ຈັກກັນວ່າ ພູແຫ່ງຄວາມເມດຕາ ທີ່ທົ່ງພຽງ Arafat, ໃນລະຫວ່າງ ການສະຫຼອງບຸນ hajj ປະຈຳປີ, ກ່ອນຕາເວັນຂຶ້ນ ຢູ່ໃກ້ໆກັບເມືອງສັກສິດ ເມັກກະ, ຊາອູດີ ອາເຣເບຍ. 11 ກັນຍາ, 2016.

ຊາວມຸສລິມເກືອບ 2 ລ້ານຄົນ ຈາກທົ່ວໂລກ ໄດ້ໄປເຕົ້າໂຮມກັນຢູ່ ຊາອູດີ ອາເຣເບຍ ເພື່ອສະຫລອງບຸນ Hajj ປະຈຳປີເປັນເວລາ 5 ມື້.

ປີນີ້ ອີຣ່ານຄັດຄ້ານບໍ່ເຂົ້າຮ່ວມ ອ້າງວ່າ ຊາອູດີ ອາເຣເບຍ“ມີຄວາມບົກພ່ອງ” ແລະ ວ່າ ເຈົ້າໜ້າທີ່ຝ່າຍສາທາລະນະສຸກ ແລະ ຝ່າຍຮັກສາຄວາມປອດໄພ ກໍເຮັດວຽກບໍ່ໄດ້ດີ. ແທນທີ່ຈະໄປຮ່ວມບ່ອນດັ່ງກ່າວ ພວກ Shiites ອີຣ່ານ ໄດ້ພາກັນໄປຈັດພິທີຢູ່ເມືອງສັກ ສິດ ຄາກບາລາ ຂອງ ອີຣັກ ເປັນບ່ອນສະແຫວງບຸນນີ້ແທນ.

ໃນລະຫວ່າງການສະແຫວງບຸນປີກາຍນີ້ຊາວ ອີຣ່ານ ຫຼາຍຮ້ອຍຄົນກໍແມ່ນລວມຢູ່ໃນຈຳ ນວນພວກທີ່ແຫຽ້ກັນຕາຍຢ່າງໜ້ອຍ 2 ພັນຄົນ ຢູ່ໃນນະຄອນແມັກກາ.

ເທື່ອນີ້ບໍ່ແມ່ນເທື່ອທຳອິດທີ່ ອີຣ່ານ ປະທ້ວງບໍ່ເຂົ້າຮ່ວມບຸນ​ Hajj ແຕ່ເທື່ອນີ້ແມ່ນປະສົບ ກັບຄວາມເຄັ່ງຕຶງຢ່າງເປັນປະຫວັດການກັບຄູ່ປໍຣະປັກ ຊາອູດີ ອາເຣເບຍ ຍ້ອນຄວາມ ຂັດແຍ້ງກັນໃນ ຊີເຣຍ ແລະ ເຢເມນ ບ່ອນທີ່ນະຄອນຫຼວງ ເຕເຮຣານ ກັບນະຄອນຫຼວງ ຣິຢາດ ຕ່າງກໍສະໜັບສະໜູນຄົນລະຝ່າຍ.

ຊາອູດີ ອາເຣເບຍ ຕັດສາຍພົວພັນກັບ ອີຣ່ານ ເມື່ອເດືອນມັງກອນຜ່ານມາ ລຸນຫຼັງພວກ ປະທ້ວງຈູດເຜົາສະຖານທູດຊາອູດີ ອາເຣເບຍ ໃນ ເຕເຮຣ່ານ ຫຼັງຈາກ ຣິຢາດ ໄດ້ປະ ຫານຊີວິດນັກບວດ Shi’ite, Sheikh Nimr al-Nimr ທີ່ມີຊື່ສຽງຜູ້ນຶ່ງ.

ການສະແຫວງບຸນຄັ້ງນີ້ເປັນຫຼັກຊີ້ນຳໃຫຍ່ອັນນຶ່ງໃນຈຳນວນ 5 ເສົາຄໍ້າຊີ້ນຳຂອງສາສະ ໜາອິສລາມ ແລະ ຊາວມຸສລິມຜູ້ໃດສາມາດໃຊ້ຈ່າຍໄດ້ ຄວນໄປຮ່ວມບຸນ Hajj ໃຫ້ໄດ້ ຢ່າງໜ້ອຍຄັ້ງນຶ່ງໃນຊີວິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Saudi Hajj
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG