ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວມຸສລິມ ໄປເຕົ້າໂຮມກັນ ຢູ່ເມືອງ Mecca ເພື່ອນະມັດສະການ Hajj (ວີດີໂອ/ສະໄລດ໌)


ຊາວມຸສລິມ ຂະນະລໍຖ້າປະກອບ ພິທີນະມັດສະການ Hajj ທີ່ເມືອງ Mecca ປະເທດ Saudi Arabia.
ຊາວມຸສລິມ ຂະນະລໍຖ້າປະກອບ ພິທີນະມັດສະການ Hajj ທີ່ເມືອງ Mecca ປະເທດ Saudi Arabia.
ບັນດາ​ເຈົ້າໜ້າ​ທີ່​ໃນ Saudi Arabia ​ເວົ້າ​ວ່າ ພວກ​ນັກສະ​ແຫວ​ງບຸນ ຊາວ​ມຸສລິ​ມ ປະມານ​ສອງ​ລ້ານ​ຄົນ ​ໄດ້​ພາກັນໄປ​ນະມັດສະການ Hajj ຊຶ່ງ​ເປັນ​ການສະ​ແຫວ​ງບຸນ​ປະ​ຈໍາປີ​ ທີ່​ເມືອງ Mecca.

ພິທີ​ນະມັດ​ສະການ Hajj ​ແມ່ນ​ເປັນ​ພິທີ​ອັນ​ເກົ່າ​ແກ່​ແລະ​ສັກສິດ​ທີ່​ສຸດ​ຂອງ​ສາສະໜາ​ອິສລາມ ທີ່​ກໍານົດ​ໃຫ້​ຊາວ​ມຸສລິ​ມທັງຫຼາຍມີ​ຄວາມ​ສາມາດ ທັງ​ໃນ​ດ້ານກໍາລັງ​ກາຍ ​ແລະ​ກໍາລັງ​ຊັບ ​ເຂົ້າ​ຮ່ວມ​ຢ່າງ​ນ້ອຍ​ຄັ້ງ​ນຶ່ງ​ໃນ​ຊີວິດ. ​ເມືອງ Mecca ​ເປັນ​ສະຖານ​ທີ່ປະສູດ​ຂອງ​ພະ​ສາສະດາ Mohammed.

ຫຼັງຈາກ​ການ​ສວດ​ມົນ​ພາວະນາ​ໃນ​ຕອນ​ເຊົ້າ​ວັນ​ອາທິດ​ແລ້ວ ພວກ​ນັກສະ ​ແຫວ​ງບຸນ​ໄດ້​ພາກັນ​ເຄື່ອນ​ຍ້າຍ​ອອກ​ຈາກ​ເມືອງ Mecca ​ໄປ​ສູ່​ເຂດ​ຮ່ອມ​ພູ Mina ໂດຍ​ທາງ​ລົດ ທາງ​ລົດ​ໄຟ ​ແລະ​ຍ່າງ​ໄປ.


ພວກ​ເຂົາ​ເຈົ້າຈະ​ທໍາ​ການ​ສວດ​ມົນ ​ແລະ​ພັກຜ່ອນ​ຢູ່​ໃນ​ເມືອງ Mina ກ່ອນ ຈະ​ພາກັນ​ເຄຶ່ອນຍ້າຍໄປ​ຍັງ Mount Arafat ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້ ຊຶ່ງ​ເປັນບ່ອນ​ທີ່​ເວົ້າ​ກັນ​ວ່າ ​ພະ​ສາ​ສະ​ດາ​ Mohammed ຊົ​ງ​ໄດ້​ໃຫ້​ຄໍາ​ສັ່ງສອນ​ບັ້ນ​ສຸດ​ທ້າຍ​ຂອງພະ​ອົງຢູ່​ທີ່​ນັ້ນ.

​ທາງ​ການ Saudi ​ໄດ້​ສົ່ງ​ທະຫານ​ໄປ​ປະ​ຈໍາ​ການ​ຫຼາຍໝື່ນ​ຄົນ ​ເພື່ອຮັກສາ​ຄວາມ​ປອດ​ໄພ ​ໃຫ້​ແກ່​ພວກ​ສະ​ແຫວງ​ບຸນເຫຼົ່ານັ້ນ.

ເບິ່ງວີດີໂອ:

Muslim Hajj
please wait
Embed

No media source currently available

0:00 0:00:37 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG