ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ຊາວ​ມຸສລິ​ມ ຫຼາຍແສນຄົນ ລຸຫລັ່ງໄປສະ​ແຫວ​ງ Haj (ສະໄລດ໌ກັບວີດີໂອ)


ສະຖານທີ່ປະກອບພິທີທາງສາສະໜາອິສລາມ ທີ່ເມືອງ Mecca
ປະເທດ Saudi Arabia.
ສະຖານທີ່ປະກອບພິທີທາງສາສະໜາອິສລາມ ທີ່ເມືອງ Mecca ປະເທດ Saudi Arabia.
ພວກ​ສະ​ແຫວ​ງບຸນຫຼາຍ​ແສນ​ຄົນ ​ໄດ້​ເດີນທາງ​ໄປ​ເຖິງ Saudi Arabia ​ເພື່ອ​ປະກອບ​ພິທີ​ສະ​ແຫວ​ງບຸນ Haj ຊຶ່ງຫຼາຍໆ​ຄົນ​ກໍ​ຖື​ໂອກາດ​ໄປຢ້ຽມຢາມສະຖານທີ່​ສໍາຄັນ​ທາງ​ປະຫວັດ​ສາດ​ແຫ່ງ​ຕ່າງໆຂອງ​ສາສະໜາ​ອິສລາມ.

ບຸນ Haj ​ເປັນເທດສະການ​ ທີ່​ຊາວ​ມຸສລິ​ມທັງຫຼາຍ ພາກັນ​ລຸ​ຫລັ່ງ​ໄປສະ​ແຫວ​ງບຸນ​ປະ​ຈໍາ ປີ ຢູ່​ເມືອງ Mecca ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະປະກອບ​ພິທີ​ທາງ​ສາສະໜາ ທີ່​ ພະ​ສາ​ສະ​ດາ​ໂມ​ຮໍາມັດ ​ໄດ້ຊົງ​ສັ່ງສອນ​ ຕໍ່​ຜູ້​ເຊື່ອ​ຖື​ພະ​ອົງ​ເມື່ອ 14 ສັດຕະວັດ​ຜ່ານ​ມາ.

​ວັນ​ພຸດ​ວານ​ນີ້ ຊຶ່ງ​ເປັນ​ມື້​ທໍາອິດ​ຂອງ​ງານ​ບຸນ Haj ປະ​ຈໍາປີ​ນີ້ ​ການ​ຈະລາຈອນແມ່ນແອ​ອັດ ຢູ່ຖະໜົນ​ຈາກ​ເມືອງ Mecca ​ໄປ​ຈົນ​ເຖິງ​ເມືອງ Mina.

ເບິ່ງວີດີໂອ ກ່ຽວກັບການໄປສະແຫວງບຸນຂອງຊາວມຸສລິມ:
Pilgrims Pray as Haj Reaches Climax
please wait

No media source currently available

0:00 0:01:15 0:00
ລິງໂດຍກົງ


​ໃນ​ຂະນະດຽວ​ກັນ ພວກສະ​ແຫວ​ງບຸນຫຼາຍຄົນກໍພາກັນຂຶ້ນ​ໄປ​ຍັງ Mountain of Light ຫຼືພູ​ແຫ່ງ​ແສງ​ສະຫວ່າງ ​ເພື່ອມອງ​ລົງ​ມາຊົມ​ທິວ​ທັດຂອງ​ເມືອງ Mecca. ​ແມ່ນ​ຢູ່​ພູ​ໜ່ວຍ​ນີ້ ​ທີ່​ຊາວ​ມຸສລິ​ມທັງຫຼາຍ​ເຊື່ອ​ວ່າ​ພະ​ສາ​ສະ​ດາ​ໂມ​ຮໍາ​ມັດ ​ໄດ້​ຮັບຫຼັກຄໍາ​ພີ​ ເທື່ອທໍາ​ອິດ​ຈາກ​ພະ​ເຈົ້າ.

ການສະ​ແຫວ​ງບຸນດັ່ງກ່າວ​ນີ້ ​ແມ່ນ​ຕ້ອງ​ໄດ້​ກະທໍາ​ຄັ້ງ​ນຶ່ງ​ໃນ​ຊີວິດ ​ສໍາລັບ ຊາວ​ມຸສລິ​ມທຸກໆ​ຄົນ​ທີ່​ມີ​ຮ່າງກາຍ​ສົມບູນ.

ພິທີ​ບູຊາ ​ແມ່ນ​ເປັນຫຼັກທີ່​ຫ້າ​ຂອງ​ສາສະໜາ​ອິສລາມ ​ແລະ​ເປັນ​ພິທີການ​ທີ່​ສໍາຄັນ​ທີ່​ສຸດ​ຂອງ​ຄວາມ​ເຊື່ອ​ຖື​ແລະ​ເອກ​ກະພາບ​ຂອງ​ສາສະໜາ​ອິສລາມ.

ພວກ​ສະ​ແຫວ​ງບຸນຈະ​ພາກັນ​ປະຕິບັດ​ຕາມ​ຮູບ​ແບບພິທີ​ບູຊາ​ທີ່​ວາງ​ອອກໄວ້​ ໂດຍ​ພະ​ສາ​ສະ​ດາໂມ​ຮໍາ​ມັດ ​ແລະພິທີ​ຈະ​ສິ້ນ​ສຸດ​ລົງໃນ​ວັນ​ບຸນ ​ງານ​ລ້ຽງ​ເສຍ​ສະຫຼະ ຫລື Eid al-Adha ຊຶ່ງ​ເປັນ​ວັນພັກ​ຢູ່​ໃນທົ່ວ​ໂລກ​ອິສລາມ.

ບັນດາ​ເຈົ້າໜ້າ​ທີ່ Saudi ບອກ​ອົງການ​ຂ່າວຣອຍ​ເຕີ​ວ່າ ມາ​ຮອດ​ເວລານີ້​ ​ແມ່ນມີຮອດ 1 ລ້ານ 7 ​ແສນ​ຄົນ​ແລ້ວ ທີ່​ມາ​ຈາກ​ຕ່າງປະ​ເທດ ​ແລະ​ປະມານສອງ​ແສນ​ຄົນ ມາ​ຈາກ​ພາຍ​ໃນ Saudi Arabia ​ເອງ.

​ເມື່ອ​ປີຜ່ານມາ ພວກ​ສະ​ແຫວ​ງບຸນ​ເກືອບ​ສາມ​ລ້ານ​ຄົນ ​ໄດ້​ປະກອບ​ພິທີ Haj ຊຶ່ງ​ໃນ​ນັ້ນ ປະມານ ນຶ່ງ​ສ່ວນ​ສາມ ​ແມ່ນພວກສະ​ແຫວ​ງບຸນ​ທີ່​ມາ​ຈາກ​ພາຍ​ໃນ Saudi Arabia ​ເອງ.


XS
SM
MD
LG