ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວມຸສລິມ ຖາມວ່າ ປ. ທຣຳ ຈະປະນາມ ການຕໍ່ຕ້ານ ຊາວມຸສລິມ ຫລືບໍ່?


ປະທານາທິບໍດີສະຫະລັດ ທ່ານ Donald Trump ຕິດຕາມດ້ວຍ ຮອງປະທານາທິບໍດີ Mike Pence ທີ່ທຳນຽບຂາວ.
ປະທານາທິບໍດີສະຫະລັດ ທ່ານ Donald Trump ຕິດຕາມດ້ວຍ ຮອງປະທານາທິບໍດີ Mike Pence ທີ່ທຳນຽບຂາວ.

ປະທານາທິບໍດີສະຫະລັດທ່ານ Donald Trump ​ໃນອາທິດ​ນີ້​ໄດ້​ປະນາມ​ຢ່າງ​ ​ເປັນ​
ການ​ເປີດເຜີຍ ​ໃນ​ການຕໍ່ຕ້ານ​ຊາວ​ຢີວ ​ແລະ​ເຫດ​ການ​ຕໍ່ຕ້ານ​ຊາ​ວຢີວ​ເພີ້ມທະວີ​ຂຶ້ນ
ຫວ່າ​ງມໍ່ໆ​ມານີ້ທີ່​ໄດ້​ມີ​ການລາຍ​ງານ ​ນັບ​ແຕ່​ທ່ານ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່​ງ. ບັດ​ນີ້ບັນຫາ
ທີ່ຮີບ​ດ່ວນ​ສຳລັບ​ທ່ານ ​ກໍ​ຄື​ດຳ​ເນີນ​ການ​ເຊັ່ນ​ດຽວ​ກັນ ​ໃນ​ການ​ຕໍ່ ຕ້ານຊາວ​ມຸສລິ​ມ.

ພວກພະນັກງານ ພາກັນຕັ້ງຫົວຫີນຂຶ້ນຄືນໃໝ່ ທີສຸສານ Chesed Shel Emeth.
ພວກພະນັກງານ ພາກັນຕັ້ງຫົວຫີນຂຶ້ນຄືນໃໝ່ ທີສຸສານ Chesed Shel Emeth.

​ໃນການ​ຖະ​ແຫຼງ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມານີ້ ປະທານາທິບໍດີ​ Trump ຮ້ອງ​ການກະ
ທຳ​ຕໍ່ຕ້ານ​ຊາວ​ຢີວວ່າ “ເປັນໜ້າຢ້ານ” ແລະ “ເຈັບແສບ” ແລະປະນາມ “ພວກ​ທີ່​ມີ​
ຄວາມ​ເຫັນ​ຂັດ​ແຍ້​ງກັບ​ຕົນ ການ​ບໍ່​ໂຍະຍານ​ຜ່ອນຜັນແລະຄວາມກຽດ ຊັງໃນທຸກໆ
ຮູບແບບ.”

ທ່ານ Ibrahim Hooper, ຫົວໜ້າສື່ສານແກ່ ສະພາສຳພັນອາເມຣິກັນ-ອິສລາມ ມີຄວາມເປັນຫ່ວງກ່ຽວກັບ ການເລືອກເອົາ ທີ່ປຶກສາ ປະທານາທິບໍດີທຣໍາ ຫລາຍໆຄົນ.
ທ່ານ Ibrahim Hooper, ຫົວໜ້າສື່ສານແກ່ ສະພາສຳພັນອາເມຣິກັນ-ອິສລາມ ມີຄວາມເປັນຫ່ວງກ່ຽວກັບ ການເລືອກເອົາ ທີ່ປຶກສາ ປະທານາທິບໍດີທຣໍາ ຫລາຍໆຄົນ.

ຄຳຖະແຫລງດັ່ງກ່າວ ມີ​ຂຶ້ນຫລັງຈາກ​ໄດ້​ມີ​ການ​ຕ້ອງ​ຕິວ່າ ທ່ານບໍ່​ໄດ້​ປະນາມ​ຢ່າງ​
ແຂງ​ຂັນ​ພໍ ຕໍ່ການຂົ່ມຂູ່ທີ່​ຈະວາງລະເບີດຕໍ່ບັນດາສູນກາງປະຊາຄົມຊາວ ຢີວຢູ່ທົ່ວ
ປະເທດ ແລະທຳລາຍສຸສານຊາວຢີວໃນນະຄອນ St. Louis.

ທີ່ປຶກສາທຳນຽບຂາວ ທ່ານ Steve Bannon.
ທີ່ປຶກສາທຳນຽບຂາວ ທ່ານ Steve Bannon.

ຮອງປະທານາທິບໍດີ Mike Pence ໄດ້​ໄປຢ້ຽມຢາມສຸສານດັ່ງກ່າວ ໃນວັນພຸດທີ່
ຜ່ານມາ ​ໂດ​ຍເຂົ້າຮ່ວມ​ການມ້ຽນມັດທຳຄວາມສະອາດແລະ​ໄດ້​ສະທ້ອນ ​ໃຫ້​ເຫັນ
​ເຖິງ​ການປະນາມຂອງປະທານາທິບໍດີ Trump. ທ່ານ Pence ກ່າວ ວ່າບໍ່ມີບ່ອນ
ໃດ “ໃນສະຫະລັດ ທີ່ມີຄວາມກຽດຊັງ ຫລືການ​ກະທຳ​ທີ່​ເປັນ​ການ ຈຳ​ແນ​ກຜິວ​ພັນ ຫລືຄວາມຮຸນແຮງ ຫລືການ​ຕໍ່ຕ້ານຊາວຢິວ.”

Muslim-Americans Ask President Trump to Address Their Concerns
please wait

No media source currently available

0:00 0:01:59 0:00

ຊາວມຸສລິມອາເມຣິກັນຫລາຍຄົນ ​ເວລານີ້ພາກັນມີຄວາມຫວັງວ່າ ທຳນຽບຂາວ ຈະເອົາບາດກ້າວທີ່ຄ້າຍຄືກັນ ເພື່ອ​ແກ້​ໄຂຄວາມເປັນຫ່ວງກ່ຽວກັບການ​ເພີ້ມທະ
ວີ​ຂຶ້ນ ຂອງລະດັບອຸປະຕິເຫດຕໍ່ຕ້ານຊາວຢິວຢູ່​ໃນທົ່ວປະເທດ.ແຕ່​ພວກ​ເຂົາ​ເຈົ້າ
ກໍ​ບໍ່​ຄ່ອຍ​ມີ​ຄວາມ​ຫວັງ​ໄປ​ໃນ​ທາງ​ທີ່​ດີ​ປານ​ໃດ.

ສະມາຊິກສະພາສູງ ທ່ານ Ted Cruz, ພັກຣີພັບບລິກັນ ຈາກລັດ Texas.
ສະມາຊິກສະພາສູງ ທ່ານ Ted Cruz, ພັກຣີພັບບລິກັນ ຈາກລັດ Texas.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Muslim-Americans Ask President Trump to Address Their Concerns
please wait

No media source currently available

0:00 0:01:59 0:00

XS
SM
MD
LG