ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວມຸສລິມ ຫລາຍລ້ານຄົນ ຈາກທົ່ວໂລກ ຮ່ວມສະຫລອງບຸນ Hajj (ວີດີໂອ/ສະໄລດ໌)


Hajj Begins Amid Worries About Health and Regional Turmoil
please wait

No media source currently available

0:00 0:01:56 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ຊາວ​ມຸສລິ​ມຫລາຍ​ລ້ານ​ຄົນຈາກ​ທົ່ວ​ໂລກ ​ໄດ້​ພາກັນສູດ​ມົນ​ພາ
ວັນນາ ຢູ່​ທີ່ Mount Arafat ​ໃນປະ​ເທດ ຊາ​ອຸ​ດີ ອາເຣ​ເບຍ ຊຶ່ງ
ເປັນ​ການ​ເລີ້ມ​ຕົ້ນ ການສະ​ແຫວ​ງບຸນ​ປະ​ຈໍາປີ ທີ່​ເມືອງ Mecca.

ພວ​ກ​ເຈົ້າ​ໜ້າ​ທີ່ ​ໃນ ຊາ​ອຸ​ດີ ອາເຣ​ເບຍ ກ່າວ​ວ່າ ຊາວ​ມຸສລິ​ມ
ປະມານສອງ​ລ້ານ​ຄົນ ​ໄດ້ເດີນ​ທາງ​ໄປ​ຮ່ວມການສະ​ແຫວ​ງບຸນ
Hajj ຊຶ່ງ​ເປັນ​ການ​ເຕົ້າ​ໂຮມ​ທາງ​ສາສະໜາ​ໃຫຍ່ທີ່​ສຸດ​ໃນ​ໂລກ.

​ໃນ​ວັນ​ອາທິດຜ່ານ​ມາ ພວກ​ສະ​ແຫວ​ງບຸນ​ໄດ້​ພາກັນ​ເດີນທາງ​
ອອກ​ຈາກ Mecca ​ບ່ອນ​ເກີດ​ຂອງພະ​ສາສະ​ດາ Mohammed
​ແລ້ວ​ເດີນທາງ​ໄປ​ສູ່ Mount Arafat ບ່ອນ​ທີ່​ກ່າວ​ກັນ​ວ່າ ພະ​ສາ
ສະ​ດາ Mohammed ​ໄດ້​ສະ​ແດງເທດ​ສະໜາ​ເທື່ອ​ສຸດ​ທ້າຍ.

ການສູດ​ມົນ​ພາ​ວັນນາ ​ຢູ່​ເທິງແລະ​ຢູ່​ອ້ອມ​ແອ້ມ ພູ Arafat ນັ້ນ
ແມ່ນ​ຖື​ວ່າເປັນລະຍະທາງ​ດ້ານ​ຈິດ​ໃຈ​ທີ່​ສໍາຄັນ​ທີ່​ສຸດຂອງການ
ສະ​ແຫວ​ງບຸນ Hajj. ​ໃນ​ວັນ​ອັງຄານ​ມື້​ນີ້ ພວກ​ສະ​ແຫວ​ງບຸນ​
ເລີ້ມ ​ພາກັນ​ປະກອບ​ພິທີ​ສັນ​ຍາ​ລັກ ຂອງ​ການ​ແກວ່ງ​ກ້ອນ​ຫີນ​
ໄລ່​ຜີ​ຢູ່​ໃນ​ເມືອງ Mina.


ບຸນ Hajj ​ເປັນ​ບຸນ​ທີ່​ເກົ່າ​ແກ່ ​ແລະເປັນ​ພິທີທີ່ສັກສິດ​ທີ່​ສຸດຂອງ ສາສະໜາ​ອິສລາມ ທີ່
ບັງຄັບ​ໃຫ້ຊາວ​ມຸສລິ​ມທຸກ​ຄົນ​ທີ່​ມີສຸຂະພາບ​ແຂງແຮ​ງ ແລະ​ຄວາມ​ສາມາດທາງ​ດ້ານ
ການ​ເງິນ ​ເຂົ້າປະກອບສ່ວນ.

ຈໍານວນ​ພວກ​ໄປ​ສະ​ແຫວ​ງ​ບຸນ Hajj ປີ​ນີ້​ ໄດ້ຫລຸດ​ລົງ​ມາຢ່າງ​ຫລວງຫລາຍ ​ຈາກປີ​ກາຍ​
ນີ້ ​ໃນ​ຂະນະ​ທີ່ບັນດາ​ເຈົ້າ​ໜ້າ​ທີ່ ຊາອຸ​ດີ ອາ​ເຣ​ເບຍ ຕັດການອອກ​ວິຊ່າລົງ ​ເພາະ​ຢ້ານ​
ພະຍາດ​ໄວຣັສ MERS ທີ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດກ່ວາ 50 ຄົນ​ຢູ່​ໃນຊາ​ອຸ​ດີ ອາເຣເບຍ ​
ໃນ​ຮອບປີ​ຜ່ານ​ມາ​ນີ້

Muslims Gather in Mecca for Hajj
please wait

No media source currently available

0:00 0:01:00 0:00
ລິງໂດຍກົງ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG