ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກສາສະໜາອິສລາມ ຂອງອີຈິບ ຈະທ້າທາຍ ຕໍ່ການເຄື່ອນໄຫວ ຂອງ​ພວກທະຫານ (ວີດີໂອ)


ຊາວ​ອິຈິບຖົກ​ຖຽງ​ກັນ​ໃນ​ຂະນະ​ທີ່​ທໍາ​ການ​ປະ​ທ້ວງ ຕໍ່ໜ້າ​ລັດຖະສະ​ພາ ທີ່ Cairo, Egypt
ຊາວ​ອິຈິບຖົກ​ຖຽງ​ກັນ​ໃນ​ຂະນະ​ທີ່​ທໍາ​ການ​ປະ​ທ້ວງ ຕໍ່ໜ້າ​ລັດຖະສະ​ພາ ທີ່ Cairo, Egypt

ພັກພະລາດອນພາບ​ມຸສລິ​ມຂອງອີຈິບ ​ໄດ້​ປະຕິຍານ​ວ່າ ຈະທ້າ​ທາຍ​ຕໍ່ການ​ເຄື່ອນ​ໄຫວ​ ຂອງພວກ​ທະຫານ​ເມື່ອ​ໄວໆ​ມານີ້ ທີ່​ຈະເສີມ​ຂະຫຍາຍ​ອຳນາດຂອງ​ຕົນ ຂະນະ​ທີ່​ບັນດາ​ນາຍ​ພົນທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ເວລາ​ນີ້ ບໍ່​ໄດ້​ໃຫ້​ຄວາມ​ສຳ ຄັນ​ກ່ຽວ​ກັບ​ຄວາມ​ຢ້ານ​ກົວ ຕໍ່​ການພະຍາຍາມກໍ່​ລັດຖະປະຫານ​ຂຶ້ນ​ນັ້ນ.

ພັກພະລາດອນພາບມຸສລິ​ມ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ປະ​ທ້ວງ​ໃນ​ທົ່ວ​ປະ​ເທດ​ໃນ​ວັນອັງຄານ​ມື້ນີ້ ​ຕໍ່ຕ້ານການ​ປະກາດ​ຂອງພວກທະຫານ ທີ່​ມອບ​ການ​ອອກ​ຄຳເຫັນ​ຂັ້ນສຸດ​ທ້າຍ​ໃຫ້​ແກ່​ພວກ​ທະຫານ​ແລະ​ສານ​ກ່ຽວ​ກັບ​ສ່ວນ​ໃຫຍ່​ຂອງ​ນະ​ໂຍບາຍ​ພາຍ​ໃນ​ປະ​ເທດນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ​ຂັ້ນຕອນ​ການ​ຮ່າງ​ລັດ ຖະທຳ​ມະນູນ. ຂະ​ບວນການ​ຊາວ​ໜຸ່ມວັນ​ທີ 6 ​ເມສາ ​ແລະສະຫະພັນ​ກຳມະບານຫຼາຍ​ແຫ່ງ ​ກໍໄດ້ຮຽກຮ້ອງ​ໃຫ້​ມີການ​ໂຮ​ມຊຸມນຸມ​ຄັ້ງໃຫຍ່ຄັດຄ້ານ​ຕໍ່​ການ​ຍາດແຍ່ງເອົາ​ອຳນາດ​ຂອງ​ພວກ​ທະຫານ​ເມື່ອ​ໝໍ່ໆມາ​ນີ້. ການ​ກະທໍາ​ດັ່ງກ່າວມີ​ຂຶ້ນ​ຫຼັງ​ຈາກ​ພັກພະລາດອນພາບ​ມຸສລິ​ມ​ໄດ້​ຖືກ​ປະ​ກາດ​ໃຫ້​ເປັນ​ຜູ້​ໄດ້​ຮັບໄຊຊະນະ​ການ​ເລືອກ​ຕັ້ງປະທານາທິບໍດີແບບເສລີ​ເທື່ອ​ທຳ​ອິດຂອງ​ປະ​ເທດ.

ສະພາ​ປົກຄອງ​ສູງ​ສຸດ​ຂອງ​ກອງທັບ​ໄດ້ປະ​ກາດໃນ​ວັນ​ຈັນ​ວານ​ນີ້ວ່າຈະປະຕິບັດ ຕາມ​ຄຳ​ໝັ້ນສັນຍາ​ທີ່​ຕົນ​ໄດ້​ໃຫ້​ໄວ້ ທີ່​ຈະ​ມອບ​ໂອນ​ອໍາ​ນາດ​ໃຫ້​ແກ່​ປະທານາທິບໍ ດີ​ທີ່​ຫາ​ກໍ​ຖືກ​ເລືອກ​ໃໝ່​ນັ້ນ ​ໃນ​ທ້າຍ​ເດືອນ​ນີ້. ການ​ປະກາດ​ດັ່ງກ່າວ​ມີ​ຂຶ້ນ 1 ມື້ ຫຼັງ​ຈາກ​ສະພາ​ປົກຄອງ​ທະຫານ ໄດ້​ປະກາດ​ກ່ຽວ​ກັບລັດຖະທໍາ​ມະນູນ​ຊົ່ວຄາວ​ສະບັບ​ໃໝ່ ​ຊຶ່ງ​ເຮັດ​ໃຫ້ອໍານາດຂອງ​ຜູ້​ທີ​ຊຶ່ງ​ຫາ​ກໍ​ໄດ້​ຮັບ​ໄຊຊະນະ​ໃນການ​ເລືອກ​ຕັ້ງ​ຫຼຸດໜ້ອຍ​ລົງ.

​ໃນ​ນະຄອນຫຼວງວໍ​ຊິງ​ຕັນ ທັງ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ທໍານຽບ 5 ​ແຈ ທີ່ ​ເປັນ​ຜູ້​ກຳກັບ​ນຳ​ການ​ພົວພັນ​ທາງ​ທະຫານ​ ລະຫວ່າງ​ສອງປະ​ເທດນັ້ນ ກໍໄດ້​ສະ ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ຂອງ​ການເຄື່ອນ​ໄຫວ​ວ່າງ​ໝໍ່ໆ​ນີ້.

ໂຄສົກ​ຂອງກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Victoria Nuland ​ໄດ້​ກ່າວ​ວ່າ ສະຫະລັດຈະ​ຖື​ວ່າທາງສະພາ​ປົກຄອງ​ທະຫານ​ຍຶດໝັ້ນ​ຕໍ່​ຄໍາ​ສັນຍາ​ຂອງ​ຕົນ ​ກ່ຽວ​ກັບຂັ້ນ​ຕອນ​ການ​ຮ່າງ​ລັດ​ຖະທໍາ​ມະນູນທີ່​ມີຫຼາຍພັກ​ຝ່າຍເຂົ້າຮ່ວມ, ການເຂົ້າຮັບ​ໜ້າ​ທີ່​ໃນ​ເວລາ​ອັນ​ສົມຄວນ​ຂອງສະພາ​ທີ່​ຫາ​ກໍ​ຖືກ​ເລືອກ​ໃໝ່​ ​ແລະ​ການໂອນ​ອໍານາດຢ່າງ​ວ່ອງ​ໄວ​ແລະ​ຖາວອນ​ໃຫ້​ແກ່​ລັດຖະບານ​ພົນລະ​ເຮືອນ​ນັ້ນ.

XS
SM
MD
LG