ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແສງ​ດາວວີ ​ແລະ​ພູມິ​ນ ອິນ​ສອນ - ບ່າວ​ເມືອງ​ຫຼວງ ສາວ​ຈຳປາ


ແສງ​ດາວວີ ​ແລະ​ພູມິ​ນ ອິນ​ສອນ
ແສງ​ດາວວີ ​ແລະ​ພູມິ​ນ ອິນ​ສອນ

ສະບາຍດີ​ ພໍ​ຮອດ​ວັນ​ອາທິດ​ຍາມ​ໃດ ວັນນະ​ສອນ​ດີ​ໃຈ​ເປັນ​ພິ​ເສດ​ ​ເພາະ​ໄດມາ​ຈັດ​ເພງ​
ໃຫ​ທານ​ຜູ​ຟັງ​ໄດ​ຮັບ​ຟັງ​ກັນ. Email ສະບັບຕ​ໄປນມາ​ໄກ​ຈາກຜູ້​ຟັງ ຍາ​ລູງ ທີ່​ໃຊ້​ນາມ
​ແຝງ​ວ່າ sousanok77 ໄວ 76 ທີ່​ຂຽນ​ເຂົ້າ​ມາ​ຕ້ອງ​ຕໍ​ເປັນ​ການ​ໃຫມ່ ຂໍ​ຊົມ​ເຊີຍນັກ​ຂ່າວ​ສຽງອາ​ເມຣິການ​ທຸກ​ຄົນ​ວ່າ​ຊັ້ນ ບໍ່​ເກີ້​ເຂີນ ​ແລະ​ວ່ອງ​ໄວ ​ແລະ​ໄດ້​ຮຽນ​ຮູ້​ທັງ​ສັບ​ພາສາ​ທີ່​
ຖືກຕ້ອງ​ ພ້ອມ​ທັງ​ສັບ​ໃໝ່ ນຳ​ອີກ​ ທາງ​ເຮົາ​ຈຶ່ງຂໍ​ຂອບ​ໃຈທີ່​ຍາລູງ ​ທີ່ກະລຸນາ​ຂຽນ​ມາບ​ອກ
ຈຶ່ງ​ຂໍ​ມອບ​ເພງ​ມ່ວນໆ​ນີ້​ໃຫ້​ຍາ​ລຸງ ​ໄດ້​ຮັບ​ຟັງ ​ແທນ​ຄຳ​ຂອບ​ໃຈ​ໃນ​ບົດ​ເພງ “ຈຳປາ
ເມືອງລາວ”
ຂອງ ເອອຍ ທອງລວນ​ ຊງເປັນຜູນງທເປັນຕົວຕງຕົວຕີ ຊອຍເຫຼືອສັງຄົມ
ລາວ-ອາເມຣິກາໃນເຂດ Elgin, IL ຂໍເຊີນໄປຟັງຮວມກັນເລີຍ.

ເພງ: ຈຳປາເມືອງລາວ ໂດຍ ຄຳລວນ​

ສ່ວນ​ເພງ​ຄູ່ ​ແບບ​ປະຍຸກ​ ທີ່​ປະສົມ​ປະສານ ທັງ​ຂັບ​ທຸ້ມຫຼວງ​ພະ​ບາງ ​ແລະ​ລຳສີ​ພັນ​ດອນ​ພາກ​ໃຕ້​ຂອງ​ລາວ ທີ່​ຂັບ​ຮ້ອງ​ໂດຍແສງ​ດາວວີ ​ແລະ​ພູມິ​ນ ອິນ​ສອນ ໃນ​ບົດ​ເພງ ບ່າວ​ເມືອງ​ຫຼວງ ສາວ​ຈຳປາ ນີ້ ຂໍ​ຈັດ​ໃຫ້​ຜູ້​ຟັງ​ທີ່​ຂຽນ​ເຂົ້າ​ມາ​ທາງ​ອິນເຕີ​ແນ໊ຕ ຕອນ​ທີ່​ພວກ​
ເຮົາ​ອອກ​ອາກາດ​ສົດ​ທາງ Facebook – Live ອັນ​ມີ​ທັງ ຈັນທະ​ວົງ ສີ​ຫາ​ພັນ ທີ່​ຍ້ອງ​ມາ​ວ່າ ​ໂຄສົກ​ຍິງ​ງາມ​ຫຼາຍ​ວ່າ​ຊັ້ນ ສ່ວນ ດາລາ​ພອນ ກັບ​ບອກ​ມາ​ວ່າ ໂຄສົກ​ຊາຍສຽງ​ມ່ວນ​ຫຼາຍ...​ເອົາ ຂໍ​ມອບ​ເພງ​ມ່ວນ​ໆນີ້​ໃຫ້​ຟັງ ​ແລະ​ກໍ​ຂໍ​ໃຫ້​ຕິດຕາມ​ພວກ​ເຮົາຢູ່​ຕໍ່​ໄປ.

ສ່ວນ ອານົນ ກອງ​ແກ້ວ ຜູ້​ຟັງ​ຂຽນ​ເຂົ້າ​ມາ​ສົ່ງ​ຂ່າວ​ບອກ​ໃຫ້ ພີ່ນ້ອງ​ທີ່​ເປັນ​ຍາດ​ຜູ້ໃຫຍ່ ຊື່ຊຽງ​ສອນ ສອນ​ໄຊ ຈາກບ້ານ​ນາ​ກາງ ​ເມືອງ​ປາກ​ລາຍ ​ແຂວງ​ໄຊ​ຍະ​ບຸລີ ວ່າ ​ໃຫ້​ເມືອ​ຢາມ​ບ້ານ​ແດ່​ວ່າ​ຊັ້ນ ພີ່ນ້ອງ​ຄິດ​ຮອດ. ວັນນະ​ສອນ ​ຈຶ່ງຂໍ​ມອບ​ເພງຄູ່ ຂັບ​ຮ້ອງ​ໂດຍ​ສອງ​ສິນລະປິນ ຄຸນ​ນະພາ​ບ ແສງ​ດາວວີ ​ແລະ​ພູມິ​ນ ອິນ​ສອນ ນີ້​ໃຫ້​ຟັງ​ທີ່​ມີ​ເນື້ອ​ໄນ ດັ່ງ​ຊື່​
ຂອງ​ເພງ​ນີ້ພໍດີ ຢ່າ​ລືມ​ກັນ​ເດີ.

XS
SM
MD
LG