ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອຳນາດ ຣາຊສັກ ຫຼື ລັ່ງ - ຄອຍ


ອຳນາດ ຣາຊສັກ ຫຼື ລັ່ງ
ອຳນາດ ຣາຊສັກ ຫຼື ລັ່ງ

ສະບາຍດີ ສໍາລັບ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​ໃນ​ຄໍ່າ​ຄືນ​ວັນ​ອາທິດ​ຕົ້ນເດືອນ​ກັນຍາ​ນີ້ ຊຶ່ງ​ວັນ​ຈັນ​ມື້​ອື່ນ​ເປັນ​ວັນ​ທີ່​ກົງກັບ​ວັນ​ແຮງ​ງານຂອງ​ສະຫະລັດ ​ແລະ​ກາ​ນາ​ດາ ວັນນະ​ສອນ ​ຈຶ່ງ​ຂໍ​ນໍາ​ສະ​ເໜີ​ເພງ​ທີ່​ສະ​ແດງ​ອອກ​ເຖິງ​ຄວາມ​ບາກ​ບັ່ນ​ ອົດທົນ​ຂອງເຫື່ອທຸກ​ຢົດເຮື່ອ​ແລະ​ແຮງ​ງານ​ຂອງ​ທຸກໆ​ໜ້າ​ທີ່​ການ​ງານ ​ແລະ​ເພງ​ທໍາ​ອິດ​ນີ້ ​ເປັນ​ເພ​ງທີ່​ໂດ່ງດັງ “Holiday” ທີ່ Madonna ​ໄດ້ຂັບ​ຮ້ອງ​ໄວ້ ວັນນະ​ສອນ​ ກໍ​ເລີຍ​ຂໍ​ຈັດ​ເພງ​ນີ້​ພິ​ເສດ​ເພື່ອ​ສະຫຼອງ​ວັນ​ພັກ-ວັນ​ເ​ເຮ​ງງານໃນ​ສັບປະດາ​ນີ້ ​ໃຫ້ມ່ວນ​ຊື່ນ​ກັນ ​ແລະ​ແຮ​ບປີ​ກັນ ​ທຸກ​ຜູ້​ທຸກ​ຄົນ​ເລີຍ. ຂໍ​ມອບ​ເພງ​ນີ້​ເພື່ອ​ເປັນ​ກຳລັງ​ໃຈ​ໃຫ້​ທຸກ​ໆທ່ານ ​ໃນ​ທຸກໆພາລະກິດ.

​ສ່ວນ​ເພງ​ທີ່​ສອງ​ນີ້ ​ຂໍ​ເປັນເພງ​ລາວອະມະຕະ ທີ່ໂດ່ງດັງໃນອະດີດ ທີ່ໄດ້ນຳຂຶ້ນມາ
ຈັດທຳໃໝ່ ໃນທຳນອງ acoustic ທີ່ຟັງເຢັນໆໆ ສະບາຍໆໃນວັນອາທິດ ທ້າຍສັບ
ປະດານີ້ ເປັນຜົນງານເພງທີ່ທຸກຄົນຄຸ້ນຫູ ແລະຂໍແນະນຳສິລະປິນລາວໃນຕ່າງແດນ
ອຳນາດ ຣາຊສັກ ຫຼື ລັ່ງ ຈາກລັດ Oregon ຜູ້ຊຶ່ງໄດ້ນຳເພງລາວອະມະຕະມາຈັດ
ທຳໃໝ່ ໃສ່ທຳນອງດົນຕີທີ່ແປກໃໝ່ ໃຫ້ໜ້າຟັງ ແລະມ່ວນໃຈ...ຂໍສັນລະເສີນແລະເປັນ ກຳລັງໃຈ ໃຫ້ ລັ່ງ ແລະໃຫ້ພາກພຽນພະຍາຍາມສ້າງຜົນງານເພງ ມີຄຸນນະພາບໃຫ້
ຊາວລາວໃນທົ່ວໂລກ ໄດ້ຮັບຟັງກັນອີກ. ຂໍເຊີນໄປຟັງເພງ ຄອຍ ພ້ອມໆກັນເລີຍ.

ຂໍ​ປິດ​ທ້າຍ​ລາຍການ​ດ້ວຍ​ເພງ​ນີ້ ​ດ້ວຍເພງຂອງ ລັ່ງ ອີກຕື່ມເພງນຶ່ງ ຈະໄດ້ຟັງໃຫ້ໜ່ຳໃຈ ໄປເລີຍ... ​ເພງຕໍ່ໄປນີ້ ຄົງຈະຖືກຕາຕ້ອງໃຈທ່ານຜູ້ຟັງ ທີ່ມີຄຸນນະສົມບັດ ແບບດຽວກັນ ກັບຊື່ຂອງເພງນີ້ ຊາຍໃຈຊື່ ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ ນອນ​ຫລັບ​ຝັນ​ຫວານ.

XS
SM
MD
LG