ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸຫຼາບ​ແດງ​ແຫ່ງ​ຄວາມ​ຫຼັງ​ ຜົນງານເພງຂອງ ສິລິ​ພອນ ສີ​ປະ​ເສດ ​ແລະ​ ນ້ອງ​ແທນ


ສິລິ​ພອນ ສີ​ປະ​ເສດ
ສິລິ​ພອນ ສີ​ປະ​ເສດ

ສະບາຍ​ດີທຸກໆ​ທ່ານ​ ​ເພ​ງທໍາ​ອິດ​ທີ່​ຈະ​ຫຼິ້ນ​ໃຫ້​ຟັງ​ຕໍ່​ໄປ​ນີ້ ວັນນະ​ສອນ​ຂໍ​ສະ​ເໜີ​ຜົນງານ​ເພງ​ ໃໝ່​ຂອງ​ສອງສາວ​ນ້ອຍ​ສຽງຫວານ ສຽງ​ໃສ ຈາກ​ຄ້າຍ​ເພງ ຢູ​ນາ ສິລິ​ພອນ ສີ​ປະ​ເສດ ​
ແລະ​ ນ້ອງ​ແທນ ​ທີ່ກໍາລັງ​ເປັນ​ທີ່ໂດ່​ງດັງ​ຢູ່​ໃນສປປ ລາວ ​ທຳນອງ​ເພງ ຄຸ້ນ​ຫູ​ແດ່ ​ເພາະ​ອາດ​ຈະມາຈາກ​ເພງ ກຸຫຼາບ​ແດງ​ 999 ດອກ ​ສ່ວນ ​ເພງ ກຸຫຼາບ​ແດງ​ແຫ່ງ​ຄວາມ​ຫຼັງ​ ນີ້ແມ່ນ​ການ​ປະສົມ​ປະສານ​ລະຫວ່າງ​ເພງ​ລູກ​ທົ່ງ​ແລະ​ລຳ​ລາວ...ຟັງ​ແລ້ວ​ໜ້າ​ຮັກ ມ່ວນ​ຊື່ນ​ກັບ​ນ້ຳ​ສຽງ​ໃສໆ ຂອງ​ສາວ​ນ້ອຍ​ທັງ​ສອງແລະ​ກໍ​ຂໍ​ຝາກ​ຜົນງານ​ເພງ​ຂອງ​ສາວ​ນ້ອຍ​ທັງ​ສອງ​ໄວ້​ກັບ​ທ່ານຜູ້​ຟັງ​ດ້ວຍ ​ໃຫ້​ຄ່ອຍ​ພາກັນ​ສະໜັບສະໜຸນ ໃຫ້​ບັນດາ​ສິນລະປິນ​ລາວ ​ໄດ້ສ້າງ​ຜົນງານ​ເພງ​ມ່ວນ​ໆ ອອກ​ມາ​ໃຫ້​ພວກ​ເຮົາ ​ໄດ້ຮັບ​ຟັງຕໍ່ໆ​ໄປ.

ສ່ວນ​ເພງ classic ອະ​ມະຕະ​ຂອງ​ລາວ​ໃຫ້​ທ່ານ​ໄດ້​ຮັບ​ຟັງ​ກັນ​ ຊຶ່ງ​ເປັນ​ເພງ​ທີ່​ທຸກໆ​ທ່ານ​ຊື່ນ​ຊອບ ມັກ​ຮັກ​ເປັນ​ທີ່​ສຸດເພາະ​ຟັງ​ຍາມ​ໃດ ກໍ​ມ່ວນຊຶ້ງ​ໃຈ​ຍາມ​ນັ້ນ ເປັນ​ຜົນງານ​ບົດ​ເພງຂອງ ວໍຣະ​ເດດ ດິດທະ​ວົງ ​ໃນ​ບົດ​ເພງ ມະຍຸຣີ

​ເພງທີ່​ວັນນສອນ​ຈະ​ມາ​ຈັດ​ກ່ອມ​ທ່ານ​ຜູ້​ຟັງ​ເຂົ້າ​ນອນ ກໍ​ແມ່ນ​ເພງ​ສຽງ​ອ້ອນຂອງ​ສາວ​ເຖິງ​ອະດີດ​ແຟນ ທີ່​ມີ​ຊື່ວ່າ ຜູ້​ສາວ​ເກົ່າ ທີ່​ຂັບ​ຮ້ອງ​ໂດຍ ​ໂອ ນິ໋ນ່າ ​ເພງ​ນີ້ ຄົງ​ຈະ​ເປັນ​ທີ່​ຖືກ​ໃຈ​
ຂອງ​ສາວທີ່​ຍັງ​ມີ​ຄວາມ​ຮູ້ສຶກ​ທີ່​ດີ ​ແລະ​ຍັງ​ຮັກ​ແຟນ​ເກົ່າ​ຢູ່ ຈະ​ໃດ​ກໍ​ດີ ກໍ​ຂໍ​ໃຫ້ ​ໄດ້​ພົບ​ກັບຮັກ​ໃໝ່ ກັບ​ຄົນ​ທີ່​ວ່າ​ແມ່ນ​ທີ່​ສຸດ. ພົບ​ກັນ​ໃໝ່​ໃນ​ສັບ​ປະດາ​ໜ້າ.

XS
SM
MD
LG