ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໂທລະ​ສັບ - ມາລີ​ຈັນ​ສຸກ


ມາລີ​ຈັນ​ສຸກ
ມາລີ​ຈັນ​ສຸກ

ສະບາຍດີ​ແລະ​ກັບ​ມາ​ພົບ​ກັນ​ເຊັ່ນ​ເຄີຍ​ ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​
ໃນ​ທຸກໆຄໍ່າ​ຄືນ​ຂອງ​ວັນ​ອາທິດ ຊຶ່ງ​ທາງລາຍການນີ້ໄດ້ຈັດເພງສາກົນໃຫ້ທ່ານຜູ້ຟັງ ໄດ້ຟັງກັນມາຫຼາຍສັບປະດາແລ້ວ ​ແລະວັນນະສອນ ຄິດວ່າຫຼາຍໆທ່ານຄົງຄິດຮອດ
ຂັບລຳລາວຂະໜານແທ້...ເພາະສະນັ້ນ ຄັ້ງ​ນີ້ ວັນນະສອນ ຈຶ່ງຈະນຳເອົາເພງລາວ
ທີ່ທາງເຮົາມີເກັບກຳໄວ້ເທົ່າທີ່​ມີ ມາຫຼິ້ນສູ່ທ່ານຟັງ​. ​ເຮົາຫວັງວ່າຂັບງື່ມ ທີ່ຂັບຮ້ອງໂດຍ
ມາລາວັນ ດວງພູມີນີ້ ຄົງຈະພາໃຫ້ຫຼາຍໆທ່ານຄິດຮອດເບື້ອງເກົ່າເມືອງຫຼັງ ໂດຍສະເພາະ ພວກທີ່ຢູ່ຕາມເຂດຝັ່ງນ້ຳງື່ມ.

ສ່ວນວ່າອາກາດໃນຂະຄອນຫຼວງວໍຊີງຕັນ ​ໃນ​ຂະນະ​ນີ້ກຳລັງດີຫຼາຍ ເພາະຍ່າງເຂົ້າ
ລະດູໃບໄມ້ປົ່ງ ຫຼື​ລະດູບານ​ໃໝ່ແລ້ວ ​ແຕ່ຈັ່ງໃດກໍ​ດີ ຫວັງວ່າອາກາດໃນປະເທດລາວພີ້ ກໍຄົງເຢັນດີເຊັ່ນກັນ ​ແລະ​ເຮົາຕ້ອງຂໍຂອບໃຈທຸກໆທ່ານ ທີ່ຕິດຕາມຊົມຂ່າວຂອງພວກ
ເຮົາສົດໆທາງ Facebook Live ສະ​ນັ້ນ​ເພື່ອ​ເປັນ​ການ​ຕອບ​ແທນ ​ເຮົາ​ຈຶ່ງຂໍຈັດເພງ
ໂທລະ​ສັບ ຂອງມາລີ​ຈັນ​ສຸກ ສິນລະປິນລາວ ຈາກປະ​ເທດຝຣັ່ງມາ​ໃຫ້​ທ່ານ​ໄດ້​ຮັບ​ຟັງ​ກັນ ແລະກໍຫວັງຢ່າງຍິ່ງວ່າ ທ່ານຜູ້ຟັງ ຄົງຈະຕິດຕາມຮັບຟັງ ຮັບຊົມ ວິທະຍຸ​ສຽງ​ອາ​ເມຣິກາ
ຢູ່ຕໍ່ໄປ.

ສ່ວນເພງ ຝັນ​ດີ​ທີ່​ຮັກ ເພງສຸດ​ທ້າຍນີ້ ​ເຮົາຂໍຈັດໃຫ້ທ່ານແສງ ອັມພາວັນນະສຸກ ທີ່ຂຽນຂໍ້ຄວາມເຂົ້າມາຂໍຟັງເພງ ເພື່ອມອບໃຫ້ແກ່ໝູ່ເພື່ອນທາງ Facebook ທຸກໆທ່ານ
ພ້ອມນີ້ ຕ້ອງຂໍຂອບໃຈ ນຳທ່ານແສງ ທີ່ໃຊ້ເວລາສ່ວນຕົວຈັດຂອບຮູບຕ່າງໆໃຫ້ນ້ອງນຸ່ງ
ເພື່ອນຝູງ...ຮວມທັງ​ວັນນະ​ສອນ ນຳ ​ຂໍ​ມອບ​ເພງ​ຫວານ​ຂອງ​ສິນລະປິນ​ລາວ ອຸດອນ
ວົງ​ສີ
​ໃນ​ອອສ​ເຕ​ຣເລຍ​ ໃຫ້​ຟັງ ​ແທນ​ຄໍາ​ຂອບ​ໃຈ ທີ່​ເປັນ​ແຟນກັນ​ຢ່າງ​ໜຽວ​ແໜ້ນ ​
​ຂໍ​ໃຫ້ທ່ານຜູ້​ຟັງທຸກໆທ່ານຈົ່ງ​ນອນລັບ​ຝັນ​ຫວານ.

XS
SM
MD
LG