ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄິດ​ເຖິງ​ວຽງ​ຈັນ ຂັບຮ້ອງໂດຍ ວຽງໄຊ ສະຫວັນ


ວຽງໄຊ ສະຫວັນ
ວຽງໄຊ ສະຫວັນ

ສະບາຍດີ ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນໄກຂອງ VOA ປະຈຳ​ວັນ​ທີ 21 ສິງ​ຫາ ມື້​ນີ້ ​ ວັນນະ​ສ​ອນ ຂໍ​ຈັດ​ເພງ ຝັນ​ດີ​ທີ່​ຮັກ ຊຶ່ງເປັນ​ຜົນງານ​ເພງ​ຂອງ​ອຸດອນ ​ວົງ​ສີ ສິນລະປິນ​ຄຸນ​ນະພາ​ບຈາກ​ອ໊ອສ​ເຕ​ຣ ທີ່​ໄດ້​ນຳ​ຜົນງານ​ເພງ​ອະມະຕະ​ຂອງ​ລາວ​ໃນ​ອະດີດ ຂຶ້ນ​ມາ​ຈັດ​ທຳ​ໃໝ່ ​ເພື່ອ​ສືບ​ສານ​ຜົນງານ​ເພງ​ລາວ ທີ່​ຖື​ວ່າ​ເປັນ​ມໍລະດົກ​ຕົກ​ທອດ ສົ່ງ​ຕໍ່ໆ​ໄປ​ໃຫ້​ຄົນ​ຮຸ່ນ​ຫຼັງ ​ໄດ້​ຮຽນ​ຮູ້ເຖິງ​ປະຫວັດແລະທີ່​ມາ​ຂອງ​ເພງ​ລາວ​ພວກ​ນີ້. ​ເອື້ອຍ​ວັນນະ​ສອນ ຂໍ​ຈັດ​ເພງນີ້​ໃຫ້​ນ້ອງ ຟື ຊົງ ຜູ້ຟັງຈາກ​ແຂວ​ງ​ໄຊ​ຍະ​ບຸຣີ ​ເປັນ​ລາວ​ເຜົ່າ ມົ້ງ, ທີ່​ເປັນຄົນໜຸ່ມຍຸກໃໝ່ ແຕ່ບອກ​ມາ​ວ່າ ກັບມັກຟັງ ບັນດາ ເພງເກົ່າໆທີ່ມີເນື້ອ​ໃນ​ແລະຊາບຊຶ້ງໃນ​ຄວາມ​ໝາຍ​ທີ່​ດີ ​ແລະ​ມັກ​ຈະດາວ ໂຫຼດໄປເປີດເວລານອນ ຊ່ອຍຜ່ອນ ຄາຍດີ ແລະກ່ອມ​ເຂົ້ານອນ ໂດຍສະເພາະ ສຽງຂອງເອື້ອຍວັນນະສອນ ວ່າ​ຊັ້ນ. ຢ່າ​ລໍ​ຊ້າ​ເລີຍ...ຮີບ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ.

ຫວັງ​ວ່າ​ເພງ​ທີ່​ຈັດ​ໃຫ້​ໄປ​ນັ້ນ ຄົງເປັນ​ທີ່​ພໍ​ໃຈນ້ອງ ຟື ຊົງ ​ແລະ​ເອື້ອຍວັນນະສ​ອນ ​ກໍຂໍ​ຂອບ​ໃຈ ​ນ້ອງ ຟື ຊົງ ທີ່​ຂຽນ​ເຂົ້າມາ​ແລະ​ຄົງ​ຈະ​ເຫັນ​ນ້ອງຕິດຕາມ​ຮັບ​ຟັງ​ລາຍການ VOA ​ແລະ​ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ. ສ່ວນຈ. ມ. ຈາກ​ຍາ​ລຸງ​ສະຫວ່າງ​ ທອງ​ບໍ່ ຈາກ ຈັງຫວັດ​ໜອງ​ບົວ​ລຳ​ພູ ປະ​ເທດ​ໄທ ຜູ້​ຟັງ​ທີ່​ໜ້າ​ຮັກ ຕິດຕາມ​ຮັບ​ຟັງ​ຂ່າວສານ​ຈາກ VOA ສະ​ເໝີ​ມາພ້ອມ ທັງ​ບອກ​ມາ​ວ່າ​ເປັນ​ແຫຼ່ງຂ່າວ​ທີ່​ໃຫ້​ຄວາມ​ສຳຄັນ ​ແລະ​ໜ້າ​ເຊື່ອ​ຖື. ພ້ອມ​ນີ້​ຍັງ​ຂໍ​ຟັງ​ເພງ ກຸຫຼາບ​ປາກ​ເຊ ຊຶ່ງ​ທາງ​ເຮົາ ຫາກໍ​ຈັດ​ໃຫ້​ຟັງ ​ໄປ​ເມື່ອບໍ່​ນາ​ມາ​ນີ້​ເອງ ຄັ້ງ​ນີ້ຈະ​ຂໍ​ປ່ຽນ​ມາເປັນ​ສຽງຂອງ​ສິນລະປິນຍິງ ​ແສງ​ນະພາ…ຕ້ອງ​ຂໍອະ​ໄພ​ຫຼາຍໆ ​ເພາະວ່າ ຈ.ມ​. ທີ່​ຂຽນ​ມາ​ຕັ້ງ​ແຕ່​ປີ 2015 ຫາ​ກໍ​ໄດ້​ຮັບ ບໍ່​ຊາບ​ວ່າ​ໄປ​ຕົກ​ຄ້າງ​ຢູ່​ໃສ...ວັນນະ​ອນ ຂໍ​ຂອບ​ໃຈ​ຍາ​ລຸງ​ສວ່າງ ທີ່​ຄອຍ​ເປັນ​ກຳລັງ​ໃຈ ​ແລະ​ຮັບ​ຟັງ​ພວກ​ເຮົາ​ສະ​ເໝີ​ຕົ້ນ ສະ​ເໝີ​ປາຍ…ສ່ວນ​ປະຕິທິນ​ນັ້ນຈະ​ຕຽມ​ຈັດ​ໃຫ້ເປັນ​ປີ 2017. ຂໍ​ເຊີນ​ມ່ວນ​ກັບ​ເພງ​ນີ້ ທຸກໆ​ທ່ານ​ເລີຍ.

ສ່ວນ​ຜູ້ຟັງ​ທີ່​ໜ້າ​ຮັກ​ທ່ານ​ນຶ່ງ ​ແຕ໋ວ ຄອນ ຈາກ​ກາ​ນາ​ດາ ຂຽນ​ເຂົ້າ​ມາ​ຜ່ານ​ທາງ FB ທີ່​ຕິດ
ຕາມ​ຊົມ Facebook–Live ທີ່​ທາງ​ເຮົາ​ນຳ​ສະ​ເໜີ​ໄປ​ໃນ​ທຸກໆ​ວັນ​ອັງຄານ​-ພຸດ 2 ມື້ ​ຕໍ່​ສັບປະດາ ບອກ​ມາ​ວ່າ​ມັກ​ຕິດຕາມ​ຊົມ ​ແລະ ບັດ​ນີ້​ໄດ້​ເຫັນ​ບັນດາ​ນັກ​ຂ່າວ​ຂອງ VOA ​ແລ້ວ ​ແລະ​ຂໍ​ຟັງ​ເພງ ຄິດ​ເຖິງ​ວຽງ​ຈັນ ຂອງ​ດາຣາ​ເພັດ ​ແຕ່ເສຍດາຍ​ເຮົາ​ຫາ​ບໍ່​ພໍ້ ​ແລະ​ອີກ​ຢ່າງ​ນຶ່ງ​ເຮົາ​ຫາ​ກໍ​ຫຼິ້ນ​ເພງ​ດາຣາ​ເພັດ​ ໄປ ຈຶ່ງ​ຂໍ​ຈັດ​ໃຫ້​ເປັນ​ຂອງ​ສິນລະປິນ​ສາວ ຈາກ​ກາ​ນາ​ດາ...ວຽງ​ໄຊ ສະຫວັນ...ນ້ຳ​ສຽງ​ຫວານ​ດີ...​ແລະ​ຄັ້ງ​ຕໍ່​ໄປ ​ເຮົາ​ຈະ​ຫາ​ເພງ​ທີ່​ແຕ໊ວ ຂຽນ​ຂໍ​ມາ​ນັ້ນ​ໃຫ້​ຟັງ​ໃໝ່​ອີກ. ຂໍໃຫ້ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ​.

XS
SM
MD
LG