ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​​ໃຈ​ດວງ​ນ້ອຍ ສົ່ງ​ໃຈຮັກ​ມາ​ໃຫ້ - ວີນາ ສະຫວັນ


ວີນາ ສະຫວັນ
ວີນາ ສະຫວັນ




ສບາຍ​ດີ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ຣາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA
ໃນ​ຄ່ຳຄື​ນວັນ​ນີ້. ວັນນະ​ສອນ ​ໄດ້ຫາຍ​ໜ້າ​ໄປ​ຫຼາຍ​ສັບປະດາ ​ແລະ​ຕອນ​ນີ້ ກໍ​ກັບ​ມາ​ແລ້ວ
ກັບ​ມາຈັດ​ເພງ​ມ່ວນໆ​ໃຫ້​ທ່ານ​ຜູ້​ຟັງ ​ໄດ້​ຮັບ​ຟັງ​ກັນ ​ຊ່ວງນີ້ກໍ​ເຂົ້າ​ລະດູ​ໜາວ​ແລ້ວ ກໍ​ຂໍ​ໃຫ້​ຮັກສາ​ສຸກຂະພາບ​ດ້ວຍ ຢ່າ​ໄດ້​ເຈັບ​ໄດ້​ໄຂ ຈະ​ໄດ້​ມາ​ຟັງ​ເພງ​ມ່ວນໆ​ນຳ​ກັນ…ຕໍ່​ໄປ​ເປັນ​
ສຽງ​ຫວານໆ ​ແຫບ​ສະ​ເໜ່​ຂອງ​ສຽງ​ຮ້ອງ​ຂອງ​ສິນລະປິນ​ສາວ​ຈາກ​ກາ​ນາ​ດາ Vina Savanh ທີ່​ສົ່ງ​ຄວາມ​ໄນ​ເຖິງ​ໜຸ່ມໆວ່າ ອາກາດ​ໜາວ​ແລ້ວ ໃຈ​ດວງ​ນ້ອຍ ສົ່ງ​ໃຈຮັກ​ມາ​ໃຫ້ ຂໍ​ເຊີນ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ.

​ພ້ອມ​ດຽວ​ກັນ​ນີ້ ວັນນະ​ສອນ ກໍ​ຫາ​ໄດ້​ຮັບ​ຜົນງານ​ເພງ single ​ໃໝ່​ຂອງ​ສິນລະປິນສາວ​
ຈາກ ສປປ​ ລາວ ທີ່​ໄດ້​ບັນຈົງ​ສົ່ງ​ສຽງ​ຫວານໆ​ມາ​ກັບ​ສຽງ​ເພງ ​ເພື່ອ​ມອບ​ໃຫ້​ແຟນລາຍການ​ສຽງ​ເພງ​ຈາກ​ແດນ​ໄກທຸກໆ​ທ່ານ ​ໂດຍ​ສະ​ເພາະ​ທ່ານ​ທີ່ຢູ່​ຫ່າງ​ໄກ​ຈາກ​ພູມລຳ​ເນົາ​ບ້ານ​ເກີດ​ເມືອງ​ນອນ ​ແລະ​ວັນນະ​ສອນ ​ຫວັງ​ວ່າ ເນື້ອ​ໄນ​ຂອງ​ເພງນີ້ ເພງ ຄິດ​ຮອດ​ຢ່າງ​ແຮງ ຈະ​ເຮັດ​ໃຫ້​ຫຼາຍໆ​ທ່ານ​ມີ​ຄວາ​ມສຸກ ຄ້ອຍຕາມ​ເພງ ​ແລະ​ວ່າ ຢາກ​ໃຫ້​ໄດ້​ກັບ​ໄ​ປຫາ​ຖິ່ນ​ເດີມ ຖິ່ນ​ທີ່​ເຄີຍ​ເນົາ​ແລ້ວ ກໍ​ຈະຍິ່ງ​ສຸກ​ໃຈ...ວັນນະ​ສອນ ກໍ​ຂໍອວຍພອນ​ໃຫ້​ຫຼາຍໆ ​ໄດ້ມີ​ໂອກາດ​
ກັບ​ໄປ​ກາບ​ໄຫວ້​ບັນ​ພະ​ບຸລຸດ ຜູ້​ເຖົ້າຜູ້​ແກ່ ທີ່​ເຮົາ​ນັບຖື...ຂໍ​ຍິນ​ດີ​ກັບ​ນ້ອງ​ອາ​ລຸນີ
ດາລາວົງ
​ ທີ່​ໄດ້​ສົ່ງ​ເພງ​ມ່ວນໆ​ມາ​ໃຫ້​ຟັງ ຂໍ​ສັນລະ​ເສີນ ​ແລະ​ສືບ​ສານ ສືບ​ທອດ ຮັກສາ​ເພງ​ລາວ ຕໍ່ໆ​ໄປ.

ສ່ວນ​ເພງ​ຕໍ່​ໄປນີ້ ກໍ​ເປັນ​ອີກ​ເພງ​ນຶ່ງ​ທີ່​ຕິດ​ຫູ​ ທ່ານ​ຜູ້​ຟັງ ຖ້າ​ວັນນະ​ສອນ​ ມີ​ໂອກາດ ກໍ​ມັກ​
ຈະ​ນຳ​ຜົນງານ​ເພງ​ອະມະຕະ​ຂອງ​ລາວ​ມາ​ເປີດ​ໃຫ້​ທ່ານ​ໄດ້​ຮັບ​ຟັງ​ກັນ ​ເພາະ​ຈະ​ປູກຝັງ​ໃຫ້​ເດັກ​ລາ​ວຣຸ່ນ​ໃຫມ່ໃນ​ທົ່ວ​ໂລກ ​ໄດ້​ຮັບ​ຟັງ​ກັນ ​ແລະເຂົ້າ​ໃຈ​ເຖິງ​ວັດທະນະ​ທຳ ພາສາ ປາກ​ເວົ້າ ​ແລະ​ຄວາມ​ເປັນ​ມາ​ຂອງ​ຊາດ​ລາວ ​ແລະວ່າ​ເພງ​ນີ້ ​ໄດ້​ບົ່ງບອກ​ເຖິງ​ທຸກ​ສິ່ງ​ຢ່າງ​ທີ່​ໄດ້
​ກ່າວ​ມາ​ຂ້າງ​ເທິງ​ທັງ​ໝົດ ຂໍ​ເຊີນ​ມ່ວນ​ຊື່ນ​ກັບ​ເພງ​ນີ້ “​ທ່າເດື່ອແຫ່ງຄວາມຫຼັງ” ໂດຍ
ອາຈານ ສີລາວົງ ແກ້ວ ​ຢ່າ​ລືມ​ກັບ​ມາ​ພົບ​ກັບ​ວັນນະ​ສອນ​ພ້ອມ​ດ້ວຍ​ສຽງ​ເພງ​ມວ່ນໆ ໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ໄດ້ອີກ​ໃຫມ່​ໃນ​ສັປດາ​ຫນ້​າ. ຂໍໃຫ້ທຸກໆ​ທ່ານນອນ​ລັບ​ຝັນ​ດີ.

XS
SM
MD
LG