ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ດອກ​ຟ້າ ກັບ​ໝາ​ວັດ ຂັບ​ຮ້ອງ​ໂດຍ ​ເຕຊິນ ວົງ​ທອງຄຳ


​ເຕຊິນ ວົງ​ທອງຄຳ
​ເຕຊິນ ວົງ​ທອງຄຳ

ສະບາ​ຍດີ​ທ່ານຜູ້ຟັງ​ທີ່​ເຄົາ​ລົບ ມື້ນີ້ ວັນນະ​ສອນ​ຈະ​ນໍາ​ຜົນງານ​ເພງ​ໃໝ່ມາ ສະເໜີທ່ານ ເປັນ​ຜົນງານເພງຂອງສິນລະປິນ​ໜຸ່ມຈາກ​ສປປ ລາວ​ ​ເຕຊິນ ວົງທອງຄຳ ​ເພງ​ນີ້ເປັນ ແນວເພງ ປ໊ອປແບບເກົາຫຼີຕາມທີ່ທີນັກຮ້ອງໜຸ່ມໄດ້ບອກໄວ້ ແຕ່ເອື້ອຍ ວັນນະສອນ ວ່າ ມັນມີຫຼາຍ ກ່ວານັ້ນ ກໍຄືການປະສົມສານສຽງເອື້ອນຂອງລູກທົ່ງລາວ ຈຶ່ງເຮັດໃຫ້ເພງນີ້ ໜ້າຟັງຍິ່ງຂຶ້ນ. ​ເອົາ​ໄປ​ຟັງ​ເພງທີ່ມີຄວາມໝາຍຊຶ່ງຜູ້ຄົນທີ່ເຂົ້າໃຈກັນເປັນຢ່າງດີວ່າ ຄືການໝາຍປອງ ແລະຫວັງສູງ ຊຶ່ງເປັນຄຳເວົ້າທີ່ພວກເຮົາ ເຈົ້າຂ້ອຍ ໄດ້ຍິນຢູ່ສະເໝີ ດັ່ງຊື່ຂອງເພງນີ້ກໍດີໆ ດອກຟ້າກັບໝາວັດ.”

ສ່ວນ​ເພງ "ຈິງ​ຫຼື​ວ່າ​ບໍ່" ຂອງນ້ອງຈັນທະ​ວີ ສິນທະສົມພອນ ເປັນຜົນງານເພງຂອງສິນ ລະປິນສາວລາວ-ອາເມຣິກັນ ຫວັງວ່າທ່ານຜູ້ຟັງຄົງຈະຕິດຕາມພວກເຮົາສະເໝີໄປ.


ວັນນະ​ສອນ​ພ້ອມ​ດ້ວຍ​ຄະນະຕ້ອງຂໍອະໄພນຳຫຼາຍໆສຳລັບການອອກອາກາດມື້ວານນີ້ ຍ້ອນມີເຫດການສຸກເສີນ ຈຶ່ງບໍ່ໄດ້ອອກທັງໝົດ 30 ນາທີ ແຕ່ວັນນະສອນ ຫວັງຢ່າງຍິ່ງວ່າ ທ່ານຜູ້ຟັງ ຍັງຄົງຕິດ ຕາມພວກເຮົາຢູ່ຕໍ່ໄປ. ຂໍຂອບໃທີ່ຄອຍຕິດຕາມແລະເປັນກຳລັງ ໃຈໃຫ້. ພໍໄດ້ເຫັນຂໍ້ ຄວາມຕ່າງໆທີ່ຂຽນຝາກໄວ້​ໃນ ເຮັດໃຫ້ຊື່ນໃຈ ຫາຍເມື່ອຍເລີຍ ເພາະສະນັ້ນ ຈຶ່ງຂໍມອບເພງມ່ວນໆ ກ່ອມທ່ານຜູ້ຟັງ​ເຂົ້າ​ນອນ ໃນບົດເພງ ຮັກຂ້າມ ຂອບຟ້າ ຂອງນ້ອຮ້ອງ ນັກດົນຕີ ຈາກການາດາ ກ໊ອກ ສຸຣິຍະເດດ.

XS
SM
MD
LG