ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ULUVUS ວົງດົນຕີຝຣັ່ງ ທີ່ມີຫົວໃຈເປັນລາວ


ວົງ ULUVUS
ວົງ ULUVUS

ສະບາຍດີ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ທຸກທທ່ານ​ ຂໍ​ເລີ້ມ​ດ້ວຍ​ເພງ“​ເພື່ອນ​ທີ່​ຈິງ​ໃຈ” ເປັນ​ເພງຣ໊ອກ​ແນວ​ຮ້ອນແຮງ ທີ່​ໜຸ່ມ​ຊາວ​ຕ່າງ​ຊາດ ທີ່​ໄດ້​ມາ​ເຮັດ​ວຽກ​ໃນ​ສປປ ລາວ ຫຼົງ​ໄຫຼ​ແລະ​ມັກ​ຮັກ​ທັງ​ພາສາ​ປາກ​ເວົ້າ ທຳນອງ​ຄອງ​ທຳ ​ແລະ​ຮີດຄອງ​ປະ​ເພນີ​ລາວ​ ​ແລະ​ແນ່ນອນ​ປາກ​ເວົ້າພາສາ​ລາວ ​ຈົນ​ໄດ້​ຕັ້ງ​ວົງ​ດົນຕີ ທີ່​ມີ​ຊື່ວ່າ ULUVUS ​ຂຶ້ນ​ມາ ​ແລະ​ອອກ​ເພງ​ມາ​ໄດ້ 2 ຊຸດ​ແລ້ວ ​ແລະຍັງໄດ້ຖືກສຳພາດທາງໂທລະ ພາບຂອງໄທນຳ. ​ວົງດົນຕີ ULUVUS ເປັນ​ທີ່​ຮູ້ຈັກ​ໃນ​ແວດ​ວົງ​ບັນ​ເທີ​ງ ຂອງ​ລາວ ຄັ້ງ​ນີ້ ວົງ ULUVUS ​ໄດ້​ນຳ​ເພງ​ທີ່​ເຄີຍ​ຮ້ອງ​ເປັນ​ພາສາ​ລາວ​ແລ້ວ ມາ​ຮ້ອງ​ເປັນ​ເພງ​ອັງກິດ ຂໍ​ມອບ​ໃຫ້​ທຸກ​ໆ​ທ່ານ​ທີ່​ມັກ​ແນວ​ເພງຣ໊ອກນີ້.

ສ່ວນເພງ​ຕໍ່​ໄປ​ນີ້ ​ເປັນ​ທີ່​ໜ້າ​ຟັງ​ອີກ​ເພງ​ນຶ່ງ​ ທີ່​ໄດ້​ສິນລະປິນ​ໜຸ່ມ​ຈາກ​ສປປ ລາວ ຕົ້ນ ອະ​ນິລຸດ ຂໍຈັດ​ມອບ​ໃຫ້ທ່ານ​ຜູ້​ຟັງ ຊື່ ໝີ ຜູ້​ຟັງ​ທີ່ຂຽນ​ຂໍ້ຄວາມ​ເຂົ້າ​ມາ​ໃນ website ຂອງ​ເຮົາ​ທີ່​ບອກ​ມາ​ວ່າ “ຂ້າພະ​ເຈົ້າ​ຈະ​ຕິດຕາມ ຕະຫຼອດ​ໄປ ​ແລະ​ຮູ້ສຶກ​ວ່າ ບໍ່​ມີ​ຫຍັງແລ້ວທີ່​ຈະ​ປ່ຽນ​ໄປ​ໄດ້” ​ ກໍ​ຕ້​ອງຂໍ​ຂອບ​ໃຈ​ນຳ ໝີ ອີກ​ຄັ້ງ​ນຶ່ງ​ທີ່​ຄອຍ​ຕິດຕາມ​ແລະເປັນກຳລັງ​ໃຈ​ໃຫ້ ​ແລະ​ຂໍ​ມອບ​ເພງ​ມ່ວນໆ ​ເພງ​ນີ້ຈັດ​ມອງ​ໃຫ້ ພ້ອມ​ທັງທ່ານຜູ້​ຟັງ​ທຸກ​ຜູ້​ທຸກ​ຄົນ​ເລີຍ. ​ຂໍ​ເຊີນ​ໄປ​ຟັງ​ເພງທີ່​ມີ​ຊື່ວ່າ “ (ເພາະ)ສັກ​ສີ” ພ້ອມໆ​ກັນ​ເລີຍ.

​ກ່ອນ​ປິດ​ທ້າຍ​ລາຍການ​ໃນ​ຄ່ຳ​ຄືນ​ນີ້ ວັນນະ​ສອນ ກໍ​ຂໍ​ໃຫ້​ທ່ານ​ຜູ້​ຟັງ ຈົ່ງ​ຮັກສາ​ສຸກຂະພາບ​ແລະ​ຂໍ​ໃຫ້​ເຂັ້ມ​ແຂງ ສູ້​ຊີວິດ​ຕໍ່​ໄປ ​ເພາະ​ຈະ​ໄດ້​ກັບ​ມາ​ຟັງ​ເພງ​ມ່ວນໆ​ກັບ​ວັນນະ​ສອນ ​ໃນ​ລາຍການສຽງ​ເພງ​ຈາກ​ແດນ​ໄກ ຂອງ VOA.​ ຂໍ​ປິດ​ທ້າຍ​ລາຍການ​ດ້ວຍ​ເພງ​ທີ່​ຮັກໆ... ເສົ້າໆ ​ໃນ​ບົດ​ເພງ ຖ້າ​ບໍ່ມີ​ຫົວ​ໃຈ ກໍ​ຢ່າ​ໃຫ້​ຄວາມ​ຫວັງ ທີ່​ຂັບ​ຮ້ອງ​ໂດຍ Joey​. ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ ນອນ​ລັບ​ຝັນ​ຫວານ.

XS
SM
MD
LG