ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວໍຣະ​ເດດ ດິດທະ​ວົງ - ມະຍຸຣີ


ວໍຣະເດດ ດິດທະວົງ
ວໍຣະເດດ ດິດທະວົງ


ສະບາຍ​ດີທຸກໆ​ທ່ານ​ ອາກາດໃນກຸງວໍຊີງຕັນ ດີຊີ ກໍເລີ່ມໜາວແລ້ວ ແຕ່ຫິມມະຍັງບໍ່ທັນ
ຕົກເທື່ອ ວັນນະສອນກໍເລີຍຕັ້ງໃຈມາຈັດເພງໃຫ້ທ່ານຜູ້ຟັງໄດ້ຮັບຟັງກັນ​ ເປັນເພ​ງ classic
ອໍາ​ມະຕະຂອງ​ລາວ ​ຊຶ່ງ​ເປັນ​ເພງ​ທີ່​ທຸກໆ​ທ່ານ​ຊື່ນ​ຊອບ ມັກ​ຮັກ​ເປັນ​ທີ່​ສຸດ ເພາະ​ຟັງ​ຍາມ​ໃດ
ກໍ​ມ່ວນຊຶ້ງ​ໃຈ​ຍາມ​ນັ້ນ ເປັນ​ຜົນງານ​ບົດ​ເພງ​ຂອງ ວໍຣະ​ເດດ ດິດທະ​ວົງ ​ໃນ​ບົດ​ເພງ ມະຍຸຣີ



ສ່ວນ​ເພງ ຕໍ່​ໄປ​ນີ້ ຂໍ​ເປັນ​ເພງ​ຂອງ​ສາວ​ນ້ອຍ​ສຽງຫວານ​ກໍ​ແລ້ວ​ກັນ ​ເພາະກໍາລັງ
​ເປັນ​ທີ່ໂດ່​ງດັງ​ ຢູ່​ໃນສປປ ລາວ ​ໃນ​ຂະນະ​ນີ້​ ​ເອົາໄປຟັ​ງກັນເລີຍ​ວ່າ​ ຈະ​ເປັນສຽງ
ຂອງສິນລປິນ​ນັກ​ຮ້ອງ​ທ່ານ​ໃດ…



​ເພງ​ທີ່​ຫາ​ກໍ​ຈົບ​ລົງ​ໄປ​ນັ້ນ​ແມ່ນ​ເພງ ສຽງ​ແຄນແທນ​ໃຈ​ ຂອງ ມຸກດາ​ວັນ ສັນຕິ​ພອນ​
ກອນ​ອຳ​ລາ​ທານ​ຜູ​ຟັງ​ໄປ​ໃນ​ຄາ​ຄືນ​ນ​ ວັນນະ​ສອນ​ຂໍ​ມອບ​ເພງ ​ສຽງແຄນ​ແທນ​ວາຈາ
ຂອງ ​ເທ​ວັນ ​ເທບ​ເທວາ ໃຫ້​ທ່ານ​ຜູ້​ຟັງ ຊຶ່ງ​ເປັນ​ເພງ​ທໍານອງ​ຕອບ​ຂອງ​ຝ່າຍ​ຊາຍ​ຫວັງ​ວ່າ
ທຸກໆທ່ານ​ຄົງ​ຈະ​ຖືກ​ໃຈ​ ພົບ​ກັນ​ໃໝ່​ໃນ​ສັບ​ປະດາ​ໜ້າ.

XS
SM
MD
LG