ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ວິໄລຈັນ ສເວຊວົງ: ຂອບໃຈສະຫວັນ ແລະອື່ນໆ


ວິໄລຈັນ ສເວຊວົງ
ວິໄລຈັນ ສເວຊວົງ
ລິງໂດຍກົງ

ສະບາຍ​ດີທຸກໆ​ທ່ານ​ ​ໃນທ້າຍສັບປະດາແລ້ວນີ້ ​ວັນນະ​ສອນໄດ້ມີ
ໂອກາດຮ່ວມງານລ້ຽງສັງສັນຂອງປະຊາຄົມລາວ-ອາເມຣິກັນ ທີ່
ໄດ້ຈັດງານລ້ຽງສະຫຼອງ​ສາຍ​ພົວພັນ​ລະຫວ່າງ​ລາວ ​ກັບ​ສະຫະລັດ
ອາ​ເມຣິກາ ພ້ອມ​ທັງ​ລ້ຽງໃຫ້ກຽດແກ່ ທ່ານເອກອັກຄະລັດຖະທູດ
ສປປ ລາວ ປະຈຳ ວໍຊິງຕັນດີຊີ ທີ່ໃກ້ຈະພົ້ນຈາກໜ້າທີ່ໄປ ຊຶ່ງໃນ
ງານລ້ຽງສັງສັນ ກໍໄດ້ມີວົງດົນຕີ ຫຼວງພະບາງ ແລະສິນລະປິນທັງ
ໃນສະຫະລັດ ແລະການາດາ ກໍ​ຄື ວິໄລຈັນ ສເວຊວົງ ຂອບໃຈ
ສະຫວັນ
ເຂົ້າຮ່ວມສ້າງ​ຄວາມ​ມ່ວນ​ຊື່ນ​ໃນງານ​ວັນ​ນັ້ນ ຊຶ່ງຄ່ຳຄືນ​ນີ້
ວັນນະສອນ ຈຶ່ງຂໍນໍາ​ສະ​ເໜີ​ເພງຊຸດ​ໃໝ່ຂອງສິນລະປິນສາວລາວ
ຈາກ​ກາ​ນາ​ດາ ວິໄລຈັນ ສເວຊວົງ ຜູ້ທີ່ມີຄວາມສາມາດ ຊຶ່ງໄດ້
ອອກຜົນງານເພງຮ່ວມກັບຫຼາຍໆສິນລະປິນ ຮວມທັງຄະນະ
ສາຍສັມພັນ ອາຈານ ພົມມະ ພິມມະສອນ ແລະສິນລະປິນ
ທ່ານອື່ນໆ ຈົນປະຈຸບັນນີ້ ໄດ້ອອກຜົນງານເພງຊຸດໃໝ່ ທີ່ເປັນ
ຜົນ​ງານທີ່​ຕົວ​ເອງຂັບ​ຮ້ອງທັງໝົດ​ເລີຍ ​ເປັນ​ເພງ​ໃໝ່ທີ່ປະພັນໂດຍ
ເຈົ້າ ຄຳຜາຍ ກຸນລະວຸດ. ​ເອົາ​ບໍ່​ຕ້ອງ​ລໍຊ້າ​ແລ້ວ​ລະ​ ຮີບ​ໄປຟັງ
ພ້ອມ​ໆກັນ​ເລີຍ ​ໃນ​ບົດເພງ ຂອບໃຈສະຫວັນ

ລິງໂດຍກົງ


​ວ່າ​ຈັ່ງ​ໃດ​ລະ ​ເພງ​ທີ່​ຫຼິ້ນ​ໃຫ້​ຟັງ​ຜ່ານ​ໄປ​ນັ້ນ ​ຄົງ​ຈະ​ຖືກ​ໃຈທ່ານ​ຜູ້​ຟັງ​ບໍ່​ຫຼາຍ​ກໍ​ໜ້ອຍ ວັນນະ
ສອນ ກໍຄົງຕ້ອງຂໍຂອບໃຈສະຫວັນທີ່ໄດ້ປະທານ ສຽງຫວານໆໃສໆຂອງສິນລະປິນ ທ່ານນີ້ມາໃຫ້ພວກເຮົາໄດ້ຮັບຟັງກັນ… ນອກຈາກເພງລາວແລ້ວ ວິໄລຈັນ ຍັງສາມາດ
ຮ້ອງເພງຈີນ ຫວຽດນາມ ໄທ ຝຣັ່ງ ອັງກິດ ໄດ້ອີກ ຊຶ່ງວິໄລຈັນ ບອກກັບ VOA ວ່າ ຜົນງານຊຸດນີ້ເປັນເພງໃໝ່ໝົດ ທີ່ຮ້ອງຄົນດຽວ…ເອົາມາຟັງເພງ "ສັນຍາ​ກ່ອນ​ຈາກ" ຕື່ມອີກເພງນຶ່ງ​ໃນ​ຈັ່ງ​ຫວະ​ລຳວົງ …​ແລະ​ຫວັງ​ວ່າ​ເພງ​ນີ້ ຄົງ​ຈະ​ເຮັດ​ທ່ານ​ຜູ້​ຟັງ ຟັງ​ໄປ
ຟ້ອນ​ລຳວົງ​ໄປນຳ…

ລິງໂດຍກົງ

​VOA ຂໍຝາກສິນລະປິນສາວໃນຕ່າງແດນ ວິໄລຈັນ ສເວຊວົງ ໄວ້ໃນອ້ອມແຂນຂອງ
ທ່ານຜູ້ຟັງ ອີກຕື່ມຄົນ​ນຶ່ງ. ຈັ່ງໃດກໍໄດ້ຟັງເພງຂອງວິໄລຈັນ ທັງສອງເພງໄປແລ້ວ ວັນນະສອນຂໍອຳ​ລາ ທ່ານ​ດ້ວຍເພງຫວານຂອງວິໄລຈັນ ຕື່ມອີກ​ເພງ​ນຶ່ງ…ຊຶ່ງ​ເພງ​ນີ້​ເປັນ​ຜົນງານເພງເກົ່າທີ່ເຈົ້າ ຄຳຜາຍ ກຸນລະວຸດ ໄດ້ແຕ່ງໄວ້ ແລະຄະນະ ແມ່ຂອງຂຽວ ກໍ​ໄດ້
ບັນທຶກເປັນແຜ່ນສຽງໃຫ້ພວກເຮົາໄດ້ຮັບຟັງກັນ ​ຫຼາຍໆ​ທົດ​ສວັດ​ຜ່ານມາ​ແລ້ວ …ແລະ​ຂໍໃຫ້ທຸກໆທ່ານ​ນອນ​ຫຼັບ​ຝັນ​ດີ ແລະຝັນ​ເຫັນ​ລະອອງຫິມະ…ເພື່ອຕຽມໃຈ ຕ້ອນຮັບກັບ
ອາກາດໜາວທີ່ກຳລັງຢ່າງກ້າວເຂົ້າມາ…ພ້ອມໆໄປ​ກັບ​ສຽງ​ເພງ​ນີ້…ຫິມະຕົກ” ນອນ​ຫລັບ​ຝັນ​ຫວານ ​ແລະ​ພົບ​ກັນ​ໃໝ່ ​ໃນ​ສັບປະດາ​ໜ້າ.

ລິງໂດຍກົງ

XS
SM
MD
LG