ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເພງ ຮັກ​ເຈົ້າ​ຕະຫຼອດ​ໄປ ຂອງ Alexandra ຄົງຈະເຮັດ​ໃຫ້ ທ່ານຜູ້ຟັງ ຫົວໃຈພອງ​ໂຕ ອີ່ມ​ເອີ້​ມ​ໄປດ້ວຍ​ຄວາມ​ຮັກ


Alexandra Bounxouei
Alexandra Bounxouei


ນັ້ນ​ແມ່ນເພງ “ກຸຫຼາບ​ປາກ​ເຊ” ທີ່ຂັບຮ້ອງໂດຍແສງນະພາ ທີ່ວັນນະ​ສອນໄດ້​ຈັດ​ໃຫ້​ຕາມ​ຄຳ​ຂໍ​ຂອງ​ຍາ​ເອື້ອຍ​ດາຣາ ບັກ​ຄຳ ອະດີດ​ຜູ້ອຳນວຍ​ການ VOA ພະ​ແນ​ກພາສາ​ລາວ ​ເພື່ອ​ມອບ​ ໃຫ້ແກ່ແຟນຄລັບວີໂອເອ ຢູ່ເມືອງໂພນທອງ ​ ຊື່ ເຈ້ດາວ​ແລະ​ນ້ອງ​ສາວ​ທີ່ໃຫ້ການ​ຕ້ອນຮັບ​ຂັບ​ສູ່​ເປັນ​ຢ່າງ​ດີ​ຕອນ​ໄປ​ລາວ​ນັ້ນແລະ ​ຍາ​ເອື້ອຍ​ດາຣາ ຂໍ​ມອບ​ເພງ​ນີ້​ໃຫ້​ແທນ​ຄຳຂອບໃຈສຳຫລັບການຕ້ອນຮັບທີ່ອົບອຸ່ນ.

ວັນນະ​ສອນ​ ທັງ​ດີ​ໃຈ​ແລະ​ຕ້ອງ​ຂໍ​ຂອບ​ໃຈທຸກໆ​ຈມ, ທຸກໆ email ທີ່​ຂຽນ​ເຂົ້າ​ມາ​ຫາ​ທາງ​ລາຍການ VOA ຢ່າງ​ມາກ​ມາຍ​ກ່າຍ​ກອງ ​ທີ່ວ່າ ຕິດຕາມ​ຮັບ​ຟັງ​ຂ່າວ​ຈາກ​ພວກ​ເຮົາ​ແລະ​ວ່າ VOA ​ເປັນ​ສື່​ທີ່​ໃຫ້​ຂໍ້​ມູນ​ຊັດ​ເຈນ ມີ​ທັງ​ສາຣະ ​ໃຫ້​ຄວາມ​ບັນ​ເທີງ ວັນນະ​ສອນ​ ພ້ອມ​ດ້ວຍ​ຄະນະ​ຕ້ອງ​ຂໍ​ຂອບ​ໃຈ​ໃນ​ຄວາມ​ເປັນ​ແຟນລາຍການ​ຂະ​ນານ​ແທ້ ທີ່​ຄອຍ​ຮັບ​ຟັງ​ມາ​ຕະຫຼອດ.

ເພງ​ຕໍ່​ໄປ​ນີ້ ຂໍ​ມອບ​ໃຫ້ ​ເອື້ອຍ​ແກ້ວມະນີ ພິມ​ມະ​ສອນ ຜູ້​ຟັງ​ຈາກ​ລັດ TN ​ທີ່ຄອຍ​ຕິດຕາມ​ຢູ່​ສະ​ເໝີມາ ​ເປັນ​ຜົນງານ​ເພງ​ຂອງ​ສາວ​ໜ້າ​ຫວານ Alexandra ທິດາ​ວັນ ບຸນ​ຊ່ວຍ ​ໃນບົດ​ເພງ ຮັກ​ເຈົ້າ​ຕະຫຼອດ​ໄປ…ຊຶ່ງວັນນະສອນ ວ່າ ຊ່າງເໝາະກັບເທດສະການ
ວັນແຫ່ງຄວາມຮັກ ໃນຄ່ຳຄືນນີ້.


ຂໍ​ມອບ​ເພງ​ຫວານ​ປິດ​ທ້າຍ​ລາຍການ​ໃນ​ຄ່ຳ​ຄືນ​ວັນ​ແຫ່ງ​ຄວາມ​ຮັກ​ນີ້ ​ໃນ​ບົດ​ເພງ “When You Kiss Me” ຂອງ Shania Twain​​ເປັນ​ເພງ ຫວານ​ຈັບ​ໃຈ ຊຶ່ງ​ວັນນະ​ສອນ​ຂໍຈັດ​ມອບ​ໃຫ້ພິ​ເສດ​ແດ່​ແຟນ​ເພງ ​ໂດຍ​ສະ​ເພາະ​ຜູ້ທີ່​ກໍາລັງ​ທີ່​ຈະ​ຕັດສິນ​ໃຈຕົກລົງປົງໃຈ​ເລືອກເອົາໃຜຜູ້ນຶ່ງເຂົ້າມາໃນຊີວິດ ແລະແນ່ນອນ​ພໍ​ໄດ້ຟັງເພງ​ນີ້​ແລ້ວ ​ທ່ານ​ຜູ້​ຟັງຈະ​ໄດ້​ຕັດສິນ​ໃຈດ້ວຍຕົວ​ເອງຢ່າງຖືກຕ້ອງວ່າ ນອກຈາກຄວາມຮັກ, ຄວາມອົບອຸ່ນ, ຄວາມໄວ້
ເນື້ອເຊື່ອໃຈ, ຄວາມຫ່ວງ ຫາອາທອນທີ່ມອບໃຫ້ກັນແລ້ວ ແລະວ່າເຂົາ​ຄື​ຄົນ​ນັ້ນ​ ຄືຄົນທີ່ທ່ານໄດ້ເຝົ້າລໍມາຕລອດຊີວິດ ແລະພ້ອມທີ່ຈະເລືອກ​ເຂົ້າໄປ​ໃນ​ຊີວິດ​ຂອງ​ທ່ານ
ຫຼື​ບໍ່ ທີ່ຈະຢູ່ນໍາກັນຈົນແກ່ເຖົ້າ …ຂໍເປັນ​ແຮງໃຈອີກຕື່ມຄົນນຶ່ງ ເພື່ອຊ່ອຍໃນການຕັດສິນໃຈ.

XS
SM
MD
LG