ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເພງ Unknown Soldier ນີ້ ຂໍຈັດມອບໃຫ້ ເຫຼົ່າທະຫານຜູ້ກ້າ ໃນ ວັນນັກລົບເກົ່າ ຂອງອາເມຣິກາ


Jeff Moore
Jeff Moore

ສະບາ​ຍດີ ແຟນລາຍການ​ເພງລາຍການກະຈາຍສຽງຂອງ VOA ແລະເພງທີ່ຫາກໍຈົບລົງ
ໄປນັ້ນ ແມ່ນເພງ ນິລະນາມ ຫຼື Unknown Soldier ທີ່ຂັບຮ້ອງໂດຍ Jeff Moore ທີ່ມີ
ຄວາມໝາຍດີ ບົ່ງ​ບອກເຖິງຄຸນງາມຄວາມດີ ຄວາມເກັ່ງກ້າສາມາດເກັ່ງກ້າສາມາດຂອງ
ເຫຼົ່າທະຫານ ຊຶ່ງວັນນະສອນຂໍຈັດມອບໃຫ້ແກ່ທະຫານຜ່ານເສິກ​ ເນື່ອງໃນວັນນັກລົບເກົ່າ
ຫລື Veterans' Day ທີ່ໄດ້ຈັດສະຫຼອງໄປທຸກໆປີ ເປັນປະຈຳ ໃນວັນທີ 11 ພະຈິກ ທີ່
ຜ່ານມານີ້ ຂໍສະແດງຄວາມຮູ້ບຸນຄຸນ ແລະຂອບໃຈໃນຄວາມກ້າຫານຊານໄຊ ແລະປົກ
ປ້ອງພວກເຮົາໄດ້ຢູ່ເຢັນເປັນສຸກ. ວັນນະສອນຕ້ອງຂໍຂອບໃຈທ່ານຜູ້ຟັງທັງຫຼາຍທີ່ເຂົ້າ
ມາເປັນເເຟນຄລັບໜ້າ VOA – Facebook ຂໍຈັດເພງໃຫ້ທ່ານຜູ້ຟັງນາມແຝງ Lao-american ຈາກ Riverside, California, ທີ່ຂຽນລົງໃນ website ຂອງ VOA ໃນລາຍການຊີວິດຊາວລາວ ກ່ຽວກັບເລື້ອງລາວຂອງສາວນ້ອຍ ດາລານັກສະແດງ
Dianna ພຣະແກ້ວວິໄລ ຫຼື Dianna Pak ທີ່ກຳລັງເຂົ້າສູ່ວົງການຮູບເງົາ Hollywood
ທີ່ເວົ້າວ່າ ຖ້າບໍ່ມີ VOA ແລ້ວ​ນັ້ນ ກໍ​ຈະ​ບໍ່​ມີ​ຜູ້​ໃດ​ຮູ້ຈັກຊື່ດາລາສາວ Dianna Pak ​ດ້ວຍ​ຊ້ຳ. ຂໍ​ມອບ​ເພງ ພູ​ມ​ໃຈ​ເຖີດທີ່​ເກີດເປັນ​ລາວ ​ທີ່​ຂັບ​ຮ້ອງ​ໂດຍ ຜ່ານ​ ຈິນຍາ​ວົງ ໃຫ້​ຟັງ ​ແທນ​ຄຳ​ຂອບ​ໃຈ ​ແລະ​ວ່າ ຫຼາຍໆ​ທ່ານ ຄົງ​ຈະ​ມີ​ຄວາມ​ຮູ້ສຶກແບບ​ດຽວ​ກັນ.

​ຂໍ​ປິດ​ທ້າຍ​ລາຍການດ້ວຍ​ເພງ​ຄູ່ ກ້ຽວສາວປາກຊັນ ທີ່ຮ້ອງ​ກ້ຽວ​ກັນ​ຂອງ​ສອງ​ສິນລະປິນ ພີ່ນ້ອງ ລັດ​ສະໝີ ​ແລະ​ວີ​ວິ​ໄລ ພູ​ດິນ​ດົງ. ຈັດ​ມອບ​ໃຫ້​ນ້ອງ​ຕ່າ​ຍ ຈາກ​ວຽງຈັນ ທີ່​ສົ່ງ​ກຳລັງ​ໃຈ ​ໃຫ້​ນ້ອງ Dianna Pak ຂໍ​ໃຫ້​ສູ້ໆ​ເດີ ​ແລະ​ໂອກາດ​ໜ້າ ​ວັນນະ​ສອນ​ກໍ​ຈະ​ທະຍອຍ​ຈັດ​ເພງ​ໃຫ້​ທ່ານ​ຜູ້​ຟັງ ທີ່​ຂຽນ​ຂໍ້ຄວາມ​ຝາກ​ໄວ້​ໃນ website. ຂໍ​ໃຫ້​ນອນ​ຫລັບ​ຝັນ​ດີ

.

XS
SM
MD
LG